ຄວາມເປັນມາຂອງ ອປສ
ອົງການປະກັນສັງຄົມ (ອປສ) ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ຫຼັງການປະກາດໃຊ້ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 207/ນຍ ໃນເດືອນ ທັນວາ 1999. ອປສ ສະໜອງຫຼັກຄ້ຳປະກັນດ້ານສິດທິປະໂຫຍດທາງປະກັນສັງຄົມ ໃຫ້ແກ່ບັນດາຜູ້ອອກແຮງງານໃນວິສາຫະກິດຕ່າງໆ ຊຶ່ງລວມທັງວິສາຫະກິດຂອງລັດ ພ້ອມກັນນີ້ບາງປະເພດການອຸດໜູນ ທີ່ ອປສ ໃຫ້ການຄຸ້ມຄອງ ຍັງກວມເອົາດ້ວຍຄູ່ສົມລົດ ແລະ ລູກຂອງເຂົາເຈົ້າອີກດ້ວຍ. ອປສ ສະໜອງລະບອບສະຫວັດດີການໃຫ້ບັນດາຜູ້ອອກແຮງງານທີ່ເປັນສະມາຊິກຂອງຕົນ ຢ່າງກວ້າງຂວາງ ຊຶ່ງປະກອບດ້ວຍການອຸດໜູນຫຼາຍປະເພດຄື: ການອຸດໜູນປິ່ນປົວສຸຂະພາບ, ການທົດແທນການຂາດລາຍໄດ້ໃນເວລາເປັນ, ການອຸດໜູນໃນເວລາປະສົບອຸປະຕິເຫດແຮງງານ ແລະ ບັນດາການອຸດໜູນໄລຍະຍາວ(ບຳນານ,ເສຍອົງຄະ, ອຸດໜູນຄອບຄົວຂອງຜູ້ເສຍຊີວິດ). ດຳລັດ 207/ນຍ ໄດ້ກຳນົດໃຫ້ບັນດາວິສາຫະກິດ ທີ່ມີຜູ້ອອກແຮງງານແຕ່ 10 ຄົນຂຶ້ນໄປ ຕ້ອງໄດ້ເຂົ້າຮ່ວມລະບົບປະກັນສັງຄົມ ຢ່າງຫຼີກລ່ຽງບໍ່ໄດ້. ສຳລັບວິສາຫະກິດໃດ ທີ່ມີຜູ້ອອກແຮງງານບໍ່ເຖິງ 10 ຄົນ ກໍສາມາດສະໝັກເຂົ້າເປັນສະມາຊິກຂອງ ອປສ ໄດ້ເຊັ່ນກັນ. ອປສ ເປັນອົງການນິຕິບຸກຄົນ ທີ່ກຸ້ມຕົນເອງທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ອປສ ມີໜ້າທີ່ໃນການຄຸ້ມຄອງກອງທຶນປະກັນສັງຄົມໃຫ້ມີຄວາມຍືນຍົງແລະໝັ້ນຄົງ.ພະນັກງານ ອປສ ຍາມໃດກໍໄດ້ເອົາໃຈໃສ່ຕໍ່ການປັບປຸງຄຸນນະພາບຂອງການບໍລິການຂອງຕົນຢູ່ສະເໝີບໍ່ວ່າຈະເປັນວຽກງານປິ່ນປົວສຸຂະພາບ ກໍຄືວຽກງານການອຸດໜູນຕ່າງໆ ເພື່ອໃຫ້ເປັນທີ່ເພິ່ງພໍໃຈແກ່ສະມາຊິກ ອປສ ຕາມຄຳຂວນທີ່ວ່າ: “ປະກັນສັງຄົມ ສະສົມທຶນ ຄືນກຳໄລໃຫ້ຊີວິດ”. ຕ້ອງການຂໍ້ມູນເພີ່ມເຕີມ, ກະລຸນາກົດ ຄວາມຮູ້ພື້ນຖານກ່ຽວກັບວຽກງານປະກັນສັງຄົມ
ອຸດົມຄະຕິຂອງ ອປສ:
ມີນ້ຳໃຈໃຫ້ບໍລິການ ດ້ວຍການບໍລິຫານອັນຄ່ອງຕົວ.
ເປັນໜ່ວຍງານປຶກແຜ່ນແໜ້ນໜາ ແລະ ມີສັດຕະຍະພາບສູງ.
ມຸ່ງໝັ້ນຕໍ່ສິ່ງທ້າທາຍເພື່ອບັນລຸຜົນສຳເລັດ.
ມີຄຸນນະທຳ,ຄວາມສັດຊື່ ແລະ ຄວາມໂປ່ງໃສ ອັນສູງສົ່ງ.
ພາລະກິດຂອງ ອປສ:
ສະໜອງຫຼັກຄ້ຳປະກັນດ້ານການປະກັນສັງຄົມທີ່ມີປະສິດຕິຜົນໃຫ້ແກ່ບັນດາສະມາຊິກແລະຜູ້ເກີດສິດໃນຂອບເຂດທົ່ວປະເທດແລະ ຈັດການບໍລິຫານກອງທຶນປະກັນສັງຄົມ ໃຫ້ຍືນຍົງ ແລະ ໝັ້ນຄົງ ຍິ່ງໆຂຶ້ນ.
ຄວາມໝາຍຂອງເຄື່ອງໝາຍ ອປສ:
|
![]() |