ປະເພດການອຸດໜູນຕ່າງໆ

ອົງການປະກັນສັງຄົມ (ອປສ) ໃຫ້ການຊ່ວຍເຫຼືອແກ່ບັນດາຜູ້ປະກັນຕົນ ແລະ ຄອບຄົວ ເພື່ອຮອງຮັບ ກັບບັນຫາຫຍຸ້ງຍາກຕ່າງໆ ໃນຊີວິດຂອງເຂົາເຈົ້າ ຊຶ່ງອາດຈະເກີດຂຶ້ນໄດ້ທຸກເວລາ. ການທີ່ທ່ານສາມາດ ໃຊ້ຊີວິດຢູ່ກັບຄອບຄົວຢ່າງມີຄວາມສຸກແລະມີສຸຂະພາບທີ່ເຂັ້ມແຂງ ຕາມໄວອາຍຸຂອງທ່ານນັ້ນ ກໍຈະ ຖືໄດ້ວ່າທ່ານເປັນສະມາຊິກທີ່ໂຊກດີທີ່ສຸດຂອງ ອປສ. ຢ່າງໃດກໍຕາມ, ຖ້າໃນວັນໜຶ່ງຂ້າງໜ້າທ່ານອາດ ຈະຕ້ອງປະເຊີນກັບຄວາມສ່ຽງ ເຊັ່ນ: ການເຈັບເປັນ, ການບໍ່ສາມາດອອກແຮງງານໄດ້ ຫຼືແມ່ນແຕ່ການ ເສຍຊີວິດ ແລ້ວ, ອປສ ກໍພ້ອມທີ່ຈະຊ່ວຍເຫຼືອທ່ານ. ໃນຂະນະດຽວກັນ, ສຳລັບບາງປະເພດຄວາມສ່ຽງ ແລ້ວ ຊຳ້ພັດຖືວ່າເປັນສິ່ງທີ່ໜ້າຍິນດີນຳ ເຊັ່ນວ່າ: ການຖືພາ-ເກີດລູກ ແລະ ການເຖິງກະສຽນອາຍຸ ບຳນານ. ໃນຖານະທີ່ເປັນສະມາຊິກ ອປສ ຄົນໜຶ່ງ ທ່ານມີສິດຮັບອຸດໜູນບຳນານ ເພື່ອຮັບປະກັນຊີວິດ ການເປັນຢູ່ ໃນບັ້ນປາຍຊີວິດຂອງທ່ານ.

ບັນດາການອຸດໜູນປະເພດຕ່າງໆຂອງ ອປສ ມີດັ່ງຕໍ່ໄປນີ້:

ອຸດໜູນປິ່ນປົວສຸຂະພາບ:
ສະມາຊິກ ອປສ ແລະ ຄອບຄົວຂອງເຂົາເຈົ້າ (ຄູ່ສົມລົດ ແລະ ລູກ) ຈະໄດ້ຮັບການບໍລິການປິ່ນປົວ ແລະ ຢາປົວພະຍາດ ຢູ່ໃນໂຮງໝໍທີ່ເຂົາເຈົ້າໄດ້ເລືອກໄວ້ ໂດຍບໍ່ໄດ້ເສຍຄ່າ. ເຂົາເຈົ້າພຽງແຕ່ສະເໜີບັດ ປະກັນສັງຄົມ ຕໍ່ບ່ອນຮັບຕ້ອນຄົນເຈັບຂອງໂຮງໝໍ ໃນເວລາທີ່ເຂົາເຈົ້າໄປໃຊ້ບໍລິການປິ່ນປົວນ ເທົ່ານັ້ນ.ອ່ານຕໍ່ອີກ....

ບັນດາການອຸດໜູນໄລຍະສັ້ນ:
ບັນດາການອຸດໜູນປະເພດນີ້ເປັນການອຸດໜູນທີ່ຊ່ວຍທົດແທນການຂາດລາຍໄດ້ໃຫ້ແກ່ສະມາຊິກຂອງອປສໃນເວລາທີ່ເຂົາເຈົ້າເຈັບເປັນ,ເກີດລູກຫຼືເສຍຊີວິດ. ສຳລັບຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບນັ້ນແມ່ນຖືກຄຸ້ມຄອງຈາກອຸດໜູນປິ່ນປົວສຸຂະພາບແລ້ວ.ບຸກຄົນເປົ້າໝາຍທີ່ຈະໄດ້ຮັບອຸດໜູນໄລຍະສັ້ນນີ້ ສ່ວນໃຫຍ່ແມ່ນສະມາຊິກຂອງ ອປສ ເອງ, ແຕ່ບາງການອຸດໜູນ ກໍຍັງເບີກຈ່າຍໃຫ້ແກ່ ສະມາຊິກຄອບຄົວຂອງເຂົາເຈົ້ານຳອີກ.  ອ່ານຕໍ່ອີກ....

ບັນດາການອຸດໜູນໄລຍະຍາວ:
ສະມາຊິກຂອງ ອປສ (ຫຼືເອີ້ນວ່າ: ຜູ້ປະກັນຕົນ) ສາມາດໄດ້ຮັບອຸດໜູນບຳນານຕະຫຼອດຊີວິດຂອງ ເຂົາເຈົ້າ ເມື່ອເຖິງກະສຽນອາຍຸບຳນານ. ນອກຈາກນີ້ແລ້ວ, ຄູ່ສົມລົດ ແລະ ລູກຂອງຜູ້ປະກັນຕົນກໍຍັງມີສິດໄດ້ຮັບອຸດໜູນຄອບຄົວຜູ້ເສຍຊີວິດຈາກອປສພາຍຫຼັງທີ່ຜູ້ປະກັນຕົນໄດ້ເສຍຊີວິດ.

ຖ້າຫາກຜູ້ປະກັນຕົນຫາກເສຍອົງຄະແລະບໍ່ສາມາດອອກແຮງງານລ້ຽງຕົນເອງໄດ້ ຜູ້ກ່ຽວກໍຈະໄດ້ຮັບອຸດໜູນເສຍ ອົງຄະຈາກ ອປສ.  ອ່ານຕໍ່ອີກ....

ການອຸດໜູນອຸປະຕິເຫດທີ່ເກີດຈາກການອອກແຮງງານ:
ໃນກໍລະນີເກີດອຸປະຕິເຫດແຮງງານຫຼືໄດ້ຮັບບາດເຈັບຈາກການອອກແຮງງານນັ້ນສະມາຊິກຂອງອປສກໍຈະໄດ້ຮັບການບໍລິການປິ່ນປົວແລະການທົດແທນລາຍໄດ້ ອັນສົມເຫດສົມຜົນຈາກ ອປສ. ສຳລັບການອຸດໜູນປະເພດນີ້ມີພຽງຜູ້ໃຊ້ແຮງງານ(ນາຍຈ້າງ)ເທົ່ານັ້ນ ທີ່ຕ້ອງຈ່າຍເງິນສົມທົບ (ເງິນຄ່າ ປະກັນ) ແຕ່ຝ່າຍດຽວ.  ອ່ານຕື່ມອີກ....

ຈະຕ້ອງໄດ້ຈ່າຍເງິນສົມທົບຫຼາຍປານໃດ?

 

ບັນດາການອຸດໜູນທັງໝົດທີ່ກ່າວມາຂ້າງເທິງນີ້, ສະມາຊິກຂອງ ອປສ

ຈະມີສິດໄດ້ຮັບ ກໍພຽງແຕ່ເຂົາ ເຈົ້າໄດ້ຈ່າຍເງິນສົມທົບ ຊຶ່ງມີອັດຕາອັນສົມ

ເຫດສົມຜົນ ເຂົ້າສູ່ກອງທຶນປະກັນສັງຄົມ ຢ່າງເປັນປົກກະຕິ. ໂດຍໃນນີ້,

ສະມາຊິກ ອປສ ຜູ້ໜຶ່ງຈະໄດ້ຈ່າຍເງິນສົມທົບສູງສຸດເທົ່າກັບ 4.5%

ຂອງເງິນເດືອນຂອງ ລາວເອງ ແລະ ຜູ້ໃຊ້ແຮງງານຂອງລາວ ຈະຕ້ອງໄດ້ຈ່າຍສົມທົບຕື່ມອີກ 5% .  ອ່ານຕື່ມອີກ....

ຈະຮັບເອົາເງິນອຸດໜູນໄດ້ແນວໃດ ແລະ ຮັບຢູ່ໃສ?

 

ສຳລັບອຸດໜູນປິ່ນປົວສຸຂະພາບນັ້ນ ແມ່ນໂຮງໝໍເປັນຜູ້ສະໜອງ

ໂດຍກົງໃຫ້ແກ່ສະມາຊິກ ອປສ ແລະ ຄອບຄົວ ດ້ວຍການບໍລິການປິ່ນປົວໂດຍບໍ່ໄດ້ເສຍຄ່າ.ສຳລັບອຸດໜູນໄລຍະສັ້ນ

ແລະ ອຸດໜູນໄລຍະຍາວນັ້ນ, ສະມາຊິກ ອປສ ສາມາດຕິດຕໍ່ຮັບເອົາໄດ້ທີ່

ຫ້ອງການ ອປສ ໂດຍກົງ.  ອ່ານຕໍ່ອີກ....