ຂັ້ນຕອນຂໍຮັບເງິນອຸດໜູນຈາກ ອປສ?

ສະມາຊິກອປສສາມາ​ເກີດ​ສິດ​ຮັບ​ການ​ອຸດ​ໜູນ​ປະ​ເພດ​ຕ່າງໆ ຕາມທີ່ ອປສ ​ໃຫ້ການ​ຄຸ້ມ​ຄອງ ຊຶ່ງ​ຜູ້ກ່ຽວ​ຕ້ອງ​ໄດ້​ຮ້ອງ​ຂໍ​ຮັບ​ເອົາ​ການ​ອຸ​ດໜູນ​ນັ້ນ​ດ້ວຍ​ຕ​ົນ​ເອງ ຫຼື ຜູ້​ຕາງໜ້າພ້ອມ​ທັງປະກອບ​ແບບ​ຟອມຮ້ອງ​ຂໍ​ການອຸດ​ໜູນດັ່ງ​ກ່າວສົ​່ງ​ໃຫ້ ອປສ. ແບບ​ຟອມຮ້ອງ​ຂໍ​ອຸດ​ໜູນ​ທີ່​ຜູ້​ປະກັນ​ຕົນ​ສົ່ງ​ໃຫ້ ອປສ ນັ້ນ ຕ້ອງ​ແມ່ນ​ສະບົບຕົ້ນຊຶ່ງ​ມີ​ລາຍ​ເຊັນຂອງຜູ້​ປະກັນ​ຕົນ​​ແລະລາຍ​ເຊັນຂອງ​ຜູ້​ໃຊ້​ແຮງ​ງານ​ຂອງ​ຜູ້ກ່ຽວ ຫຼື​ບຸກຄົນ​ທີ່​ມີ​ສິດ​ອຳນາດ​ໃນ​ນາມ​ຜູ້​ໃຊ້​ແຮງ​ງານ​ຂອງ​ຜູ້

ກ່ຽວ.ບັນດາ​ເອກະສານ​ອ້າງ​ອີງ​ຕ່າງໆ​ເຊັ່ນ:ໃບ​ຢັ້ງຢືນ​ຂອງ​ແພດກໍ​ຕ້ອງ​ໄດ້​ຕິດ​ຄັດ​ສົ່ງ​ມາ​ໃຫ້ອປສເປັນ​ສະບົບຕົ້ນ​ເຊັ່ນ​ກັນ.ນອກຈາກ​ນີ້​ແລ້ວ, ຜູ້​ທີ່​ຮ້ອງ​ຂໍ​ເງິນ

​ອຸດ​ໜູນ ກໍ​ຍັງ​ຈະ​ຕ້ອງ​ໄດ້​ສຳ​ເນົາ​ບັດ​ປະກັນ​ສັງຄົມ ພ້ອມ​ດ້ວຍ​ບັດປະຈຳຕົວ ຫຼື ປຶ້ມ​ສຳມະ​ໂນ​ຄົວ​ຂອງ​ຜູ້ກ່ຽວ​ສົ່ງ​ໃຫ້ ອປສ ​ເຊັ່ນ​ດຽວ​ກັນ.

1.1 ອຸດໜູນເຈັບປ່ວຍ (ເປັນການຄ້ຳປະກັນໃນເວລາຂາດລາຍໄດ້ຍ້ອນການເຈັບເປັນ)

ໃນ​ໄລຍະ​ທີ່​ເຈັບ​ປ່ວຍຜູ້​ປະກັນ​ຕົນ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍ​ການ​ຂາດ​ລາຍ​ໄດ້ຈາກອປສຊຶ່ງ​ລາຍ​ລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ ​ແມ່ນ​ໄດ້​ກ່າວ

ໄວ້​ຢູ່​ໃນໜ້າປະ​ເພດ​ການ​ອຸດ​ໜູນເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ຜູ້​ທີ່​ຮ້ອງ​ຂໍ​ຕ້ອງ​ໄດ້​ປະກອບ​ແບບ​ຟອມ(ອປສ3-01) ພ້ອມ​ທັງ​ຕິດ​ຄັດ​ບັນ

ດາ​ເອກະສານ​ດັ່ງ​ຕໍ່​ໄປ​ນີ້​ສົ່ງໃຫ້ ອປສ:

ຂໍ້​ຄວນ​ເອົາ​ໃຈ​ໃສ່:ຜູ້​ປະກັນ​ຕົນ​ຕ້ອງ​ຮ້ອງ​ຂໍ​ເອົາ​ເງິນ​ອຸດ​ໜູນ​ເຈັບ​ປ່ວຍພາຍ​ໃນ3​ເດືອນ(90ວັນ) ນັບ​ແຕ່​ມື້​ທີ່​ຜູ້ກ່ຽວ​ອອກ​ຈາກ​ໂຮງໝໍ​ເປັນ​ຕົ້ນ​ໄປ(ມື້​ທີ່​ທ່ານໝໍ​ອອກ​ໃບ​ຢັ້ງຢືນ​ໃຫ້) ຖ້າ​ຫາກ​ກາຍ​ກຳນົດ​ດັ່ງກ່າວ​ນີ້​ແລ້ວ ອປສ ຈະ​ບໍ່​ຮັບ​ພິຈາລະນາ.

1.2 ອຸດ​ໜູນ​ເກີດ​ລູກ - ບຳ​ເນັດ​ເກີດ​ລູກ

ໃນ​ເວລາທີ່​ຜູ້​ກ່ຽວ​ເກີດ​ລູກ ຜູ້​ປະກັນ​ຕົນກໍ​ມີ​ສິດ​ໄດ້​ຮັບ​ເງິນ​ອຸດ​ໜູນ​ເກີດລູກຈາກ ອປສ ຊຶ່ງລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ ​ແມ່ນ​ໄດ້​ກ່າວ​ໄວ້​ຢູ່​ໃນໜ້າ ປະ​ເພດ​ການ​ອຸດ​ໜູນ.ເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ ຜູ້​ທີ່​ຮ້ອງ​ຂໍ​ຕ້ອງ​ໄດ້​ປະກອບ​ແບບ​ຟອມ (ອປສ 3-02) ພ້ອມ​ທັງ​ຕິດ​ຄັດ​ບັນດາ​ເອກະສານ​ດັ່ງ​ຕໍ່​ໄປ​ນີ້​ສົ່ງໃຫ້ ອປສ:

ຂໍ້​ຄວນ​ເອົາ​ໃຈ​ໃສ່: ຜູ້​ປະກັນ​ຕົນ​ຕ້ອງ​ຮ້ອງ​ຂໍ​ເອົາ​ເງິນ​ອຸດ​ໜູນ​ເກີດ​ລູກ-ບຳ​ເນັດ​ເກີດລູກ​ພາຍ​ໃນ 3 ​ເດືອນ(90 ວັນ) ນັບ​ແຕ່​ມື້​ທີ່​ຜູ້ກ່ຽວ​ໄດ້​ເກີດ​ລູກ ຫຼື ຮັບ​ເອ​ົາ​ເດັກ​ມາ​ເປັນ​ລູກລ້ຽງ​ຕົ້ນ​ໄປ ຖ້າ​ຫາກ​ກາຍ​ກຳນົດ​ດັ່ງກ່າວ​ນີ້​ແລ້ວ ອປສ ຈະ​ບໍ່​ຮັບ​ພິຈາລະນາ.

1.3 ອຸດໜູນເສຍຊີວິດ (ສຳລັບເປັນເງິນຊ່ວຍເຫຼືອຄ່າໃຊ້ຈ່າຍໃນພິທີສົ່ງສະການຜູ້ເສຍຊີວິດ)

ໃນ​ກໍລະນີ​ທີ່​ຜູ້​ປະກັນ​ຕົນ ຫຼື ຄູ່​ສົມລົດ ຫຼື ລູກ​ຂອງ​ຜູ້​ກ່ຽວ​ເສຍ​ຊີວິດ​ນັ້ນ ອປສ ກໍ​ຈະ​ສະໜອງ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ໃຫ້​ແກ່​ຄອບຄົວ​ຂອງ​ຜູ້ກ່ຽວ ເພື່​ອເປັນສ່ວນ​ຊ່ວຍ​ເຫຼືອ​ຄ່າ​ໃຊ້​ຈ່າຍ​ສຳລັບ​ພິທີ​ສົ່ງສະການ​ຜູ້​ເສຍ​ຊີວິດ​ນັ້ນ. ລາຍລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ ​ແມ່ນ​ໄດ້​ກ່າວ​ໄວ້​ຢູ່​ໃນໜ້າ ປະ​ເພດ​ການ​ອຸດ​ໜູນ”. ​ເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ ຜູ້​ທີ່​ຮ້ອງ​ຂໍ​ຕ້ອງ​ໄດ້​ປະກອບ​ແບບ​ຟອມ (ອປສ 3-03)ແລະ​ເອກະສານ​ທີ່​ກ່ຽວຂ້ອງ​ໃຫ້ ອປສ ທັນທີ​ພາຍຫຼັງ​ມີ​ການ​ເສຍ​ຊີວິດ:

ຂໍ້​ຄວນ​ເອົາ​ໃຈ​ໃສ່: ການຮ້ອງ​ຂໍ​ເອົາ​ເງິນ​ອຸດ​ໜູນ​ເສຍ​ຊີວິດ ຕ້ອງ​ເຮັດ​ພາຍ​ໃນ 3 ​ເດືອນ(90 ວັນ) ນັບ​ແຕ່​ມື້​​ເສຍ​ຊີວິດ​ຕົ້ນ​ໄປ ຖ້າ​ຫາກ​ກາຍ​ກຳນົດ​ດັ່ງກ່າວ​ນີ້​ແລ້ວ ອປສ ຈະ​ບໍ່​ຮັບ​ພິຈາລະນາ.

1.4 ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ

ຜູ້​ອອກ​ແຮງ​ງານ​ທີ່​ໄດ້​ປະກັນ​ຕົນ​ກັບ ອປສ ​ເມື່ອ​ປະສົບກັບ​ອຸປະຕິ​ເຫດ​ແຮງ​ງານ ຫຼື ພະຍາດ​ອາຊີບ ກໍ​ຈະ​ມີ​ສິດ​ໄດ້​ຮັບ​ການ​ອຸດ​ໜູນ​ຈາກ ອປສ ຊຶ່ງ​ປະກອບ​ດ້ວຍການອຸດ​ໜູນ​ຫຼາຍ​ຮູບ​ແບບ. ລາຍລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ ​ແມ່ນ​ໄດ້​ກ່າວ​ໄວ້​ຢູ່​ໃນໜ້າ ປະ​ເພດ​ການ​ອຸດ​ໜູນ”.ເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ ຜູ້​ທີ່​ຮ້ອງ​ຂໍ​ຕ້ອງ​ໄດ້​ປະກອບ​ແບບ​ຟອມ (ອປສ 3-04)ແລະ ​ເອກະສານ​ຕິດ​ຄັດ​ຕ່າງໆ​ສົ່ງ​ໃຫ້ ອປສດັ່ງ​ນີ້:

ຂໍ້​ຄວນ​ເອົາ​ໃຈ​ໃສ່:ຜູ້​ປະກັນ​ຕົນ​ຕ້ອງ​ຮ້ອງ​ຂໍ​ເອົາ​ເງິນ​ອຸດ​ໜູນ​ອຸປະຕິ​ເຫດ​ແຮງ​ງານຫຼືພະຍາດ​ອາຊີບພາຍ​ໃນ3ເດືອນ(90ວັນ) ນັບ​ແຕ່​ມື້​ທີ່​ຜູ້ກ່ຽວ​ອອກ​ຈາກ​ໂຮງໝໍ​ເປັນ​ຕົ້ນ​ໄປ(ມື້​ທີ່​ທ່ານໝໍ​ອອກ​ໃບ​ຢັ້ງຢືນ​ໃຫ້) ຖ້າ​ຫາກ​ກາຍ​ກຳນົດ​ດັ່ງກ່າວ​ນີ້​ແລ້ວ ອປສ ຈະ​ບໍ່​ຮັບ​ພິຈາລະນາ.

1.5 ອຸດໜູນບຳນານ

ຜູ້​ປະກັນ​ຕົນ​ທີ່​ມີ​ອາຍຸ​ຄົບ 60 ປີ ​ແລະ ​ໄດ້​ຈ່າຍ​ເງິນ​ສົມທົບ​ເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ແລ້ວ​ຢ່າງ​ໜ້ອຍ 5 ປີ ກໍ​ຈະ​ມີ​ສິດ​ໄດ້​ຮັບ​ອຸດ​ໜູນ​ບຳນານ​ຈາກ ອປສ. ​ໃນ​ກໍລະນີ​ທີ່​​ໄດ້ຈ່າຍ​ເງິນ​ສົມທົບບໍ່​ເຖິງ 5 ​ປີ ກໍ​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ​(ບຳ​ເນັດ)ຈາກ ອປສ. ລາຍລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ແມ່ນ​ໄດ້​ກ່າວ​ໄວ້​ຢູ່​ໃນໜ້າ ປະ​ເພດ​ການ​ອຸດ​ໜູນ”.ເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ ຜູ້​ທີ່​ຮ້ອງ​ຂໍ​ຕ້ອງ​ໄດ້​ປະກອບ​ແບບ​ຟອມ (ອປສ 3-05)ແລະ ​ເອກະສານ​ຕິດ​ຄັດ​ຕ່າງໆ​ສົ່ງ​ໃຫ້ ອປສ ດັ່ງ​ນີ້:

1.6 ອຸດໜູນຄອບຄົວຂອງຜູ້ເສຍຊີວິດ

ສະມາຊິກ​ຄອບຄົວ​ຂອງ​ຜູ້​ປະກັນ​ຕົນ​ທີ່​ເສຍ​ຊີວິດ ຫຼື ຜູ້​ຮັບ​ບຳນານ​ນຳ ອປສ ທີ່​ເສຍ​ຊີວິດ ກໍ​ຈະ​ມີ​ສິດ​ໄດ້​ຮັບ​ອຸດ​ໜູນ​ຄອບຄົວ​ຜູ້​ເສຍ​ຊີວິດ​ຈາກ ອປສ ຖ້າ​ຫາກ​ວ່າ​ຜູ້​ປະກັນ​ຕົນ​ທີ່​ເສຍ​ຊີວິດ​ນັ້ນ ຫາກ​ໄດ້​ຈ່າຍ​ເງິນ​ສົມທົບ​ເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ແລ້ວ​ຢ່າງ​ໜ້ອຍ 5 ປີ. ລາຍລະອຽດ​ກ່ຽວ​ກັບ​ການ​ອຸດ​ໜູນ​ປະ​ເພດ​ນີ້ ​ແມ່ນ​ໄດ້​ກ່າວ​ໄວ້​ຢູ່​ໃນໜ້າ ປະ​ເພດ​ການ​ອຸດ​ໜູນ”.ເພື່ອ​ຮ້ອງ​ຂໍ​ເອ​ົາ​ເງິນ​ອຸດ​ໜູນ​ປະ​ເພດ​ນີ້ ຜູ້​ທີ່​ຮ້ອງ​ຂໍ​(ສະມາຊິກ​ຄອບ​ຄົວ​ທີ່​ຍັງ​ມີ​ຊີວິດ​ຢູ່) ຕ້ອງ​ໄດ້​ປະກອບ​ແບບ​ຟອມ (ອປສ 3-06)ແລະ ​ເອກະສານ​ຕິດ​ຄັດ​ຕ່າງໆ​ສົ່ງ​ໃຫ້ ອປສ ດັ່ງ​ນີ້: