ການຈ່າຍເງິນສົມທົບ
ສະມາຊິກອປສ ທຸກຄົນເຖິງວ່າຈະໄດ້ປະກັນຕົນນຳ ອປສ ແບບບັງຄັບ ຫຼື ສະໝັກໃຈກໍຕາມ ຕ້ອງໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມທຸກໆເດືອນ ໂດຍຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ.
ຜູ້ໃຊ້ແຮງງານມີໜ້າທີ່ໂອນເງິນສົມທົບທັງສ່ວນຂອງຕົນເອງ ແລະ ສ່ວນຂອງຜູ້ອອກແຮງງານ ເຂົ້າກອງທຶນປະກັນສັງຄົມ. ອັດຕາເງິນສົມທົບທັງໝົດ ແມ່ນເທົ່າກັບ 9.5% ຂອງເງິນເດືອນຜູ້ອອກແຮງງານແຕ່ລະຄົນ ຊຶ່ງ ອປສ ໄດ້ກຳນົດເພດານເງິນເດືອນທີ່ຈະນຳມາຄິດໄລ່ເປັນເງິນສົມທົບໄວ້ສູງສຸດແມ່ນ 1,500,000 ກີບ ໝາຍຄວາມວ່າຜູ້ໃດທີ່ມີເງິນເດືອນສູງກວ່ານີ້ ກໍໃຫ້ເອົາພຽງແຕ່ 1,500,000 ກີບ ເທົ່ານັ້ນ ມາຄິດໄລ່ເປັນເງິນສົມທົບ. ໃນອັດຕາເງິນສົມທົບ 9.5% ນີ້ໄດ້ມາຈາກ ຜູ້ໃຊ້ແຮງງານຈ່າຍ 5% ແລະ ຜູ້ອອກແຮງງານຈ່າຍ 4.5% ໂດຍແຕ່ລະເດືອນຜູ້ໃຊ້ແຮງງານ ມີໜ້າທີ່ຫັກເງິນສົມທົບສ່ວນທີ່ເປັນຂອງຜູ້ອອກແຮງງານ ຈາກເງິນເດືອນຂອງຜູ້ອອກແຮງງານນັ້ນເອງ ເພື່ອຈ່າຍເຂົ້າກອງທຶນປະກັນສັງຄົມ. ຖ້າຜູ້ໃຊ້ແຮງງານຫາກບໍ່ຫັກເງິນສົມທົບໃນສ່ວນທີ່ເປັນຄວາມຮັບຜິດຊອບຂອງຜູ້ອອກແຮງງານໄວ້ແລ້ວ ຜູ້ໃຊ້ແຮງງານກໍຕ້ອງມີພັນທະຈ່າຍເງິນສົມທົບທັງໝົດເຂົ້າກອງທຶນປະກັນສັງຄົມພຽງແຕ່ຝ່າຍດຽວ.
ລາຍຮັບຂອງກອງທຶນປະກັນສັງຄົມ ໄດ້ມາຈາກໃສແດ່?
ແຫຼ່ງລາຍຮັບຂອງກອງທຶນປະກັນສັງຄົມໄດ້ມາຈາກ:
ເງິນສົມທົບຈາກຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ (9.5% ຂອງເງິນເດືອນຜູ້ອອກແຮງງານ)
ເງິນດອກເບ້ຍຈາກການລົງທຶນຂອງກອງທຶນ
ແຫຼ່ງລາຍຮັບອື່ນ (ເຊັ່ນ: ເງິນຊ່ວຍໜູນຈາກລັດຖະບານ ແລະ ພາກສ່ວນຕ່າງໆ, ເງິນປັບໄໝຈາກການຈ່າຍເງິນສົມທົບຊັກຊ້າ ແລະ ອື່ນໆ)
ກອງທຶນປະກັນສັງຄົມ ປະກອບດ້ວຍກອງທຶນຍ່ອຍໃດແດ່?
ກອງທຶນປະກັນສັງຄົມແບ່ງອອກເປັນ 4 ກອງທຶນຍ່ອຍດັ່ງນີ້:
ກອງທຶນປະກັນສຸຂະພາບ (ນຳໃຊ້ສຳລັບອຸດໜູນປິ່ນປົວສຸຂະພາບ)
ກອງທຶນອຸດໜູນໄລຍະສັ້ນ (ນຳໃຊ້ສຳລັບອຸດໜູນເກີດລູກ, ອຸດໜູນເຈັບປ່ວຍ ແລະ ອຸດໜູນເສຍຊີວິດ)
ກອງທຶນອຸດໜູນໄລຍະຍາວ (ນຳໃຊ້ສຳລັບອຸດໜູນບຳນານ, ອຸດໜູນເສຍອົງຄະ ແລະ ອຸດໜູນຄອບຄົວຂອງຜູ້ເສຍຊີວິດ)
ກອງທຶນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ຊຶ່ງນຳໃຊ້ສະເພາະແຕ່ກໍລະນີອຸປະຕິເຫດແຮງງານ ແລະ ພະຍາດອາຊີບເທົ່ານັ້ນ.
ຜູ້ໃຊ້ແຮງງານ (ນາຍຈ້າງ) ມີພັນທະຫຍັງແດ່ຕໍ່ການປະກັນສັງຄົມ?
1./ ການຂຶ້ນທະບຽນ:
ສິ່ງທຳອິດທີ່ຜູ້ໃຊ້ແຮງງານຕ້ອງໄດ້ປະຕິບັດ ກໍຄືການຂຶ້ນທະບຽນປະກັນສັງຄົມນຳ ອປສ ຊຶ່ງວິສາຫະກິດທີ່ມີພະນັກງານແຕ່ 10 ຄົນຂຶ້ນໄປ ຈຳຕ້ອງໄດ້ຂຶ້ນທະບຽນໂດຍບັງຄັບ ແລະ ສຳລັບວິສາຫະກິດທີ່ມີພະນັກງານຕຳ່ກວ່າ 10 ຄົນ ກໍສາມາດສະໝັກໃຈເຂົ້າເປັນສະມາຊິກ ອປສ ໄດ້. ໃນການຂຶ້ນທະບຽນ ຜູ້ໃຊ້ແຮງງານຕ້ອງໄດ້ປະກອບແບບຟອມ(SSO 1-01)ແລະ ຜູ້ອອກແຮງງານກໍຕ້ອງໄດ້ປະກອບແບບຟອມ (SSO 1-02).ແລ້ວນຳສົ່ງໃຫ້ ອປສ.
2./ ການລາຍງານປະຈຳເດືອນ
ໃນແຕ່ລະເດືອນຜູ້ໃຊ້ແຮງງານຕ້ອງໄດ້ແຈ້ງໃຫ້ ອປສ ຊາບກ່ຽວກັບເງິນເດືອນຂອງຜູ້ອອກແຮງງານແຕ່ລະຄົນ ພ້ອມດ້ວຍຂໍ້ມູນການເພີ່ມ ຫຼື ຫຼຸດຂອງຈຳນວນຜູ້ອອກແຮງງານ. ສຳລັບຜູ້ອອກແຮງງານທີ່ເຂົ້າວຽກໃໝ່ ກໍຕ້ອງໄດ້ແຂ້ງຂຶ້ນທະບຽນນຳ ອປສ SSO. ແລະ ສຳລັບຜູ້ທີ່ອອກຈາກວຽກ ກໍຕ້ອງໄດ້ແຈ້ງໃຫ້ ອປສ ຊາບເຊ່ັນກັນ ພ້ອມທັງລະບຸວ່າຜູ້ກ່ຽວໄດ້ອອກຈາກວຽກນັບແຕ່ມື້ໃດ.
ແບບຟອມທີ່ໃຊ້ປະກອບສຳລັບການແຈ້ງຈ່າຍເງິນສົມທົບ ແລະ ກໍລະນີອື່ນໆທີ່ກ່ຽວຂ້ອງປະກອບ
ແບບສະແດງການຈ່າຍເງິນສົມທົບ ອປສ SSO 2-01 (ແບບລວມ)
ແບບສະແດງການຈ່າຍເງິນສົມທົບ ອປສ SSO 2-02 (ແບບລະອຽດ)
ແບບແຈ້ງການອອກວຽກຂອງຜູ້ປະກັນຕົນ ອປສ SSO 1-07
ແບບແຈ້ງຜູ້ປະກັນຕົນກັບເຂົ້າເຮັດວຽກ ຊຶ່ງນຳໃຊ້ສຳລັບຜູ້ທີ່ເຄີຍຂຶ້ນທະບຽນເປັນຜູ້ປະກັນຕົນມາແລ້ວ ອປສ SSO 1-04
ແບບແຈ້ງການປ່ຽນແປງຂໍ້ມູນຂອງວິສາຫະກິດ ອປສ SSO 1-06
ຖ້າຫາກວິສາຫະກິດກ່ຽວຂ້ອງຫາກນຳໃຊ້ລະບົບຄອມພິວເຕີ ແລ້ວ ອປສ ຈະສະໜອງແບບມາດຕະຖານ(ສູດ) ທີ່ໃຊ້ສຳລັບການຄິດໄລ່ເງິນສົມທົບໃຫ້ ຊຶ່ງເອີ້ນວ່າແບບຟອມ ອປສ SSO2-02. ແຕ່ໃນເວລາແຈ້ງຈ່າຍເງິນສົມທົບນັ້ນ ວິສາຫະກິດຕ້ອງໄດ້ພິມແບບຄິດໄລ່ເງິນສົມທົບດັ່ງກ່າວອອກເປັນເອກະສານໃຫ້ ອປສ ລວມທັງແບບແຈ້ງຈ່າຍເງິນສົມທົບ ອປສ 2-01 ທີ່ພະນັກງານ ອປສ ຕ້ອງໄດ້ລົງລາຍເຊັນ ແລະ ປະທັບກາໄວ້.
ການຄິດໄລ່ ແລະ ຂັ້ນຕອນການຈ່າຍເງິນສົມທົບ:
ການຄິດໄລ່ເງິນສົມທົບຂອງຜູ້ອອກແຮງງານແຕ່ລະຄົນ ແມ່ນອີງຕາມເງິນເດືອນຕົວຈິງຂອງຜູ້ກ່ຽວໃນເດືອນນັ້ນ ໂດຍມີເພດານເງິນເດືອນທີ່ນຳມາຄິດໄລ່ເງິນສົມທົບສູງສຸດ 1,500,000 ກີບ/ຄົນ ໝາຍຄວາມວ່າຜູ້ອອກແຮງງານໃດທີ່ມີເງິນເດືອນຫຼາຍກວ່າ 1,500,000 ກີບ ກໍໃຫ້ເອົາພຽງແຕ່ 1,500,000 ກີບ ເທົ່ານັ້ນມາຄິດໄລ່.
ການຈ່າຍເງິນສົມທົບ ຕ້ອງຈ່າຍເປັນລາຍເດືອນ ແລະ ຊ້າສຸດຕ້ອງບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ. ຜູ້ໃຊ້ແຮງງານ ມີພັນທະນຳເອົາເງິນສົມທົບທັງໝົດ ທັງສ່ວນທີ່ເປັນຄວາມຮັບຜິດຂອງຕົນເອງ ແລະ ສ່ວນທີ່ເປັນຄວາມຮັບຜິດຊອບຂອງຜູ້ອອກແຮງງານ ມາຈ່າຍເຂົ້າກອງທຶນປະກັນສັງຄົມ.
ຜູ້ໃຊ້ແຮງງານສາມາດຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມຜ່ານບັນຊີທະນາຄານທີ່ ອປສ ກຳນົດໃຫ້ ໂດຍສາມາດໂອນເງິນເຂົ້າບັນຊີດ້ວຍເງິນໂອນ, ດ້ວຍແຊັກ ຫຼື ກໍໄດ້.
ການປັບໃໝໃນກໍລະນີຈ່າຍເງິນສົມທົບຊັກຊ້າ:
ການບໍ່ປະຕິບັດພັນທະໃນການຈ່າຍເງິນສົມທົບ ຫຼື ຈ່າຍເງິນສົມທົບຊັກຊ້ານັ້ນ ຜູ້ໃຊ້ແຮງງານຈະ ຕ້ອງໄດ້ຈ່າຍເພີ່ມອີກ 2% ຂອງຈຳນວນເງິຍສົມທົບທັງໝົດ ເພື່ອເປັນຄ່າປັບໃໝ ຕາມໄລຍະການຄ້າງຈ່າຍ ທີ່ໄດ້ລະບຸໄວ້ໃນລະບຽບການຂອງ ອປສ.
ການໂອນເງິນເຂົ້າບັນຊີທະນາຄານຂອງ ອປສ:
ຜູ້ໃຊ້ແຮງງານສາມາດຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ໂດຍການໂອນເງິນເຂົ້າບັນຊີຂອງ ອປສ ຕາມທະນາຄານດັ່ງຕໍ່ໄປນີ້:
ທະນາຄານ |
ເລກບັນຊີ |
|
1. |
ການຄ້າຕ່າງປະເທດລາວ |
010.00.4521008.00031.1 |
2. |
ລາວ-ຫວຽດ |
010.00.11.9.000014 |
3. |
ພັດທະນາລາວ |
00.4521001.00048 |
ໃນການໂອນເງິນເຂົ້າບັນຊີທຸກຄັ້ງ ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:
• ວິສາຫະກິດຕ້ອງໄດ້ກະກຽມ ແລະ ປະກອບແບບຟອມ ອປສ 2-01 ແລະ ອປສ 2-02 ຢ່າງລະ 3 ສະບັບ ໂດຍພາຍຫຼັງທີ່ທະນາຄານໄດ້ລົງລາຍເຊັນ ແລະ ປະທັບກາລົງໃນແບບຟອມ ອປສ 2-01 ແລ້ວ ວິສາຫະກິດກ່ຽວຂ້ອງຕ້ອງໄດ້ເກັບຮັກສາເອກະສານ 1 ຊຸດໄວ້ສຳລັບເປັນຫຼັກຖານອ້າງອີງສຳລັບວຽກບັນຊີຂອງຕົນເອງ ແລະ ສ່ວນທີ່ຍັງເຫຼືອ 2 ສຳບັບນັ້ນ ຕ້ອງນຳສົ່ງໃຫ້ ອປສ.
• ສຳລັບເອກະສານປະກອບອື່ນໆທີ່ໃຊ້ກັບແບບຟອມທັງສອງຊະນິດນັ້ນ ວິສາຫະກິດຕ້ອງໄດ້ເກັບຮັກສາສະບັບຕົ້ນໄວ້, ອີກສະບັບໜຶ່ງທະນາຄານຈະເກັບຮັກສາໄວ້ ເພື່ອເປັນເອກະສານ ອ້າງອີງ ແລະ ສະບັບທີສາມຕ້ອງໄດ້ແນບຕິດມາກັບແບບຟອມສະແດງການຈ່າຍເງິນສົມທົບ ແລ້ວມອບໃຫ້ ອປສ.
• ສຳລັບຂໍ້ມູນສຳຄັນທີ່ຕ້ອງໄດ້ປະກອບລົງໃນແບບສະແດງການຈ່າຍເງິນສົມທົບນັ້ນ ປະກອບດ້ວຍ: ລະຫັດວິສາຫະກິດ, ຊື່ວິສາຫະກິດ ແລະ ລະບຸພ້ອມວ່າເງິນດັ່ງກ່າວເປັນເງິນສົມທົບຂອງເດືອນ ແລະ ປີໃດ. ຈຳນວນເງິນສົມທົບລວມທັງໝົດຕ້ອງໃຫ້ກົງກັບຕົວເລກທີ່ໄດ້ລະບຸລົງໃນແບບຟອມ ອປສ 2-01.
ຫຼັກການສຳລັບການຈ່າຍເງິນສົມທົບດ້ວຍແຊັກ:
ການປະກອບແບບສະແດງການຈ່າຍເງິນສົມທົບ
ວິສາຫະກິດທີ່ໄດ້ຂຶ້ນທະບຽນປະກັນສັງຄົມນຳ ອປສ ຕ້ອງໄດ້ປະກອບແບບຟອມແຈ້ງຈ່າຍງິນສົມທົບ ອປສ 2-01 ແລະ ອປສ 2-02. ສຳລັບ: ລະຫັດວິສາຫະກິດ ນັ້ນ ອປສ ຈະເປັນຜູ້ອອກໃຫ້ແລະລະຫັດດັ່ງກ່າວຈະສະແດງໃຫ້ເຫັນຢູ່ທີ່ໃບຢັ້ງຢືນການຂຶ້ນທະບຽນນຳ ອປສ.
ໃນເວລາຈ່າຍເງິນສົມທົບ, ແບບສະແດງການຈ່າຍເງິນສົມທົບ (ອປສ 2-02) ຕ້ອງຖືກປະກອບຢ່າງຄົບຖ້ວນທຸກຄັ້ງ ແລະ ພ້ອມທັງຕ້ອງໄດ້ແຈ້ງບັນດາລາຍຊື່ຂອງຜູ້ອອກແຮງງານທີ່ໄດ້ຈ່າຍເງິນສົມທົບໃນເດືອນນັ້ນເຂົ້ານຳ. ຖ້າຈຳນວນຜູ້ອອກແຮງງານເພີ່ມຂຶ້ນຫຼາຍຈົນມີລາຍຊື່ເກີນຂອບເຂດແບບຟອມທີ່ ອປສ ໄດ້ສະໜອງໃຫ້ນັ້ນ ກໍໃຫ້ປະກອບໜ້າເຈ້ຍໃບໃໝ່ເຂົ້າເລື້ອຍໆຈົນພຽງພໍກັບລາຍຊື່ຂອງຜູ້ອກແຮງງານ.ຈຳນວນເງິນສົມທົບລວມທັງໝົດທີ່ໄດ້ລະບຸລົງໃນແບບອປສ 2-02 ຕ້ອງໃຫ້ກົງກັບຈຳນວນລວມທີ່ໄດ້ລະບຸໄວ້ໃນແບບ ອປສ 2-01 ຊຶ່ງໃນແຕ່ລະໜ້ານັ້ນວິສາຫະກິດຕ້ອງໄດ້ລົງລາຍເຊັນ ແລະ ປະທັບກາກຳກັບໄວ້.
ຈຳນວນເງິນສົມທົບທີ່ວິສາຫະກິດຈ່າຍເຂົ້າກອງທຶນປະກັນສັງຄົມ ຕ້ອງເທົ່າກັນກັບຈຳນວນເງິນສົມ ທົບທັງໝົດທີ່ໄດ້ລາຍງານຢູ່ໃນແບບຟອມ ອປສ 2-01.
ຊື່ ແລະ ນາມສະກຸນຂອງຜູ້ອອກແຮງງານທີ່ລະບຸຢູ່ໃນແບບຟອມ ອປສ 2-02 ຕ້ອງໃຫ້ຖືກຕ້ອງກັບຊື່ ແລະ ນາມສະກຸນທີ່ໄດ້ລະບຸໄວ້ໃນບັດປະກັນສັງຄົມຂອງຜູ້ກ່ຽວ. ຜູ້ໃຊ້ແຮງງານ ຕ້ອງກວດກາເລກລະຫັດປະກັນສັງຄົມຂອງຜູ້ອອກແຮງງານແຕ່ລະຄົນໃຫ້ຖືກຕ້ອງທຸກໆເທື່ອທີ່ມີການຈ່າຍເງິນສົມທົບ ເພື່ອຫຼີກເວັ້ນຂໍ້ຫຍຸ້ງຍາກສັບສົນຕ່າງໆ.