ການຂຶ້ນທະບຽນເປັນສະມາຊິກ
ການປະກັນສັງຄົມ ແມ່ນລະບົບປົກປ້ອງທາງສັງຄົມອັນໜຶ່ງທີ່ບັງຄັບໃຊ້ຕໍ່ບັນດາຜູ້ໃຊ້ແຮງງານ(ນາຍຈ້າງ) ແລະ ຜູ້ອອກແຮງງານ(ລູກຈ້າງ) ຊຶ່ງເຮັດວຽກຢູ່ໃນວິສາຫະກິດທີ່ມີຜູ້ອອກແຮງງານແຕ່ 10 ຄົນຂຶ້ນໄປ ຕາມທີ່ໄດ້ກຳນົດໄວ້ດຳລັດນາຍົກລັດຖະມົນຕີສະບັບເລກທີ 207/ນຍ. ພ້ອມດຽວກັນນີ້, ບັນດາວິສາຫະກິດຂະໜາດນ້ອຍ ທີ່ມີຜູ້ອອກແຮງງານບໍ່ເຖິງ 10 ຄົນ ກໍຍັງສາມາດສະໝັກເຂົ້າເປັນສະມາຊິກຂອງ ອປສ ໄດ້ ເພື່ອສະໜອງການປົກປ້ອງທາງສັງຄົມໃຫ້ແກ່ຜູ້ອອກແຮງງານຂອງຕົນ ຢ່າງເໝາະສົມ.
ບັນດາແບບຟອມສຳລັບຂຶ້ນທະບຽນເຂົ້າເປັນສະມາຊິກ ອປສ ແມ່ນມີຢູ່ທີ່ ຫ້ອງການ ອປສ ແລະ ທາງອິນເຕີເນັດ ຊຶ່ງຕາມປົກກະຕິແລ້ວວິສາຫະກິດໃດທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ຈຳເປັນຕ້ອງໄດ້ເຂົ້າເປັນສະມາຊິກຂອງ ອປສ ແບບບັງຄັບນັ້ນ ຈະໄດ້ຮັບແບບຟອມຈາກ ອປສ ໂດຍກົງເລີຍ. ຫຼັງຈາກໄດ້ຮັບແບບຟອມແລ້ວ ວິສາຫະກິດກ່ຽວຂ້ອງກໍຕ້ອງປະກອບຂໍ້ມູນ ຕາມທີ່ ອປສ ຕ້ອງການລົງໃນແບບຟອມ.
ສຳລັບວິສາຫະກິດທີ່ຂຶ້ນທະບຽນເຂົ້າເປັນສະມາຊິກ ອປສ ເປັນຄັ້ງທຳອິດ ມີ 2 ແບບຟອມທີ່ຕ້ອງໄດ້ປະກອບດັ່ງນີ້:
ແບບຟອມຂຶ້ນທະບຽນວິສາຫະກິດ (SSO 1-01)
ແບບຟອມຂຶ້ນທະບຽນຜູ້ອອກແຮງງານ ຊຶ່ງໃນທີ່ນີ້ຜູ້ອກແຮງງານແຕ່ລະຄົນຕ້ອງໄດ້ປະກອບຂໍ້ມູນສ່ວນຕົວຂອງຕົນເອງ ພ້ອມດ້ວຍສະມາຊິກຄອບຄົວ ໃຫ້ແກ່ ອປສ.
ພາຍຫຼັງທີ່ໄດ້ຮັບແບບຟອມຈາກ ອປສ ແລ້ວ ວິສາຫະກິດ ແລະ ບັນດາຜູ້ອອກແຮງງານກ່ຽວຂ້ອງ ຕ້ອງໄດ້ປະກອບແບບຟອມ ແລະ ພ້ອມກັນສົ່ງແບບຟອມດັ່ງກ່າວໃຫ້ແກ່ ອປສ ພາຍໃນເວລາ 1 ເດືອນ ຊຶ່ງອປສ. ເອງກໍມີພະນັກງານທີ່ໃຫ້ຄຳແນະນຳກ່ຽວກັບການປະກອບແບບຟອມໃຫ້ແກ່ທາງວິສາຫະກິດ. ຖ້າຫາກວິສາຫະກິດໃດ ຕ້ອງການຢາກໃຫ້ ອປສ ພວກເຮົາຊ່ວຍແນະນຳ ກໍສາມາດຕິດຕໍ່ຫາພວກເຮົາໄດ້.
ການຂຶ້ນທະບຽນສຳລັບພະນັກງານທີ່ເຂົ້າເຮັດວຽກໃໝ່:
ໃນກໍລະນີທີ່ໄດ້ຮັບເອົາພະນັກງານໃໝ່ເຂົ້າມາເຮັດວຽກ ຜູ້ໃຊ້ແຮງງານຕ້ອງໄດ້ແຈ້ງໃຫ້ ອປສ ຊາບພາຍໃນເດືອນທີ່ຜູ້ກ່ຽວໄດ້ເຂົ້າເຮັດວຽກນັ້ນ ໂດຍ ອປສ ມີ 2 ປະເພດແບບຟອມໃຫ້ປະກອບດັ່ງນີ້:
ສຳລັບພະນັກງານໃໝ່ ທີ່ເຄີຍຂຶ້ນທະບຽນນຳ ອປສ ມາກ່ອນແລ້ວ ບໍ່ວ່າຈະເປັນການຂຶ້ນທະບຽນຢູ່ວິສາຫະກິດອື່ນ ຫຼື ເປັນພະນັກງານເກົ່າຂອງບໍລິສັດ ທີ່ກັບຄືນມາເຮັດວຽກອີກເທື່ອໃໝ່ ກໍ່ໃຫ້ປະກອບຂໍ້ມູນຂອງຜູ້ກ່ຽວລົງໃນແບບຟອມ (SSO 1-04).
ການແຈ້ງໃນກໍລະນີທີ່ພະນັກງານອອກຈາກວຽກ ຫຼື ຖືກຢຸດຈ້າງງານ:
ໃນກໍລະນີທີ່ການຈ້າງງານໄດ້ສິ້ນສຸດລົງ ຊຶ່ງອາດຈະເກີດຈາກການກະສຽນບຳນານ, ການລາອອກຈາກວຽກ, ການປົດປ່ອຍພະນັກງານ ຫຼື ການເສຍຊີວິດ ຜູ້ໃຊ້ແຮງງານ ກໍຕ້ອງໄດ້ລາຍງານໃຫ້ ອປສ ຊາບໂດຍຕ້ອງປະກອບຂໍ້ມູນກ່ຽວຂ້ອງລົງໃນແບບຟອມ (SSO 1-07). ທັງນີ້ກໍເພື່ອເປັນການຊ່ວຍບໍ່ໃຫ້ຜູ້ໃຊ້ແຮງງານຈ່າຍເງິນສົມທົບໂດຍບໍ່ຈຳເປັນ.
ພາຍຫຼັງທີ່ວິສາຫະກິດໄດ້ປະກອບແບບຟອມຂຶ້ນທະບຽນ ແລະ ໄດ້ນຳສົ່ງ ອປສ ຢ່າງຄົບຖ້ວນແລ້ວ, ອປສ ກໍຈະອອກໃບຢັ້ງຢືນການຂຶ້ນທະບຽນປະກັນສັງຄົມ ແລະ ອອກບັດປະກັນສັງຄົມໃຫ້ແກ່ຜູ້ອອກແຮງງານແຕ່ລະຄົນ. ອປສ ຈະຖືວ່າຜູ້ອອກແຮງງານໄດ້ເປັນຜູ້ປະກັນຕົນ ນັບແຕ່ມື້ທຳອິດທີ່ບໍລິສັດຂອງພວກກ່ຽວໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມເປັນຕົ້ນໄປ.