ອຸດໜູນປິ່ນປົວສຸຂະພາບ.
ອປສ ໃຫ້ການຄຸ້ມຄອງການປິ່ນປົວສຸຂະພາບຂອງສະມາຊິກທັງຄອບຄົວ(ຄູ່ສົມລົດ ແລະ ລູກທີ່ມີອາຍຸຕ່ຳກ່ວາ 18 ປີ) ໂດຍບໍ່ຈຳກັດຈຳນວນເງິນ ແລະ ຄັ້ງປິ່ນປົວ, ສະມາຊິກ ອປສ ສາມາດເຂົ້າຮັບການບໍລິການປິ່ນປົວສຸຂະພາບຈົນຫາຍດີ ຢູ່ໃນໂຮງໝໍທີ່ຜູ້ປະກັນຕົນໄດ້ເລືອກຊຶ່ງໃນປະຈຸບັນນີ້ ອປສ ມີສັນຍາໃຫ້ ບໍລິການປິ່ນປົວຢູ່ ໂຮງໝໍດັ່ງຕໍ່ໄປນີ້:
1.) ນະຄອນຫຼວງວຽງຈັນ: ມີໂຮງໝໍ(ມະໂຫສົດ, ເສດຖາທິຣາດ ແລະ ມິດຕະພາບ)
2.) ແຂວງວຽງຈັນ: ໂຮງໝໍ ແຂວງວຽງຈັນ(ມາເຣຍ ເຕເລຊາ) ແລະ ໂຮງໝໍເມືອງ ວັງວຽງ
3.) ແຂວງສະຫວັນນະເຂດ: ໂຮງໝໍ ແຂວງສະຫວັນນະເຂດ
4.) ແຂວງຕຳມ່ວນ: ໂຮງໝໍ ແຂວງຄຳມ່ວນ, ໂຮງໝໍເມືອງ ນາກາຍ, ມະຫາໄຊ ແລະ ຍົມມະລາດ
5.) ແຂວງບໍລິຄຳໄຊ: ໂຮງໝໍ ແຂວງບໍລິຄຳໄຊ
6.) ແຂວງຈຳປາສັກ: ໂຮງໝໍ ແຂວງຈຳປາສັກ
ໃຜແດ່ທີ່ຈະມີສິດເຂົ້າຮັບການບໍລິການປິ່ນປົວ? ສະມາຊິກ ອປສ (ຜູ້ປະກັນຕົນ) ທຸກຄົນທີ່ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແລະ ຄອບຄົວ ຂອງເຂົາເຈົ້າ ເປັນຜູ້ມີສິດໄດ້ຮັບອຸດໜູນປິ່ນປົວສຸຂະພາບ ຊຶ່ງສະມາຊິກຄອບຄົວນັ້ນໄດ້ແກ່ ຄູ່ສົມລົດ ແລະ ລູກຂອງຜູ້ປະກັນຕົນທີ່ມີອາຍຸຕຳ່ກວ່າ 18 ປີ. (ນັບລວມທັງ ລູກນ້າ ແລະ ລູກລ້ຽງ ທີ່ມີເອກະສານຢັ້ງຢືນ ຖືກຕ້ອງຕາມສະມະໂນຄົວ ຂອງຜູ້ປະກັນຕົນ).
ອຸດໜູນປິ່ນປົວສຸຂະພາບນີ້ມີໄລຍະການຈ່າຍເງິນສົມທົບ 3 ເດືອນ,ບໍ່ວ່າຈະເປັນການຈ່າຍແບບຕໍ່
ເນື່ອງຢູ່ບໍລິສັດດຽວ ຫຼື ວ່າມີເງິນສົມທົບຢູ່
ບໍລິສັດ
ອື່ນ ມາກ່ອນແລ້ວ ແລະ ມາສືບຕໍ່ຈ່າຍຢູ່ບໍລິສັດໃໝ່ (ພາຍໃນໄລຍະເວລາ 1 ປີຫາກຍັງມີເງິນສົມທົບບໍ່ຫຼຸດ 3 ເດືອນກໍ່ຖືວ່າຜູ້ກ່ຽວກໍ່ສາມາດ ນຳໃຊ້ບັດປະກັນສັງ
ຄົມໄດ້ເລີຍ).
ໃນກໍລະນີທີ່ສະມາຊິກ ອປສ ໄດ້ອອກຈາກວຽກນັ້ນ ເຂົາເຈົ້າ ແລະ ຄອບຄົວ ກໍຍັງສາມາດມີສິດໄປປິ່ນປົວສຸຂະພາບ ໄດ້ຕື່ມອີກ 3 ເດືອນນັບແຕ່ມື້ທີ່ໄດ້ອອກຈາກວຽກເປັນຕົ້ນໄປ. ຫຼັງຈາກນັ້ນຖ້າຫາກວ່າຜູ້ ກ່ຽວເຂົ້າເຮັດວຽກຢູ່ບ່ອນໃໝ່ ກໍ່ສາມາດແຈ້ງບັດປະກັນສັງຄົມເກົ່າທີ່ມີຢູ່ແລ້ວ ເພື່ອສືບຕໍ່ເປັນສະມາຊິກ ແລະ ນອກຈາກນີ້ສຳລັບຜູ້ທີ່ ບໍ່ໄດ້ກັບເຂົ້າສູ່ຕະຫຼາດແຮງງານ ຫຼື ອອກໄປສ້າງເສດຖະກິດຄອບຄົວຂອງຕົວ ເອງກໍ່ສາມາດ ສືບຕໍ່ຈ່າຍດ້ວຍການເຂົ້າສູ່ລະບົບປະກັນສັງຄົມພາກສະໝັກໃຈຂອງ ອປສໄດ້.
ເງື່ອນໄຂໃນການເຂົ້າຮັບບໍລິການປິ່ນປົວ:
ສະມາຊິກ ອປສ ທຸກຄົນຕ້ອງເລືອກໂຮງໝໍທີ່ເປັນຄູ່ສັນຍາກັບ ອປສ ໂຮງໝໍໃດໂຮງໝໍໜຶ່ງ ເພື່ອເປັນ ບ່ອນປິ່ນປົວຕົນເອງ ແລະ ຄອບຄົວໃນເວລາເຈັບເປັນ ໝາຍຄວາມວ່າທຸກກໍລະນີການເຈັບເປັນເນື່ອງ ຈາກສຸຂະພາບເຂົາເຈົ້າຕ້ອງເຂົ້າຮັບການບໍລິການປິ່ນປົວຢູ່ໂຮງໝໍທີ່ໄດ້ເລືອກໄວ້ເທົ່ານັ້ນ.
ກໍລະນີເຈັບເປັນສຸກເສີນ(ກະທັນຫັນ), ສະມາຊິກ ອປສ ທຸກຄົນສາມາດເຂົ້າຮັບການບໍລິການປິ່ນປົວໄດ້ ຢູ່ໂຮງໝໍ ທີ່ໃກ້ທີ່ສຸດ, ແຕ່ສະມາຊິກ ອປສ ຕ້ອງແຈ້ງໃຫ້ໂຮງໝໍທີ່ຕົນໄດ້ເລືອກນັ້ນ ຮັບຊາບກ່ຽວກັບການປິ່ນປົວ ສຸກເສີນຂອງຕົນ ພາຍໃນ 72 ຊົ່ວໂມງ ຫຼື 3 ວັນ.
ໃນເວລາທີ່ໄປໃຊ້ບໍລິການແຕ່ລະຄັ້ງນັ້ນ ຜູ້ປະກັນຕົນ ແລະ ຄອບຄົວຕ້ອງໄດ້ແຈ້ງບັດປະກັນສັງຄົມຂອງ ຕົນເອງ ຄຽງຄູ່ກັບບັດປະຈຳຕົວ,
ປຶ້ມສຳມະໂນຄົວ ຫຼື ເອກະສານໃດໜຶ່ງທີ່ສາມາດຢັ້ງຢືນໄດ້ວ່າແມ່ນຜູ້ກ່ຽວແຈ້ງຕໍ່ພະນັກງານຮັບຕ້ອນຂອງໂຮງໝໍ ເພື່ອໃຫ້ສາມາດ ຢັ້ງຢືນໄດ້ວ່າຕົນເອງເປັນຄົນເຈັບຂອງ ອປສ, ໂດຍການປະຕິບັດເຊັ່ນນີ້ ເຂົາເຈົ້າຈຶ່ງໄດ້ຮັບການບໍລິການ ປິ່ນປົວໂດຍບໍ່ເສຍຄ່າ.
ເອກະສານທີ່ຕ້ອງນຳໃຊ້ຢັ້ງຢືນການຮັບສິດເວລາໄປໂຮງໝໍ:
|
||
ຜູ້ປະກັນຕົນ |
ຄູ່ສົມຣົດ |
ລູກຂອງຜູ້ປະກັນຕົນ |
| 1. ບັດປະຈຳຕົວ | 1. ບັດປະຈຳຕົວ | 1. ບັດປະຈຳຕົວ |
| 2. ບັດອອກແຮງງານ | 2. ປື້ມສຳມະໂນຄົວ | 2. ປື້ມສຳມະໂນຄົວ |
| 3. ໃບຂັບຂີ່ | 3. ໃບທະບຽນສົມຣົດ | 3. ໃບຢັ້ງຢືນການເກີດ |
| 4. ປື້ມສຳມະໂນຄົວ | 4. ໃບຢັ້ງຢືນການສູ່ຂໍ | 4. ໃບຢັ້ງຢືນຈາກບ້ານ |
| 5. ໃບຢັ້ງຢືນພັກເຊົ່າ | 5. ໃບຢັ້ງຢືນຈາກບ້ານ | 5. ບັດນັກຮຽນ |
| 6. ໃບຢັ້ງຢືນທີ່ຢູ່ | ||
ຖ້າຫາກການປິ່ນປົວພະຍາດໃດໜຶ່ງ ມີຄວາມຈຳເປັນຕ້ອງໄດ້ຮັບການປິ່ນປົວຈາກໂຮງໝໍທີ່ຊ່ຽວຊານໃນ ພະຍາດດັ່ງກ່າວໂດຍສະເພາະແລ້ວ ໂຮງໝໍຫຼັກທີ່ເຂົາເຈົ້າໄດ້ເລືອກນັ້ນເອງ ຈະເປັນຜູ້ຮັບຜິດຊອບສົ່ງຕໍ່ ຄົນເຈັບໄປໂຮງໝໍທີ່ຊ່ຽວຊານກວ່ານັ້ນ.
ສະມາຊິກ ອປສ ແລະ ຄອບຄົວ ສາມາດເຂົ້າຮັບການບໍລິການປິ່ນປົວໄດ້ຢູ່ພຽງແຕ່ໂຮງໝໍທີ່ຕົນເລືອກໄວ້ເທົ່ານັ້ນ ແລະ ຜູ້ປະກັນຕົນສາມາດ
ປ່ຽນໂຮງໝໍໄດ້ 1 ຄັ້ງ ຕໍ່ປີ ເຊິ່ງແມ່ນທຸກໆທ້າຍປີ ໂດຍການ ຍື່ນເອກະສານສະແດງເຈດຈຳນົງຂອງຕົນເອງຕໍ່ ອປສ ຕາມແບບຟອມທີ່ ອປສ ໄດ້ກຳນົດໄວ້.( ທ່ານສາມາດ ດຳເນີນການໄດ້ ແຕ່ວັນທີ: 01-30 ພະຈິກ ຂອງທຸກໆປີ). ເຊິ່ງ ອປສ ຈະເປັນຜູ້ອອກແຈ້ງການໃຫ້ແກ່ບັນດາ ບໍລິສັດທີ່ເປັນສະມາຊິກໄດ້ຮັບຊາບ ແລະ ຜູ້ປະກັນຕົນຈະມີສິດນຳໃຊ້ບັດເຂົ້າຮັບການປິ່ນປົວສຸຂະພາບຢູ່ ໂຮງໝໍໃໝ່ ໄດ້ພາຍໃນເດືອນ ມັງກອນ ຂອງປີຖັດໄປ. ກໍລະນີຜູ້ປະກັນຕົນມີຄວາມຈຳເປັນຕ້ອງໄດ້ປ່ຽນ ໂຮງໝໍ ອັນເນື່ອງມາຈາກການປ່ຽນບ່ອນເຮັດວຽກ ຫຼື ຍ້າຍເຮືອນ ອປສ ກໍ່ຈະພິຈາ ລະນາປ່ຽນໂຮງໝໍໃຫ້ເຂົາ ເຈົ້າໃນເວລານັ້ນ ຕາມຄວາມຈຳເປັນ.
ການປິ່ນປົວໃນກໍລະນີອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ
ຖ້າການເຈັບຫາກເກີດຈາກການປະຕິບັດວຽກງານ ໃຫ້ແກ່ຜູ້ໃຊ້ແຮງງານ( ນາຍຈ້າງ) ແລ້ວ, ສະມາຊິກ ອປສ ກໍຈະໄດ້ຮັບການບໍລິການປິ່ນປົວ ຄືກັນກັບທີ່ໄດ້ກ່າວມາຂ້າງເທິງທັນທີທີ່ເປັນສະມາຊິກ ອປສ. ແຕ່ວ່າໃນກໍລະນີນີ້ການບໍລິການ ປິ່ນປົວ ກໍຈະກວມເອົາທັງການເຈັບເປັນຍ້ອນອຸປະຕິເຫດ ການສັນຈອນທຸກປະເພດ, ຖ້າຫາກວ່າອຸປະຕິເຫດນັ້ນ ຕິດພັນກັບການປະຕິບັດໜ້າທີ່ຂອງຜູ້ກ່ຽວ.
ກໍລະນີທີ່ຄົນເຈັບຈະໄດ້ຈ່າຍຮ່ວມ
ຜູ້ປະກັນຕົນ ຈະໄດ້ຮັບຜິດຊອບຄ່າໃຊ້ຈ່າຍຮ່ວມໃນກໍລະນີທີ່ ຜູ້ກ່ຽວຕ້ອງການ ການບໍລິການພິເສດ ຊຶ່ງ
ອປສ ບໍ່ໄດ້ໃຫ້ການຄຸ້ມຄອງເຊັ່ນ: