ສະມາຊິກ ອປສ
ທ່ານສາມາດຮູ້ຫຍັງໄດ້ແດ່ຈາກໜ້ານີ້?
ໜ້າ ‘ສະມາຊິກ ອປສ’ ແນະນຳໃຫ້ທ່ານຊາບກ່ຽວກັບບັນດາຂັ້ນຕອນການດຳເນີນງານຂອງ ອປສ ທີ່ເປັນປະໂຫຍດແກ່ທ່ານ ຊຶ່ງເລີ່ມຈາກການຂຶ້ນທະບຽນເປັນສະມາຊິກ ອປສ, ການຈ່າຍເງິນສົມທົບ, ຂັ້ນຕອນການໄປໃຊ້ບໍລິການປິ່ນປົວຢູ່ໂຮງໝໍ ແລະ ບັນດາແບບຟອມຕ່າງໆທີ່ຈຳເປັນຕ້ອງໄດ້ນຳໃຊ້ໃນເວລາຮ້ອງຂໍເງິນອຸດໜູນ.
ໜ້າ “ສະມາຊິກ ອປສ” ຈະຊ່ວຍໃຫ້ທ່ານຜູ້ອ່ານ ໂດຍສະເພາະແມ່ນຜູ້ທີ່ເປັນສະມາຊິກຂອງ ອປສ ຮັບຮູ້ກ່ຽວກັບການບໍລິການຂອງ ອປສ ໄດ້ຫຼາຍຂຶ້ນ. ແລະໃນຕອນທ້າຍຂອງໜ້າດັ່ງກ່າວນີ້, ພວກເຮົາຍັງໄດ້ຮວບຮວມເອົາຄຳຕອບຕໍ່ບັນດາຄຳຖາມ ທີ່ມີຜູ້ສົນໃຈຖາມມາເລື້ອຍໆ ໄວ້ນຳອີກ, ບາງທີທ່ານອາດໄດ້ຄຳຕອບຕໍ່ຄຳຖາມທີ່ມີຢູ່ໃນໃຈຂອງທ່ານເອງ. ຖ້າຫາກຍັງມີສິ່ງຄ້າງຄາໃຈຢູ່ ທ່ານກໍສາມາດເຂົ້າຫາໜ້າ “ຕິດຕໍ່ພວກເຮົາ” ແລະສົ່ງບັນດາຄຳຖາມ ແລະ ຄຳເຫັນຂອງທ່ານມາຫາພວກເຮົາ ຫຼື ຈະໂທລະສັບມາສອບຖາມພວກເຮົາກໍໄດ້.
ການເຂົ້າເປັນສະມາຊິກຂອງ ອປສ
ການປະກັນສັງຄົມ ແມ່ນລະບົບປົກປ້ອງທາງສັງຄົມອັນໜຶ່ງທີ່ບັງຄັບໃຊ້ຕໍ່ບັນດາຜູ້ໃຊ້ແຮງງານ(ນາຍຈ້າງ) ແລະ ຜູ້ອອກແຮງງານ(ລູກຈ້າງ) ຊຶ່ງເຮັດວຽກຢູ່ໃນວິສາຫະກິດທີ່ມີຜູ້ອອກແຮງງານແຕ່ 10 ຄົນຂຶ້ນໄປ ຕາມທີ່ໄດ້ກຳນົດໄວ້ດຳລັດນາຍົກລັດຖະມົນຕີສະບັບເລກທີ 207/ນຍ. ພ້ອມດຽວກັນນີ້, ບັນດາວິສາຫະກິດຂະໜາດນ້ອຍ ທີ່ມີຜູ້ອອກແຮງງານບໍ່ເຖິງ 10 ຄົນ ກໍຍັງສາມາດສະໝັກເຂົ້າເປັນສະມາຊິກຂອງ ອປສ ໄດ້ ເພື່ອສະໜອງການປົກປ້ອງທາງສັງຄົມໃຫ້ແກ່ຜູ້ອອກແຮງງານຂອງຕົນ ຢ່າງເໝາະສົມ.
ບັນດາແບບຟອມສຳລັບຂຶ້ນທະບຽນເຂົ້າເປັນສະມາຊິກ ອປສ ແມ່ນມີຢູ່ທີ່ຫ້ອງການ ອປສ ແລະ ທາງອິນເຕີເນັດ ຊຶ່ງຕາມປົກກະຕິແລ້ວ ວິສາຫະກິດໃດທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ຈຳເປັນຕ້ອງໄດ້ເຂົ້າເປັນສະມາຊິກຂອງ ອປສ ແບບບັງຄັບນັ້ນ ຈະໄດ້ຮັບແບບຟອມຈາກ ອປສ ໂດຍກົງເລີຍ. ຫຼັງຈາກໄດ້ຮັບແບບຟອມແລ້ວ ທ່ານກໍປະກອບຂໍ້ມູນ ຕາມທີ່ ອປສ ຕ້ອງການລົງໃນແບບຟອມ. ອ່ານຕໍ່ອີກ….
ການຈ່າຍເງິນສົມທົບ
ບັນດາສະມາຊິກ ອປສ ຈະຕ້ອງຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ໃນແຕ່ລະເດືອນ ເຖິງວ່າພວກກ່ຽວໄດ້ເຂົ້າເປັນສະມາຊິກແບບສະໝັກໃຈ ຫຼື ບັງຄັບກໍຕາມ. ຜູ້ໃຊ້ແຮງງານ ຕ້ອງໂອນເງິນສົມທົບທັງສ່ວນທີ່ເປັນພັນທະຂອງຕົນ ແລະ ສ່ວນທີ່ເປັນເງິນສົມທົບຂອງຜູ້ອອກແຮງງານ ເຂົ້າສູ່ກອງທຶນປະກັນສັງຄົມ. ອັດຕາເງິນສົມທົບທັງໝົດ ແມ່ນເທົ່າກັບ 9.5% ຂອງເງິນເດືອນຜູ້ອອກແຮງງານແຕ່ລະຄົນ ຊຶ່ງ ອປສ ໄດ້ກຳນົດເພດານເງິນເດືອນທີ່ຈະນຳມາຄິດໄລ່ເປັນເງິນສົມທົບໄວ້ສູງສຸດແມ່ນ 1,500,000 ກີບ ໝາຍຄວາມວ່າຜູ້ໃດທີ່ມີເງິນເດືອນສູງກວ່ານີ້ ກໍໃຫ້ເອົາພຽງແຕ່ 1,500,000 ກີບ ເທົ່ານັ້ນ ມາຄິດໄລ່ເປັນເງິນສົມທົບ. ໃນອັດຕາເງິນສົມທົບ 9.5% ນີ້ໄດ້ມາຈາກ ຜູ້ໃຊ້ແຮງງານຈ່າຍ 5% ແລະ ຜູ້ອອກແຮງງານຈ່າຍ 4.5% ໂດຍແຕ່ລະເດືອນຜູ້ໃຊ້ແຮງງານ ມີໜ້າທີ່ຫັກເງິນສົມທົບສ່ວນທີ່ເປັນຂອງຜູ້ອອກແຮງງານ ຈາກເງິນເດືອນຂອງຜູ້ອອກແຮງງານນັ້ນເອງ ເພື່ອຈ່າຍເຂົ້າກອງທຶນປະກັນສັງຄົມ. ອ່ານຕໍ່ອີກ….
ການເຂົ້າຮັບບໍລິການປິ່ນປົວສຸຂະພາບ:
ສະມາຊິກ ອປສ ສາມາດເຂົ້ົ້ົ້ົ້າຮັບບໍລິການປິ່ນປົວສຸຂະພາບ ຢູ່ຕາມໂຮງໝໍທີ່ເຂົາເຈົ້າໄດ້ເລືອກໄວ້. ບັນດາໂຮງໝໍທີ່ເປັນຄູ່ສັນຍາກັບ ອປສ ປະກອບມີ:
ນະຄອນຫຼວງວຽງຈັນ: ໂຮງໝໍ ມະໂຫສົດ, ເສດຖາທິຣາດ ແລະ ມິດຕະພາບ
ແຂວງວຽງຈັນ: ໂຮງໝໍ ແຂວງວຽງຈັນ ຫືຼ ມາເຣຍ ເຕເຣຊາ ແລະ ໂຮງໝໍ ເມືອງວັງວຽງ
ແຂວງສະຫວັນນະເຂດ: ໂຮງໝໍ ແຂວງສະຫວັນນະເຂດ
ແຂວງຄຳມ່ວນ:ໂຮງໝໍ ແຂວງຄຳມ່ວນ, ໂຮງໝໍເມືອງ: ນາກາຍ, ຍົມມະລາດ ແລະ ມະຫາໄຊ
ແຂວງບໍລິຄຳໄຊ: ໂຮງໝໍ ແຂວງບໍລິຄຳໄຊ
ແຂວງຈຳປາສັກ: ໂຮງໝໍ ແຂວງຈຳປາສັກ.
ໃນເວລາປະກອບແບບຟອມຂຶ້ນທະບຽນນັ້ນ, ຜູ້ອອກແຮງງານ ໄດ້ເລືອກເອົາໂຮງໝໍໃດໜຶ່ງຂ້າງເທິງນີ້ ທີ່ສະດວກທີ່ສຸດສຳລັບຜູ້ກ່ຽວເອງ ແລະ ຄອບຄອບ. ອ່ານຕໍ່ອີກ….
ຂັ້ນຕອນການຮ້ອງຂໍເງິນອຸດໜູນ
ສະມາຊິກ ອປສ ມີສິດໄດ້ຮັບບັນດາການອຸດໜູນຕ່າງໆ ທີ່ ອປສ ໃຫ້ການຄຸ້ມຄອງ.
ຜູ້ທີ່ເກີດສິດຮັບອຸດໜູນຈາກ ອປສ ຕ້ອງປະກອບແບບຟອມສະບັບຕົ້ນ ແລະ ເອກະສານຢັ້ງຢືນທີ່ກ່ຽວຂ້ອງ ສົ່ງໃຫ້ ອປສ ເພື່ອຂໍຮັບການອຸດໜູນ ໂດຍຜູ້ຮ້ອງຂໍອຸດໜູນ ແລະ ຜູ້ໃຊ້ແຮງງານຂອງຜູ້ກ່ຽວ ຕ້ອງໄດ້ລົງລາຍເຊັນໃສ່ແບບຟອມ ຫຼື ເອກະສານຢັ້ງຢືນຕ່າງໆ ຕາມທີ່ ອປສ ໄດ້ກຳນົດໃຫ້. ສຳລັບເອກະສານຢັ້ງຢືນທີ່ຕິດແນບມາກັບແບບຟອມຮ້ອງຂໍອຸດໜູນເຊັ່ນ: ໃບຢັ້ງຢືນຂອງແພດ ຕ້ອງແມ່ນສະບັບຕົ້ນເທ່ົານັ້ນ. ນອກຈາກນີ້ແລ້ວ ຜູ້ຮ້ອງຂໍອຸດໜູນຍັງຕ້ອງໄດ້ສຳເນົາບັດປະກັນສັງຄົມຂອງຕົນເອງ ພ້ອມດ້ວຍບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວຂອງຜູ້ກ່ຽວ ຕິດແນບມາພ້ອມ. ຈາກນັ້ນ ອປສ ກໍຈະພິຈາລະນາຄຳຮ້ອງຂໍອຸດໜູນນັ້ນ ຕາມລະບຽບຫຼັກການ.
ອ່ານຕໍ່ອີກ….
ແບບຟອມສຳລັບຂຶ້ນທະບຽນ ແລະ ຮ້ອງຂໍອຸດໜູນ
ການຂຶ້ນທະບຽນເປັນສະມາຊິກ ອປສ ແລະ ການຮ້ອງຂໍອຸດໜູນແຕ່ລະປະເພດ ລ້ວນແຕ່ມີແບບຟອມ ຂອງໃຜລາວ. ເພື່ອຄົ້ນຫາແບບຟອມທີ່ຖືກຕ້ອງຕາມຄວາມຕ້ອງການຂອງທ່ານ ກະລຸນາເຂົ້າເບິ່ງໜ້ານີ້ ຊຶ່ງສ່ວນໃຫຍ່ແລ້ວ ມີຫຼາຍແບບຟອມສາມາດຖອດເອົາ(download) ຈາກອິນເຕີເນັດໄດ້ໂດຍກົງ. ອ່ານຕໍ່ອີກ….
ຄຳຖາມທີ່ພົບເຫັນເລື້ອຍໆ
ການທີ່ໄດ້ຮັບຮູ້ຂໍ້ມູນກ່ຽວກັບການປະກັນສັງຄົມ ແລະ ອປສ ຢ່າງຫຼວງຫຼາຍ ກໍອາດສ້າງຂໍ້ສົງໄສ ຫຼື ຄຳຖາມຕ່າງໆ ໃຫ້ແກ່ທ່ານ ດັ່ງນັ້ນ, ໃນໜ້ານີ້ພວກເຮົາຈຶ່ງໄດ້ຮວບຮວມເອົາບັນດາຄຳຖາມຕ່າງໆ ທີ່ຜູ້ປະກັນຕົນ ກໍຄື ຜູ້ທີ່ໃຫ້ຄວາມສົນໃຈອື່ນໆ ເຄີຍຖາມເລື້ອຍໆ. ລອງອ່ານພວກມັນເບິ່ງ ບາງທີທ່ານອາດໄດ້ຄຳຕອບ ແລະ ຄວາມກະຈ່າງແຈ້ງ ຕໍ່ສິ່ງທີ່ສົງໄສ ຫຼື ມີຄຳຖາມຢູ່ໃນໃຈ ກໍອາດເປັນໄປໄດ້. ອ່ານຕໍ່ອີກ….