ການສຳມະນາກ່ຽວກັບການປະກັນສຸຂະພາບ ແລະ ການເງິນຂອງໂຮງໝໍ
ໃນລະຫວ່າງວັນທີ່ 19 ຫາ 23 ທັນວາ 2005 ອປສ ໄດ້ຈັດກອງປະຊຸມສຳມະນາວ່າດ້ວຍ “ການປະກັນສຸ ຂະພາບ ແລະ ການເງິນຂອງໂຮງໝໍ” ຂຶ້ນທີ່ໂຮງແຮມວັນຊະນະນຳ້ງື່ມຣີສອດ, ໂດຍການເປັນປະທານ ຂອງທ່ານ ເລ ກາກັນຍາ ລັດຖະມົນຕີກະຊວງ ຮສສ. ມີຜູ້ຕາງໜ້າ ຈາກທຸກພາກສ່ວນທີ່ມີສ່ວນກ່ຽວຂ້ອງ ກັບວຽກງານ ອປສ ເຊັ່ນ: ສະພາບໍລິຫານ ອປສ, ສະພາການແພດ, ກະຊວງສາທາລະນະສຸກ, ກະຊວງ ຮສສ, ບັນດາໂຮງໝໍຄູ່ສັນຍາ ແລະ ຄະນະອຳນວຍການ ຕະຫຼອດ ຮອດວິຊາການທີ່ກ່ຽວຂ້ອງຂອງ ອປສ ເຂົ້າຮ່ວມທັງໝົດ 40 ທ່ານ.
ຜູ້ເຂົ້າຮ່ວມການສຳມະນາ ໄດ້ຮັບຟັງການນຳສະເໜີ, ການສົນທະນາຄົ້ນຄ້ວາລະດົມສະໝອງ ໃນຫຼາຍຫົວຂໍ້ທີ່ກ່ຽວກັບການພັດທະນາ ແລະ ປັບປຸງລະບົບປະກັນສຸຂະພາບໃນ ສປປ ລາວ ເປັນຕ້ົນ:
ສະເໜີຜົນຂອງການຄິດໄລ່ຕົ້ນທຶນຢູ່ໂຮງໝໍມະໂຫສົດ ໂດຍທີມງານຂອງ ອປສ ແລະ ສົມທຽບ ຜົນຂອງການຄິດໄລ່ຕົ້ນທຶນນັ້ນກັບການສຶກສາຢູ່ 4 ໂຮງໝໍຄູ່ສັນຍາ ຂອງ ອປສ.
ວິທີ ແລະ ແນວທາງໃນການພັດທະນາວິທີການຈ່າຍຂອງລະບົບປະກັນສຸຂະພາບ ແລະ ການພັດ ທະນາຄຸນນະພາບເຊິ່ງນຳສະເໜີໂດຍຊ່ຽວຊານເຢຍລະມັນ. ຫຼັງຈາກນຳສະເໜີຕົວຢ່າງການພັດທະ ນາຄຸນນະພາບຂອງບາງປະເທດແລ້ວກໍ່ໄດ້ມີການລະດົມສະໝອງຊອກຫາວິທີການປະຕິບັດທີ່ແທດເໝາະກັບການປັບປຸງຄຸນນະພາບການບໍລິການຂອງໂຮງໝໍໃນ ສປປລາວ.
ການປະເມີນຜົນຂອງການເຂົ້າຮ່ວມການຝຶກອົບຮົມດ້ານເສດຖະສາດສາທາລະນະສຸກ, ການຄົ້ນ ຄວ້າລະບົບສາທາລະນະສຸກ ແລະ ສະຖິຕິການແພດຢູ່ປະເທດໃກ້ຄຽງຂອງພະນັກງານ ອປສ.
ການສຳມະນາຄັ້ງນີ້ ກໍເປັນອີກໜຶ່ງໃນຫຼາຍການສຳມະນາ ທີ່ ອປສ ໄດ້ເອົາໃຈໃສ່ຈັດຂຶ້ນຕະຫຼອດມາ. ໃນໄລຍະ 1 ປີຜ່ານມາ ໂດຍໄດ້ຮັບການສະໜັບສະໜູນທາງດ້ານການເງິນ ແລະ ວິຊາການຈາກໂຄງ ການ BTC, ອປສ ໄດ້ສຸມໃສ່ການສຶກສາຄົ້ນຄ້ວາຕົ້ນທຶນການປິ່ນປົວຢູ່ໃນບັນດາໂຮງໝໍຄູ່ສັນຍາ. ຜົນ ຂອງການສຶກສາຕ້ົນທຶນ ແລະ ຜົນຂອງການສຳມະນານີ້ ຈະເປັນຂໍ້ມູນທີ່ດີ ແລະ ເປັນບ່ອນອີງໃຫ້ແກ່ ການປຶກສາຫາລື ແລະ ນຳໄປສູ່ການເປັນເອກະພາບໃນການກຳນົດອັດຕາມອບເໝົາ ລະຫວ່າງ ອປສ ແລະ ໂຮງໝໍຄູ່ສັນຍາ ໃນອານາຄົດ. ປະຈຸບັນ ອປສ ຢູ່ໃນ ຂັ້ນກະກຽມການເຊັນສັນຍາ ກັບ ບັນດາ ໂຮງໝໍເພືອ່ແນໃສ່ປັບປຸງລະບົບການເງິນຂອງໂຮງໝໍ ແລະ ການບໍລິການທາງດ້ານການແພດ ໃຫ້ດີຂຶ້ນ, ສ້າງເງື່ອນໄຂເຮັດໃຫ້ຜູ້ປະກັນຕົນ ກໍຄື ປະຊາຊົນລາວ ສາມາດເຂົ້າເຖິງການປິ່ນປົວທີ່ດີຂຶ້ນກວ່າເກົ່າ.