ອົງການປະກັນສັງຄົມຈັດພິທີເປີດຫ້ອງການສາຂາແຂວງສະຫວັນນະເຂດຢ່າງເປັນທາງການ

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ​ 24 ​ຕຸ​ລາ​ 2005 ​ນີ້​ ​ອົງ​ການ​ປະ​ກັນ​ສັງ​ຄົມ​ ​ໄດ້​ຈັດ​ພິ​ທີ​ເປີດ​ການ​ນຳ​ໃຊ້​ຫ້ອງ​ການ​ ​ສາ​ຂາ​ແຂວງ​ສະ​ຫວັນ​ນະ​ເຂດ​ຂອງ​ຕົນ​ ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​. ​ໃຫ້​ກຽດ​ເປັນ​ປະ​ທານ​ໃນ​ພິ​ທີ​ຄັ້ງ​ນີ້​ ​ໄດ້​ແກ່​ທ່ານ​ ​ເລ​ ​ກາ​ກັນ​ຍາ​ ​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ​ ​ແລະ​ ​ສະ​ຫວັດ​ດີ​ການ​ສັງ​ຄົມ​, ​ທັງ​ເປັນ​ ​ປະ​ທານ​ສະ​ພາ​ບໍ​ລິ​ຫາ​ນ ​ອ​ປສ​ ​ແລະ​ ​ທ່ານ​ ​ວິ​ໄລ​ວັນ​ ​ພົມ​ເຂ​, ​ເຈົ້າ​ແຂວງ​ແຂວງ​ສະ​ຫວັນ​ນະ​ເຂດ​ ​ໂດຍ​ມີ​ບັນ​ດາ​ ​ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ​, ​ສະ​ພາ​ການ​ແພດ​, ​ຄະ​ນະ​ອຳ​ນວຍ​ການ​ ​ແລະ​ ​ພະ​ແນກ​ການ​ຂອງ​ອົງ​ການ​ປະ​ກັນ​ ​ສັງ​ຄົມ​, ​ບັນ​ດາ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ສະ​ຫວັນ​ນະ​ເຂດ​, ​ໂຮງ​ໝໍ​ແຂວງ​ ​ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ ​ຮ່ວມ​ ​ຢ່າງ​ພ້ອມ​ພຽງ​.

ສຳ​ລັບ​ແຂວງ​ສະ​ຫວັນ​ນະ​ເຂດ​ ​ມີ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ​ກຸ່ມ​ເປົ້າ​ໝາຍ​ ​ຕາມ​ການ​ບັງ​ຄັບ​ໃຊ້​ຂອງ​ ​ດຳ​ລັດ​ 207/​ນຍ​ ​ຄື​: ​ເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຈຳ​ນວນ​ພະ​ນັກ​ງານ​ແຕ່​ 10 ​ຄົນ​ຂຶ້ນ​ໄປ​ ​ທັງ​ໝົດ​ປະ​ມານ​ 177 ​ວິ​ສາ​ຫະ​ກິດ​ ​ຊຶ່ງ​ກວມ​ເອົາ​ຈຳ​ນວນ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ​ປະ​ມານ​ 14 ​ພັນ​ກວ່າ​ຄົນ​.

ສຳ​ລັບ​ໂຮງ​ໝໍ​ທີ່​ຈະ​ເປັນ​ບ່ອນ​ສະ​ໜອງ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ ​ໃຫ້​ແກ່​ຜູ້​ປະ​ກັນ​ຕົນ​ ​ແລະ​ ​ຄອບ​ຄົວ​ຂອງ​ເຂົາ​ ​ເຈົ້າ​ ​ກໍ​ແມ່ນ​ໂຮງ​ໝໍ​ແຂວງ​ສະ​ຫວັນ​ນະ​ເຂດ​ເອງ​ ​ຊຶ່ງ​ຖື​ວ່າ​ເປັນ​ໂຮງ​ໝໍ​ທີ່​ໃຫຍ່​ ​ແລະ​ ​ທັນ​ສະ​ໄໝ​ທີ່​ສຸດ​ຢູ່​ພາຍ​ໃນ​ ​ແຂວງ​. ​ສຳ​ລັບ​ກົນ​ໄກ​ການ​ຈ່າຍ​ເງິນ​ຂອງ​ຫ້ອງ​ການ​ສາ​ຂາ​ ​ອປສ​ ​ໃຫ້​ໂຮງ​ໝໍ​ນັ້ນ​ ​ຈະ​ໄດ້​ນຳ​ໃຊ້​ລະ​ບົບ​ຈ່າຍ​ເງິນ​ ​ມອບ​ເໝົາ​ເຊັ່ນ​ດຽວ​ກັນ​ກັບ​ສຳ​ນັກ​ງານ​ໃຫຍ່​. ​ການ​ຂະ​ຫຍາຍ​ສາ​ຂາ​ ​ອປສ​ ​ມາ​ສູ່​ແຂວງ​ສະ​ຫວັນ​ນະ​ເຂດ​ ​ໃນ​ຄັ້ງ​ ​ນີ້​ ​ກໍ່​ເພື່ອ​ເປັນ​ການ​ສະ​ໜອງ​ລະ​ບົບ​ປົກ​ປ້ອງ​ທາງ​ສັງ​ຄົມ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ ​ຢູ່​ພາຍ​ໃນ​ແຂວງ​ ​ໃຫ້​ມີ​ຊີ​ວິດ​ ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ ​ທັງ​ເປັນ​ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​ການ​ດຳ​ເນີນ​ງານ​ຂອ​ງ ​ອ​ປສ​ ​ທີ່​ຂະ​ຫຍາຍ​ຂອບ​ການ​ ​ຄຸ້ມ​ຄອງ​ຂອງ​ຕົນ​ໃຫ້​ກວມ​ເອົາ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ​ເທື່ອ​ລະ​ກ້າວ​ ​ໂດຍ​ການ​ເລີ່ມ​ຕົ້ນ​ຂະ​ຫຍາຍ​ ​ສາ​ຂາ​ອອກ​ສູ່​ແຂວງ​ທີ່​ມີ​ເງື່ອນ​ໄຂ​. ​ເຫດ​ການ​ດັ່ງ​ກ່າວ​ມັນ​ໄດ້​ເປັນ​ໄມ້​ຫຼາ​ວັດ​ແທກ​ອັນ​ສຳ​ຄັນ​ ​ໃຫ້​ແກ່​ການ​ເຕີບ​ ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອ​ງ ​ອ​ປສ.