ອປສຈັດກອງປະຊຸມສຳມະນາທີ່ແຂວງບໍ່ແກ້ວ
ໃນວັນທີ14ກໍລະກົດ2011ຜ່ານມາ ອປສ ໄດ້ຈັດກອງປະຊຸມສຳມະນາວ່າດ້ວຍລະບອບ
ປະກັນສັງຄົມພາກວິສາຫະກິດຕາມດຳລັດເລກທີ207/ນຍຂຶ້ນທີ່ພະກແນກແຮງງານແລະ
ສະຫວັດດີການສັງຄົມແຂວງບໍ່ແກ້ວແລະທ່ານ ບຸນຍອດ ຈັນທະວອນ ຮອງຜູ້ອຳ
ນວຍການ ອປສ,ເຊິ່ງມີຜູ້ເຂົ້າຮ່ວມ45ທ່ານຈາກບັນດາພະແນກອອ້ມຂ້າງແຂວງ,ລັດວິສາຫະກິດແລະຫົວໜ່ວຍວິສາຫະກິດເອກະຊົນຕ່າງໆພາຍໃນແຂວງ.ຈຸດ
ປະສົງຂອງການສຳມະນາໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ວຽກງານປະກັນສັງຄົມຕາມດຳລັດເລກທີ207/ນຍໃຫ້ກັບບັນດາພະແນກການອ້ອມຂ້າງແຂວງແລະພາກສ່ວ
ນວິສາຫະກິດເປົ້າໝາຍພາຍໃນແຂວງບໍ່ແກ້ວໄດ້ຮັບຮູ້ແລະເຂົ້າໃຈກ່ຽວກັບວຽກງານປະກັນສັງຄົມເພື່ອກຽມພ້ອມໃນການຂະຫຍາຍຫ້ອງການສາ
ຂາອົງການປະກັນສັງຄົມສູ່ແຂວງບໍ່ແກ້ວ.ໃນໂອກາດນີ້ທ່ານປະທານກອງປະຊຸມກໍ່ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງໃຫ້
ການຮ່ວມມືໃນການຈັດຕັ້ງປະຕິບັດດຳລັດ207/ນຍຢູ່ໃນແຂວງບໍ່ແກ້ວໃຫ້ປະກົດຜົນເປັນຈິງໃນຕອນບ່າຍຂອງວັນດຽວກັນ ທ່ານ
ບຸນຍອດ ຈັນທະວອນຮອງຜູ້ອຳນວຍການ ອປສ ພ້ອມພະນັກງານກ່ຽວຂ້ອງໄດ້ເຂົ້າພົບທ່ານ ດຣ.ນາງ ອານຸໄຊ ສັກປະເສີດ ຜູ້ອຳນວຍການໂຮງໜໍ
ແຂວງບໍ່ແກ້ວເພື່ອປຶກສາຫາລືແລະກະກຽມການຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການທາງການແພດກໍຄືການປິ່ປົວສຸຂະພາບ
ແບບມອບເໝົາສູ່ແຂວງບໍ່ແກ້ວ,ຊຶ່ງການບໍລິການທາງການແພດກໍ່ຄືການປິ່ນປົວສຸຂະພາບແບບມອບເໝົາສູ່ແຂວງບໍ່ແກ້ວ,ຊຶ່ງການ
ບໍລິການທາງການແພດແມ່ນສິດຜົນປະໂຫຍດອັນສຳຄັນໜຶ່ງທີ່ຜູ້ອອກແຮງງານຈະໄດ້ຮັບການຄຸ້ມຄອງຈາກອົງການປະກັນສັງຄົມ
.ສະນັ້ນ,ອປສ ຈຶ່ງໄດ້ມອບພັນທະຄວາມຮັບຜິດຊອບດັ່ງກ່າວໃຫ້ທາງໂຮງໝໍດ້ວຍການຈ່າຍເງິນມອບເໝົາ