ກອງປະຊຸມສະມາຄົມປະກັນສັງຄົມອາຊຽນ ( ASSA ) ຄັ້ງທີ່ 17 ທີ່ເສຣິເບກາວັນ, ບຣູໄນ ດາຣຸດສະແລມ.
ໃນລະຫວ່າງວັນທີ 6 - 9 ມີນາ 2006 ອົງການປະກັນສັງຄົມຂອງປະເທດບຣູໄນ ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສະພາບໍລິຫານສະມາຄົມປະກັນສັງຄົມອາຊຽນ ( ASSA) ຄັ້ງທີ່ 17 ຂຶ້ນຢູ່ທີ່ສູນການປະຊຸມເດິມໍ, ໃນກຸງບັນດາເສຣິເບກາວັນ. ກອງປະຊຸມຄັ້ງນີ້ມີຜູ້ແທນຈາກບັນດາ 8 ປະເທດສະມາຊິກ ASSA ແລະ ນັກບັນຍາຍ ຮັບເຊີນເຂົ້າຮ່ວມທັງໝົດ 40 ກວ່າຄົນ.
ກ່ອນການດຳເນີນກອງປະຊຸມສະພາບໍລິຫານ ASSA ຂຶ້ນຢ່າງເປັນທາງການນັ້ນ, ໄດ້ມີການຈັດກອງປະຊຸມກອງ ເລຂາ ASSA ຂຶ້ນໃນວັນທີ 6 ມີນາ 2006 ຢູ່ທີ່ສຳນັກງານກະຊວງການເງິນ ໂດຍການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ, ເລຂາທິການໃຫຍ່ ASSA ທັງເປັນຮອງຜູ້ອຳນວຍການ ອປສ. ເນື້ອໃນຂອງກອງປະຊຸມ ກອງເລຂານີ້ ກໍເພື່ອປຶກສາຫາບາງບັນຫາສຳຄັນທີ່ຈະຂຶ້ນນຳສະເໜີຕໍ່ກອງປະຊຸມສະພາບໍລິຫານ ເຊັ່ນ: ການຝຶກ ອົບຮົມສຳລັບບັນດາອົງການສະມາຊິກ ASSA, ການພັດທະນາເຄື່ອງໝາຍ ແລະ Website ຂອງ ASSA. ລຳດັບຕໍ່ມາໃນວັນທີ 8 ມີນາ 2006 ກໍໄດ້ມີການສຳມະນາທາງວິຊາການກ່ອນກອງປະຊຸມ ASSA ຂຶ້ນຢູ່ທີ່ສູນ ການປະຊຸມເດິມໍ ຊຶ່ງບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງປະສົບການ ແລະ ບົດຮຽນໃນຂົງເຂດການປະກັນສັງຄົມ ແລະ ການລົງທຶນຈາກນັກບັນຍາຍຮັບເຊີນ ຈຳນວນ 5 ທ່ານ.
ລຳດັບຕໍ່ມາໃນວັນທີ 9 ມີນາ 2006 ກອງປະຊຸມສະພາບໍລິຫານ ASSA ຈຶ່ງໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍ ການເປັນປະທານຂອງທ່ານ ອາດສະລານ ໄຊໂນນ, ຮອງປະທານສະພາບໍລິຫານ ASSA. ກອງປະຊຸມໄດ້ເລີ່ມຕົ້ນ ດ້ວຍການນຳສະເໜີປະສົບການກ່ຽວກັບການປະກັນສັງຄົມ ຈາກ 3 ສະຖາບັນປະກັນສັງຄົມທີ່ເປັນສະມາຊິກ ASSA ອັນໄດ້ແກ່: ETF, ບຣູໄນ; VSS, ຫວຽດນາມ ແລະ PT Askes ( Persero) , ອິນໂດເນເຊຍ. ຈາກນັ້ນ ທ່ານ ອາດສະລານ ໄຊໂນນ ກໍໄດ້ກ່າວເປີດກອງປະຊຸມສະພາບໍລິຫານ ASSA ຢາງເປັນທາງການ. ທີ່ປະຊຸມໄດ້ ຮັບຮອງເອົາບົດບັນທຶກກອງປະຊຸມສະພາບໍລິຫານ ASSA ຄັ້ງທີ 16 ທີ່ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ. ບາງບັນ ຫາສຳຄັນໆທີ່ໄດ້ສົນທະນາໃນກອງປະຊຸມຄັ້ງນີ້ລວມມີການຝຶກອົບຮົມຂອງບັນດາສະຖາບັນທີ່ເປັນສະມາຊິກຂອງ ASSA ຊຶ່ງກອງປະຊຸມໄດ້ເປັນເອກະພາບໃຫ້ເລຂາທິການໃຫຍ່ ASSA ເປັນຜູ້ປະສານກັບອົງການແຮງງານ ສາກົນ ( ILO) ແລະ ສະມາຄົມປະກັນສັງຄົມລະຫວ່າງປະເທດ ( ISSA) ເພື່ອຊອກຫາໂອກາດການຝຶກອົບຮົມທີ່ ເໝາະສົມສຳລັບສະມາຊິກ ASSA. ນອກຈາກນີ້ກອງປະຊຸມຍັງເຫັນດີໃຫ້ມີການພັດທະນາບາງຈຸດ ສຳລັບ Website ຂອງ ASSA ເພື່ອເພີ່ມຄວາມສະດວກສະບາຍໃຫ້ແກ່ບັນກາສະມາຊິກ ASSA ໃນການຕິດຕໍ່ ແລະ ປະສານງານເຊິ່ງກັນແລະກັນ.
ກອງປະຊຸມສະພາບໍລິຫານ ASSA ຄັ້ງຕໍ່ໄປຈະຈັດຂຶ້ນທີ່ ປີນັງ, ມາເລເຊຍ ໃນລະຍະເດືອນສິງຫາ ແລະ ເດືອນ ກັນຍາ 2006 ນີ້.