ກອງປະຊຸມສະພາບໍລິຫານຄັ້ງທີ 7(ຕໍ່ຈາກໜ້າກ່ອນ)
ພາຍຫຼັງເປີດພິທີແລ້ວທ່ານຜູ້ອຳນວຍການ ອປສ ລາຍງານວຽກໄລຍະເດືອນ 4 ຫາເດືອນ 8/2006 ຊຶ່ງມີບາງເນື້ອໃນສຳຄັນດັ່ງນີ້:ໄລຍະ 4 ເດືອນ(ເດືອນ4-5-6-7/2006) ມີ 12 ວິສາ ຫະກິດມາເຂົ້າລວມຜູ້ອອກແຮງງານມີ178 ຄົນ. ມາຮອດປະຈຸບັນວິສາຫະ ກິດຂຶ້ນ ທະ ບຽນທັງ ໝົດມີ 247 ວິສາຫະກິດ,ລວມຜູ້ອອກແຮງງານທັງໝົດມີ 27.029ຄົນ ແລະ ເພື່ອໃຫ້ມີ ສຳມະ ຊິກເພີ່ມຂຶ້ນນັ້ນ ອປສ ໄດ້ປະຊາສຳ ພັນທາງວິທະຍຸ, ໜັງສືພີມແລະລົງເຖິງວິສາຫະກິດໄດ້ 41 ແຫ່ງ,ພ້ອມນີ້ທ່ານລັດຖະມົນຕີຍັງໄດ້ແຕ່ງຕັ້ງຄະນະຊຸກຍູ້ ແລະ ຜັນຂະ ຫຍາຍ ດຳລັດ,ທັງ ແຕ່ງ ຕັ້ງຄະນະກຳມະການລົງທຶນອີກດ້ວຍ.ລົງພົວພັນກັບພະແນກແຮງງານ ແລະ ສະຫວັດ ດີການ ສັງ ຄົມແຂວງ ແລະ ການນຳ ແຂວງຄຳມວນກ່ຽວກັບການກະກຽມເປີດຫ້ອງການສາຂາ ອປສ ຢູ່ ທີ່ແຂວງດັ່ງກ່າວ. ເພື່ອຮອງຮັບໃຫ້ແກ່ການເປີດສາຂາ ຫືຼ ດຳເນີນ ວຽກ ງານ ອປສ ໄດ້ສົມທົບກັບ ພະແນກສາ ທາ ແຂວງ,ໂຮງໝໍແຂວງ,ບັນດາ ໂຮງ ໝໍໃນແຂວງຄຳມວນ ເພື່ອກະກຽມ ເປີດບໍລິ ການ ປະກັນ ສຸຂະພາບແກ່ຄົນເຈັບປະກັນສັງຄົມ ພ້ອມນີ້ຍັງໄດ້ຈັດສຳມະ ນາໃຫ້ພະແນກ ການ,ຜູ້ໃຊ້ແຮງງານແລະ ລົງປະຊາສຳ ພັນ ໃຫ້ ກຳມະກອນລວມທັງໝົດ 1.500ຄົນ.ເພື່ອພັດທະນາວຽກ ງານປະກັນສຸຂະພາບຂອງ ອປສ ພວກ ເຮົາໄດ້ຈັດກອງປະຊຸມຊ່ອງແສງແກ້ໄຂບັນຫາການຮ້ອງຮຽນ,ມີຊ່ຽວຊານມາສຶກສາແລະ ຈັດ ສຳມະນາກ່ຽວກັບວິທີການຈ່າຍເງິນເພີ່ມໃຫ້ ໂຮງໝໍ ແລະເຊັນສັນ ຍາກັບ ໂຮງ ໝໍ ແຂວງ ສະຫວັນນະເຂດ ເພື່ອຮັບປະກັນການປີ່ນ ປົວໃຫ້ຜູ້ປະກັນ ຕົນທີ່ ເລືອກ ໂຮງໝໍດັ່ງ ກ່າວ ໄດ້ເລີ່ມຕົ້ນ ເບີກຈ່າຍເງິນອຸດໜູນບຳນານ ໃຫ້ແກ່ 7 ຄົນທຳອິດ ຊຶ່ງມີມູມຄ່າ 1.839.494 ກີບ/ເດືອນ. ນອກຈາກນີ້ທີ່ປະຊຸມຍັງໄດ້ ຜ່ານແຜນກິດຈະກຳ 4 ເດືອນສຸດທ້າຍຂອງປີ2006 ແລະ ພິຈາລະນາບັນຫາຕ່າງໆ ທີ່ທາງ ອປສ ໄດ້ນຳສະເໜີເຊັ່ນ:ການທົນແທ່ນຄ່າປີ່ນປົວ ໃຫ້ແກ່ຜູ້ ປະກັນ ຕົນ,ຂໍຊ່ຽວຊານດ້ານ IT ຈາກ ປະເທດເຢຍລະມັນ,ຂັ້ນ ຕອນການ ລົງທຶນດັດແກ້ຂໍ້ຕົກ ລົງທີ່ຮັບຮອງແລ້ວ,ຜ່ານຮ່າງຂໍ້ຕົກລົງກວດກາ ແລະ ບັນ ຫາສຳຄັນອື່ນໆອີກ.ກອງປະຊຸມປິດລົງໃນເວລາ 15:30 ໂມງຂອງວັນດ່ຽວກັນ.