ອົງການປະກັນສັງຄົມ(ອປສ)ກັບບົດບາດໃໝ່...(ຕໍ່ຈາກໜ້າກ່ອນ)

ອົງການປະກັນສັງຄົມ ( ອປສ ) ກັບບົດບາດໃໝ່ໃນຖານະສະມາຊິກຂອງສະມາຄົມປະກັນສັງຄົມອາຊຽນ ( ASSA )ໃນລະຫວ່າງ ວັນທີ 3-6ກັນຍາ2006 ຄະນະຜູ້ແທນອົງການປະກັນສັງຄົມ ຊຶ່ງນຳໂດຍ ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການອົງການປະກັນສັງຄົມ ໄດ້ເດີນທາງໄປເຂົ້່າຮ່ວມກອງປະຊຸມປະກັນສັງຄົມອາຊຽນ ( ASSA ) ຄັ້ງທີ 18 ທີ່ເມືອງ ປີນັງ ປະເທດມາເລເຊຍ. ກອງປະຊຸມ ຄັ້ງນີ້ ອປສ ລາວເຮົາໄດ້ເຂົ້າຮ່ວມໃນຖານະ ທີ່ເປັນອົງການປະທານສະມາຄົມ ໂດຍທ່ານຜູ້ອຳນວຍການ ອປສ ໄດ້ດຳລົງຕຳແໜ່ງ ປະທານ ສະ ມາຄົມດັ່ງກ່າວນັບແຕ່ ທ້າຍປີ 2005 ເປັນຕົ້ນມາ ແລະໃນໄລຍະເວລາດຽວກັນນັ້ນ ທ່ານ ປະເດີມພອນ ສົນທະນີ, ຮອງຜູ້ອຳນວຍການ ອປສ ກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນເລຂາທີການຂອງສະມາຄົມ ອີກດ້ວຍ. ການດຳລົງ 2 ຕຳເໜ່ງທີ່ສຳຄັນດັ່ງກ່າວ ມັນໄດ້ເປັນ ການຍົກ ສູງບົດບາດຂອງ ອົງການປະກັນສັງຄົມລາວເຮົາ ໃນເວທີ ອາຊຽນ ກໍຄືເວທີສາກົນອື່ນໆ ໂດຍຕະຫຼອດໄລຍະເວລາ 1 ປີແຫ່ງການ ດຳ ລົງຕຳແໜ່ງດັງກ່າວ ອົງການປະກັນສັງຄົມ ໄດ້ເຮັດຫຼ້ອນໜ້າທີ່ຂອງຕົນ ຕາມທີ່ໄດ້ຮັບການມອບໝາຍ.
ຕາມລະບຽບການຂອງ ASSA ແລ້ວບັນດາປະເທດສະມາຊິກຂອງສະມາຄົມຈະຜັດປ່ຽນກັນດຳລົງຕຳແໜ່ງປະທານ ແລະ ເລຂາທິການ ຂອງ ສະມາຄົມ ເພື່ອເປັນຜູ້ບໍລິຫານ ແລະ ປະສານງານຂອງສະມາຄົມ ຕາມລຳດັບຕົວອັກສອນຂອງຊື່ປະເທດ ຊຶ່ງມີວາລະ ການບໍລິຫານ ວຽກງານ 1 ປີ. ສະນັ້ນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຜູ້ອຳນວຍການ ອປສ ໄດ້ມອບຕຳແໜ່ງປະທານ ສະມາຄົມໃຫ້ຜູ້ບໍລິຫານສູງສຸດ (CEO ) ຂອງ ອົງການປະກັນ ສັງຄົມແຫ່ງປະເທດ ມາເລເຊຍ ເຊິ່ງແມ່ນ ທ່ານ ດາຕຸຸກ ອາດສະລານ ໄຊໂນນ ເປັນຜູ້ສືບຕໍ່ບໍລິຫານ ວຽກ ງານຂອງສະມາຄົມຕໍ່ໄປ. ພ້ອມດຽວກັນນີ້ ທ່ານຮອງຜູ້ອຳນວຍການ ອປສ ກໍໄດ້ມອບຕຳແໝ່ງເລຂາທິການສະມາຄົມໃຫ້ແກ່ ທ່ານ ອິບຣາຮິມ ທາຍ ເຈົ້າໜ້າທີ່ ອາວຸດໂສ ຂອງອົງການປະກັນສັງຄົມ ແຫ່ງປະເທດ ມາເລເຊຍ ເປັນຜູ້ດຳລົງຕຳແໜ່ງຕໍ່ໄປເຊັ່ນກັນ.
ນອກຈາກການມອບຮັບຕຳແໜ່ງນີ້ແລ້ວ, ກອງປະຊຸມເທື່ອນີ້ຍັງໄດ້ສົນທະນາກັນໃນຫຼາຍໆບັນຫາກ່ຽວພັນກັບການພັດທະນາສະມາຄົມເປັນ ຕົ້ນ ແມ່ນບັນຫາການພັດທະນາຊັບ ພະຍາກອນ ມະນຸດສຳລັບບັນດາອົງການສະມາຊິກຂອງສະມາຄົມ.ກອງປະຊຸມ ASSA ຈັດຂື້ນ 2 ຄັ້ງຕໍ່ປີ ໂດຍ ແຕ່ລະປະເທດສະມາ ຊິກຈະ ຜັດປ່ຽນກັນ ເປັນເຈົ້າ ພາບພ້ອມກັນນັ້ນ ກອງປະຊຸມປະ ກັນສັງຄົມແຫ່ງ ອາຊຽນ ຍັງເປັນເວລາທີ່ສຳຄັນແຫ່ງການແລກປ່ຽນບົດຮຽນ ແລະ ພົວພັນຮ່ວມມືລະຫ່ວາງບັນດາອົງການທີ່ເປັນສະມາຊິກ ແລະໃນກອງປະຊຸມເທື່ອນີ້ ບັນດາຜູ້ຕາງ ໜ້າໃຫ້ ແກ່ 3 ອົງການທີ່ເປັນສະມາຊິກ ASSA ກໍ່ໄດ້ຂື້ນນຳສະເໜີບົດຮຽນ ແລະ ປະສົບການຂອງຕົນໃຫ້ແກ່ທີ່ປະຊຸມ ຊຶ່ງແມ່ນບົດຮຽນກ່ຽວກັບວຽກງານປະກັນສັງຄົມຂອງແຕ່ລະອົງການ ນອກຈາກນີ້ຍັງມີການສຳມະນາທາງວິຊາການ ເປັນເວລາ 1ວັນໃນຫຼາຍໆຫົວຂໍ້ ໂດຍນັກບັນຍາຍ ຮັບເຊີນ ຊື່ງບັນດາຫົວຂໍ້ສຳຄັນ ກໍ່ແມ່ນແນວໂນມຂອງຈຳນວນປະຊາກອນຜູ້ສູງອາຍຸ ໃນບັນດາປະເທດ ອາຊຽນ, ການປະຕິຮູບລະບົບ ປະກັນສັງຄົມໃນແຕ່ລະ ພາກພື້ນຂອງໂລກ, ວຽກງານການເງິນສຳລັບ ອຸດໜູນປິ່ນປົວສຸຂະພາບ ແລະ ຫົວຂໍ້ທີ່ສຳຄັນອື່ນໆ ຊື່ງລ້ວນແລ້ວແຕ່ເປັນບົດຮຽນອັນລ້ຳຄ່າ ສຳລັບບັນດາອົງການສະມາຊິກ ອາຊາ. ສະມາຄົມປະກັນສັງຄົມອາຊຽນ ໄດ້ຖືກສ້າງຕັ້ງຂື້ນໃນປີ 1995 ໂດຍເປົ້າໝາຍກໍ່ເພື່ອສົ່ງເສີມການຮ່ວມມື ແລະ ແລກປ່ຽນບົດຮຽນ ໃນຂົງເຂດວຽກງານປະກັນສັງຄົມ ລະຫວ່າງບັນດາປະເທດ ອາຊຽນ ແລະ ພ້ອມກັນພັດທະນາ ການປະກັນສັງຄົມ ສຳລັບປະຊາກອນໃນພາກພື້ນອາຊຽນ. ຍ້ອນການປະກັນສັງຄົມເປັນວຽກງານໃຫ່ຍລະດັບຊາດ ທີ່ມີຄວາມສຳຄັນສຳລັບທຸກປະເທດໃນໂລກ ມັນຈື່ງມີຄວາມຈຳເປັນສຳລັບ ອປສ ພວກເຮົາ ທີ່ຈະຕ້ອງໄດ້ແລກປ່ຽນບົດຮຽນ
ແລະ ຮ່ວມມືກັບອົງການປະກັນສັງຄົມອື່ນໆ ໂດຍສະເພາະແມ່ນບັນດາອົງການຂອງປະເທດໃນພາກພື້ນ ອາຊຽນ: ບຣູໄນ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລີປິນ, ສິງກາໂປ, ໄທ ແລະ ຫວຽດນາມ. ສຳລັບລາວເຮົາເປັນປະເທດຫຼ້າສຸດ ທີ່ໄດ້ເຂົ້າເປັນສະມາຊິກຂອງສະມາຄົມ ຊຶ່ງໄດ້ເຂົ້າເປັນສະມາຊິກຢ່າງເປັນທາງການ ໃນທ້າຍປີ 2003.