ກອງປະຊຸມຖອດຖອນບົດຮຽນລະຫວ່າງອົງການປະກັນສັງຄົມພາກວິສາຫະກິດ
ແລະບັນດາໂຮງໝໍຄູ່ສັນຍາ.

ໃນວັນທີ13ພຶດສະພາ2011ທີ່ຜ່ານມາອປສໄດ້ຈັດກອງປະຊຸມຖອດຖອນບົດຮຽນ
ກ່ຽວກັບວຽກງານປະກັນສຸຂະພາບລະຫວ່າງອົງການປະກັນສັງຄົມພາກວິສາຫະ
ກິດ(ອປສ)ແລະບັນດາໂຮງໝໍຄູ່ສັນຍາຂຶ້ນທີ່ສູນການຮ່ວມມືສາກົນແລະການຝຶກອົບ
ຮົມ(ICTC)ໂດຍການເປັນປະທານຂອງທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ
ອົງການປະກັນສັງຄົມພາກວິສາຫະກິ(ອປສ),ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງ
ນີ້ແມ່ນເພື່ອສະຫຼຸບຕີລາຄາຄືນຈຸດດີແລະຂໍ້ຄົງຄ້າງໃນການປະຕິບັດວຽກງານປິ່ນປົວ
ສຸຂະພາບຕົວຈິງໃນໄລຍະຜ່ານມາໂດຍຫຍໍ້,ເປັນການແລະປ່ຽນບົດຮຽນດ້ານການບໍ
ລິການໂດຍສະເພາະແມ່ນຂອດປະສານງານໃຫ້ມີຄວາມເປັນເອກະພາບກັນໃນການໃຫ້ບໍລິການແກ່ສະມາຊິກປະກັນສັງຄົມແລະເພື່ອເອກ
ກະພາບກັນກ່ຽວກັບເນື້ອໃນສັນຍາແລະສືບຕໍ່ເຊັນສັນຍາຮ່ວມກັນລະຫວ່າງອປສແລະບັນດາໂຮງໝໍຄູ່ສັນຍາທັງ10ແຫ່ງເປັນຕົ້ນແມ່ນໂຮງ
ໂຮງໝໍມະໂຫສົດ,ໂຮງໝໍເຊດຖາທິຣາດ,ໂຮງໝໍມິດຕະພາບ,ໂຮງໝໍແຂວງວຽງຈັນ,ໂຮງໝໍເມືອງວັງວຽງ,ໂຮງໝໍແຂວງບໍລິຄຳໄຊ,ໂຮງໝໍແຂວ
ງຄຳມ່ວນ,ໂຮງໝໍແຂວງສະຫວັນນະເຂດ,ໂຮງໝໍແຂວງຈຳປາສັກແລະໂຮງໝໍແຂວງໄຊຍະບູລີ,ນອກຈາກນັ້ນ,ຍັງມີຕາງໜ້າກົມປິ່ນປົວກະຊ
ວງສາທາລະນະສຸກ,ຕາງໜ້າກົມປະກັນສັງຄົມກະຊວງແຮງງານ,ຕາງໜ້າກອງທືນປະກັນສຸຂະພາບຊຸມຊົນ(ກປສຊ),ຕາງໜ້າອົງການປະກັນ
ສັງຄົມແຫ່ງລັດ(ອປລ),ຕາງໜ້າກອງທືນສຸຂະພາບຜູ້ທຸກຍາກ(ກສທ),ຜູ້ອຳນວຍການອປສພ້ອມຄະນະ,ພະແນກການທີ່ກ່ຽວຂ້ອງແລະບັນດາ
ຫ້ອງການສາຂາຂອງອປສເຂົ້າຮ່ວມຢ່າງພ້ອມພຽງ.