ຄຳເຫັນຂອງ ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ ອົງການປະກັນສັງຄົມ

ພາກວິສາຫະກິດ ເນື່ອງໃນໂອກາດ ຊົມເຊີຍຜົນງານຄົບຮອບ 10 ປີຂອງ ອປສ.

             ອົງການ​ປະກັນ​ສັງຄົມ ພາກວິສາຫະກິດ (ອປສ) ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ໃນ​ປີ 2001 ບົນ​ພື້ນຖານ​ດຳລັດ​ ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 207/ນຍ ລົງ​ວັນ​ທີ 23 ທັນວາ1999,ເປັນ​ອົງການ​ຂອງ​ລັດ ຊຶ່ງ​ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ ລັດຖະມົນຕີ​ວ່າການກະຊວງແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ,ມີ​ຄວາມ​ຮັບຜິດ ຕອບ​ໃນການ​ສະໜອງ​ສິດຜົນປະ​ໂຫຍ​ດ ທາງ​ດ້ານ​ສະຫວັດດີ​ການ​ສັງຄົມ ໃຫ້ແກ່້​່​ຜູ້​ອອກ​ແຮງ​ງານ​ໃນ​ພາກ​ວິສາ​ຫະກິດ. ການ​ສ້າງ​ລະບົບປະກັນ​ສັງຄົມ​ແມ່ນເພື​່ອແກ້ໄຂ ບັນ​ຫາ​ຄວາມ​ສ່ຽງຕ່າງໆ ທີ່ຕິດພັນກັບການເກີດ-ແກ່-​ເຈັບ-​ຕາຍ ເປັນ​ການປະກອບສ່ວນເຂົ້າໃນພາລະກິດຫຼຸດ ຜ່ອນຄວາມ ທຸກຍາກຂອງພົນລະເມືອງ, ສົ່ງເສີມແນວ​ທາງການຫັນ​ປະ​ເທດເປັນອຸດສາຫະກຳ​​ ແລະ ທັນ​ສະ​ໄໝ, ເປັນການສ້າງ​ປະ​ຖົມ ປັດ​ໄຈ ໃນ​ການ​ສ້າງ​ປະ​ເທດ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບດ້ອຍ ​ພັດທະນາ​ເທື່ອ​ລະ​ກ້າວ.  ລະບົບປະກັນສັງຄົມ ແມ່ນອົງປະກອບ ໜຶ່ງຂອງການປົກປ້ອງທາງສັງຄົມຊຶ່ງມີຜົນບວກທາງດ້ານເສດຖະກິດຄື:ຍົກຜະຫຼິດຕະພາບຂອງງານສູງຂຶ້ນ, ຊຸກຍູ້​ໃຫ້​ກຳລັງແຮງ​ ງານ​ກັບ​ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ, ​ເປັນ​ການສົ່ງເສີມການລົງທຶນ, ສ້າງຄັງປະຢັດແຫ່ງຊາດ, ຊຸກຍູ້ຮອບໝູນ ເງິນຕາ ແລະ ການ ບໍລິໂພກພາຍ​ໃນໂດຍທົ່ວໄປ​ແລ້ວ​ກໍແມ່ນການສົ່ງເສີມຄວາມໝັ້ນຄົງທາງສັງຄົມ.ຕະຫຼອດ​ໄລຍະການຈັດຕັ້ງປະຕິບັດວຽກງານ​ ປະກັນ​ສັງຄົມພາກ​ວິ​ສາ​ຫະກິດ​ມາ​ໄດ້10ປີອົງການ​ປະກັນ​ສັງຄົມກໍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ທ່າ​ຂະຫຍາຍຕົວ,  ມີ​ລະບົບການ​ເງິນແລະກອງ​ທຶນ​ທີ່ມີ​ຄວາມ​ເຂັ້ມ​ແຂງ, ທັງ​ນີ້ກໍເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​​ການພັດທະນາ​ວຽກ​ງານແຮງ​ງານແລະ​ສະຫວັດດີ​ການ​ສັງຄົມຢູ່ ສປປລາວ ຂອງ​ພວກ​ເຮົາ​ໃຫ້​ມີ​ ຄວາມເຕີບ​ໃຫຍ່​ຂະ ຫຍາຍຕົວ. ໄປ​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ,ພວກ​ເຮົາ​ເຫັນ​ວ່າການ​ປະຕິບັດ​ຕົວ​ຈິງ​ ກໍຍັງ​ພົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ຫຼາຍ​ດ້ານ ໂດຍສ​ະ​ເພາະ ອັດ​ຕາ​ການ​ເຂົ້າ​ສູ່​ລະບ​ົບຂອງ​ຜູ້​ອອກ​ແຮງ​ງານ​ທີ່​ນອນ​ໃນ​ເປົ້າ​ໝາຍ​ການ​ຄຸ້ມ​ຄອງ​ຍັງ​ຕ່ຳ ຊຶ່ງ​ບັນຫານີ້​ແມ່ນພັນທະ ແລະ ໜ້າ​ທີ່ຂອງ​ທຸກ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ ຈົ່ງ​​ໃຫ້​ ຄວາມ​ຮ່ວມມື ແລະ ພ້ອມ​ກັນ​ແກ້​ໄຂ​ໃຫ້​ດີ​ຂຶ້ນ. ຂ້າພະ​ເຈົ້າ​ຕາງໜ້າ​​ໃຫ້​ແກ່ ອົງການ​ປະກັນ​ສັງຄົມ ພາກວິສາຫະກິດ (ອປສ) ຂໍ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ນຳ​ຜູ້ນຳ​ພັກ ​- ລັດ, ອົງການ​ກ່ຽວຂ້ອງ ຕະຫຼອດ​ຮອດ​ຜູ້​ໃຊ້​ແຮງ​ງານ ແລະ ຜູ້​ອອກ​ແຮງ​ງານ ທີ່​ໄດ້​ຮ່ວມ​ແຮງ, ຮ່ວມ​ໃຈ ​ແລະ  ພ້ອມ​ກັນຈັດຕັ້ງປະຕິ​ບັດດຳລັດ​ປະກັນ​ສັງຄົ​ມ​ໃຫ້​ເກີດມີ​​ຜົນ ສຳ​ເລັດຕະຫຼອດມາ. ຫວັງ​ຢ່າງ​ຍິ່ງ​ວ່າ ​ທຸກ​ພາກສ່ວນ​ຈະ​ສືບຕໍ່ໃຫ້ການ​ຮ່ວມ​ມື​ ແລະ ພັດທະນາລະບົບປະກັນ ສັງຄົມ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ ຍືນ​ຍົງ​ຕະຫຼອດ​ໄປ.