ຊົມເຊີຍວັນສ້າງຕັ້ງ ອົງການປະກັນສັງຄົມ ພາກວິສາຫະກິດ(ອປສ) ຄົບຮອບ 10 ປີ. |
|
|
ເນື່ອງໃນໂອກາດວັນສະເຫຼີມສະຫຼອງຄົບຮອບ 10 ປີຂອງການສ້າງຕັ້ງອົງການປະກັນສັງຄົມພາກວິ ສາຫະກິດ(01 ມິຖຸນາ 2001-01 ມິຖຸນາ 2011), ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2011ທີ່ຜ່ານມາອົງການປະກັນສັງຄົມພາກວິສາຫະກິດ(ອປສ)ໄດ້ຈັດກິດຈະກຳຍ່າງເພື່ອ ສຸຂະພາບ ຂຶ້ນທີ່ສວນປະຕູໄຊໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕີຊ່ວຍວ່າ ການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານສະພາບໍລິຫານອົງການປະກັນ ສັງຄົມ , ມີບັນດາຜູ້ຕາງໜ້າຈາກກະຊວງຕ່າງໆ, ວິສາຫະກິດທີ່ເປັນສະມາຊິກຂອງ ອປສ, ໂຮງໝໍ ຄູ່ສັນຍາ ແລະ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມປະມານ 1000 ກວ່າຄົນ. ພິທີໄດ້ເລີ່ມເວລາ 06:00 ເຊົ້າໂດຍທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ ອປສ ໄດ້ຂຶ້ນກ່າວຈຸດປະສົງ ແລະ ປະຫວັດຄວາມເປັນມາໂດຍຫຍໍ້ ຂອງອົງການປະກັນສັງຄົມ ຊຶ່ງມີບາງຕອນທ່ານ ໄດ້ກ່າວວ່າ: |
|
ລະບົບປະກັນສັງຄົມທີ່ອີງໃສ່ຫັຼກການປະກັນໄພແມ່ນລະບົບທີ່ຖືເອົາປັດໃຈໃນການກຳນົດໄລຍະປະກັນຕົນຕຳ່ສຸດເປັນສິ່ງສຳຄັນຕົ້ນຕໍຊຶ່ງໄລຍະປະກັນ ຕົນຕຳ່ສຸດແມ່ນໄລຍະທີ່ຜູ້ປະກັນຕົນຕ້ອງຈ່າຍເງິນສົມທົບເຂົ້າກອງທືນປະກັນສັງຄົມຫຼືຕ້ອງໄດ້ເປັນສະມາຊິກຂອງກອງທືນປະກັນສັງຄົມໃນໄລຍະເວລາ ໃດໜຶ່ງ.ລະບົບປະກັນສັງຄົມທີ່ມີສະຖານະພາບໃນການຊ່ວຍເຫຼືອສັງຄົມເປັນພື້ນຖານທີ່ເກີດ ແລະ ສັນຊາດທີ່ເປັນບັນຫາສຳຄັນ.ການປະກັນສັງຄົມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຊຶ່ງມັນສະແດງອອກໃນຫຼາຍດ້ານເປັນຕົ້ນແມ່ນຜູ້ອອກແຮງງານມີຫຼັກຄ້ຳປະ ກັນໃນການດຳລົງຊີວິດມີໂອກາດໃນການພັດທະນາຕົນເອງເພື່ອໄດ້ຮັບຜົນປະໂຫຍດສູງສຸດຈາກການອອກແຮງງານຜູ້ໃຊ້ແຮງງານໄດ້ຮັບຜົນປະໂຫຍດສູງສຸດ ຈາກການດຳເນີນທຸລະກິດຍ້ອນວ່າໄດ້ຮັບນະໂຍບາຍສະໜັບສະໜູນຈາກພາກລັດ,ມີສະມັດຕະພາບແຮງງານສູງ,ເສດຖະກິດໄດ້ຮັບການພັດທະນ າຢ່າງເປັນລະບົບແລະ ຕໍ່ເນື່ອງເພາະວ່າຜູ້ອອກແຮງງານໄດ້ປະກອບສ່ວນຢ່າງຈິງຈັງໃນຂະບວນການຜະຫຼິດ ແລະ ເງິນຂອງກອງທືນປະກັນສັງຄົມ ກໍ່ມີບົດບາດເປັນທືນຮອນທີ່ສຳຄັນແກ່ສັງຄົມ.ສະພາບການດ້ານສັງຄົມກໍ່ຄືດ້ານການເມືອງມີຄວາມສະຫງົບ ແລະ ສີວິໄລເມື່ອຊາວຜູ້ອອກແຮງງານມີ ຄວາມເປັນຢູ່ທີ່ດີຈະຊ່ວຍສະກັດກັ້ນ ແລະ ປາບປາມປະກົດການຫຍໍ້ທໍ້ ແລະ ໄພສັງຄົມຕ່າງໆ. ລະບົບປະກັນສັງຄົມພາກວິສາຫະກິດ(ອປສ)ເປັນລະບົບ ທີ່ສ້າງຂຶ້ນເພື່ອເປັນຄັງສະຫວັດດີການໃຫ້ແກ່ຜູ້ອອກແຮງງານພາກວິສາຫະກິດໂດຍອີງໃສ່ຫັຼກການປະກັນໄພທີ່ມີການສະເລ່ຍຄວາມສ່ຽງແລະການ ຊ່ວຍ ເຫືຼອຊຶ່ງກັນ ແລະ ກັນ, ມີການຄ້ຳປະກັນສິດຜົນປະໂຫຍດຂອງສະມາຊິກ ແລະ ເປັນລະບົບທີ່ມີການຈັດສັນກອງທືນດ້ວ ຍວິທີການກຳນົດເງິນ ສົມທົບເປັນພື້ນຖານ(defined contribution). ຕະຫຼອດໄລຍະ 10 ປີ ຜ່ານມາສາມາດສະຫຼຸບໄດ້ວ່າ ອປສ ໄດ້ຮັບການພັດທະນາ ແລະ ມີຄວາມເຂັ້ມ ແຂງຢ່າງຕໍ່ເນື່ອງ ຊຶ່ງມັນສະແດງອອກຢູ່ບ່ອນວ່າອົງການການນຳທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ສິດ, ລະບົບການບໍລິຫານງານໄດ້ຮັບການປັບປຸງເຂົ້າສູ່ ລະບົບຄົບຊຸດເທື່ອລະກ້າວ, ຈຸດສົມດູນຂອງກອງທືນ(pay as you go cost rate) ມີປະສິດທະພາບສູງເມື່ອທຽບໃສ່ອັດຕາການສົມທົບເຂົ້າກອງທືນ , ຜູ້ອອກແຮງງານໄດ້ຮັບຜົນປະໂຫຍດຈາກກກອງທືນບໍ່ວ່າຈະເປັນການຮັບອຸດໜູນໄລຍະສັ້ນກໍ່ຄືໄລຍະຍາວແມ່ນນັບມື້ນັບເພີ່ມທະວີ.ເພື່ອຮັບປະກັນກາ ນ ປະຕິບັດພັນທະໜ້າທີ່ໃນການປົກປ້ອງຊາວຜູ້ອອກແຮງງານໄດ້ຢ່າງແທ້ຈິງນັ້ນໃນອານາຄົດຕໍ່ໄປນີ້ ອປສ ຍັງໄດ້ສຸມໃສ່ຂະຫຍາຍຂອບເຂດການຄຸ້ມຄອງ ສູ່ຜູ້ອອກແຮງງານກຸ່ມເປົ້າໝາຍໃຫ້ໄດ້ຢ່າງທົ່ວເຖິງ, ປັບປຸງຄຸນນະພາບຂອງການບໍລິການຕ່າງໆໃຫ້ແທດເໜາະກັບສະພາບເສດຖະກິດ-ສັງຄົມແຕ່ລະໄລ ຍະ, ພັດທະນາກອງທືນໃຫ້ນັັັບມື້ນັບເຂັ້ມແຂງຊຶ່ງສິ່ງສຳຄັນທີ່ຈະບັນລຸໄດ້ດັ່ງກ່າວນັ້ນມັນຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງເປັນເຈົ້າການຮ່ວມກັນ ໂດຍສະເພາະແມ່ນຂົງເຂດທີ່ຕົນຮັບຜິດຊອບ. |
|