ພິທີເປີດຫ້ອງການສາຂາອົງການປະກັນສັງຄົມ ພາກວິສາຫະກິດ(ອປສ)ທີ່ແຂວງຊຽງຂວາງ

ໃນວັນທີ 8 ທັນວາ 2011 ທີ່ຜ່ານມາ ອປສ ໄດ້ຈັດພິທີເປີດສາຂາປະກັນສັງຄົມຂຶ້ນທີ່ແຂວງຊຽງຂວາງໂດຍການເປັນປະທານ

ຮ່ວມລະຫວ່າງທ່ານພົນຈັດຕະວາເສີມສຸກ ສິມທະວົງ ຮອງເຈົ້າແຂວງໆຊຽງຂວາງແລະທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕ

ຊ່ວຍວ່າການກະຊວງແຮງງານແລະສະຫວັດດີການສັງຄົມທັງເປັນປະທານສະພາບໍລິຫານອົງການປະກັນສັງຄົມ(ອປສ),

ໂດຍມີບັນດາສະພາບໍລິຫານ,ຜູ້ອຳນວຍການອປສພ້ອມທັງບັນດາພະນັກງານອອ້ມຂ້າງແຂວງ,ຕາງໜ້າຈາກໂຮງໝໍແຂວງ

, ຕາງໜ້າບັນດາລັດວິສາຫະກິດ,ແລະແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.ຫັຼງຈາກພິທີເປີດສາຂາແລ້ວ,ກໍ່ໄດ້ມີພິທີເຊັນສັນ

ຍາການໃຫ້ບໍລິການທາງການແພດລະຫວ່າງອປສແລະໂຮງໝໍແຂວງຊຽງຂວາງລົງນາມເຊັນສັນຍາໃນພິທີດັ່ງກ່າວໂດຍທ່ານ

ຄຳພວງ ອິນທະແສງ ຜູ້ອຳນວຍການອປສແລະທ່ານ ດຣ ບຸນໄຊ ນວນທະສິນ ຜູ້ອຳນວຍການໂຮງໝໍແຂວງຊຽງຂວາງໂດຍ

ການເປັນສັກຂີພິຍານຂອງທ່ານ ຮອງເຈົ້າແຂວງ ພ້ອມດ້ວຍແຂກທີ່ຖືກເຊີນທັງພາກລັດ ແລະ ເອກະຊົນໂດຍມີຈຸດປະສົງແນ່

ໃສ່ເພື່ອຮອງຮັບການບໍລິການປິ່ນປົວສຸຂະພາບແກ່ຜູ້ປະກັນຕົນ ແລະ ຄອບຄົວຂອງເຂົາເຈົ້າໃນເວລາເຈັບປ່ວຍ.