ອົງການປະກັນສັງຄົມຕ້ອນຮັບການມາຢ້ຽມຢາມຂອງລັດຖະມົນຕີຊ່ວຍວ່າການ, ຜູ້ອຳນວຍການໃຫຍ່ ປະກັນສັງຄົມ ຫວຽດນາມ. |
||
ໃນລະຫວ່າງວັນທີ20-23ມີຖຸນາທີ່ຜ່ານມານີ້,ຄະນະນຳຂອງອົງການປະກັນສັງຄົມຫວຽດນາມນຳໂດຍທ່ານ ເລ ບັກ ຫົງ ລັດຖະມົນຕີຊ່ວຍວ່າການ,ຜູ້ອຳນວຍການໃຫຍ່ປະກັນສັງຄົມຫວຽດນາມພ້ອມຄະນະໄດ້ມາຢ້ຽມ ອົງການປະກັນສັງຄົມພາກວິສາຫະກິດ(ອປສ)ຢ່າງເປັນທາງການ,ໃນໂອກາດມາຢ້ຽມຢາມຄັ້ງນີ້ທ່ານລັດຖະ ມົນຕີຊ່ວຍວ່າການພ້ອມຄະນະກໍ່ໄດ້ໃຫ້ກຽດເຂົ້າຢ້ຽມຢາມແລະພົບປະໂອ້ລົມກັບທ່ານ ບຸນຄົງ ຫ້ຼາສຸກັນ ລັດ ຖະມົນຕີຊ່ວຍວ່າການກະຊວງແຮງງານແລະສະຫວັດດີການສັງຄົມທັງເປັນປະທານສະພາບໍລິການອົງການປະ ກັນສັງຄົມ,ເຊິ່ງທ່ານໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ລັດຖະມົນຕີຊ່ວຍວ່າການພ້ອມຄະນະແລະ ໃຫ້ການຕ້ອນຮັບອັນອົບອຸ່ນຖານອ້າຍນ້ອງຮ່ວມຊາດດຽວກັນ.ຫຼັງຈາກນັ້ນ,ຄະນະຜູ້ແທນດັ່ງກ່າວກໍ່ໄດ້ມາຢ້ຽມ ຢາມອົງການປະກັນສັງຄົມພາກວິສາຫະກິດ(ອປສ)ໂດຍການຕ້ອນຮັບຈາກທ່ານ ຄຳພວງ ອິນທະແສງ ຜູ້ອຳ ນວຍການອົງການປະກັນສັງຄົມພ້ອມຄະນະແລະພະນັກງານອປສທຸກທົ່ວໜ້າທີ່ໄດ້ໃຫ້ການຕ້ອນຮັບຢ່າງສຸດ ໃຈ.ສຳລັບຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ແມ່ນເພື່ອທະວີການຮັບແໜ້ນສາຍພົວພັນລະຫວ່າງສອງຊາດ ລາວແລະຫວຽດນາມເວົ້າລວມ,ເວົ້າສະເພາະແມ່ນອົງການປະກັນສັງຄົມລາວແລະຫວຽດນາມ,ພ້ອມກັນນັ້ນກໍ່ ເປັນການແລກປ່ຽນບົດຮຽນແລະກຳນົດແຜນຮ່ວມມືລະຫວ່າງສອງອົງການຈັດຕັ້ງໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. |
||
|
| ||