ຄະນະຜູ້ແທນ ອປສ ເຂົ້າຮ່ວມກອງປະຊຸມສະມາຄົມປະກັນສັງ ຄົມຄັ້ງທີ 20 ທີ່ປະເທດ ຟີລີບປີນ

 

ໃນລະຫວ່າງວັນທີ 16 ຫາ 20 ຕຸລາ 2007 ນີ້ຄະນະຜູ້ແທນ ຂອງອົງການປະກັນສັງຄົມ ຊຶ່ງນຳ ໂດຍ ທ່ານ ຄຳພວງອິນທະແສງ ຜູ້ອຳນວຍການ ອົງການປະກັນສັງຄົມໄດ້ເດີນ ທາງໄປເຂົ້າຮ່ວມ ກອງປະຊຸມສະມາຄົມ ປະກັນສັງຄົມ ແຫ່ງ ອາຊຽນຄັ້ງ ທີ20 ທີ່ນະຄອນ ຫຼວງມະນິລາປະ ເທດຟີລິບປິນ. ກອງປະຊຸມຄັ້ງ ນີ້ອປສ ລາວ ເຮົາ ໄດ້ເຂົ້າຮ່ວມໃນນາມທີ່ເປັນອົງການສະມາຊິກ ຂອງສະມາຄົມປະກັນສັງ ຄົມອາຊຽນ (ASSA). ກອງປະຊຸມຄັ້ງນີ້ມີ9 ປະເທດແລະ 30 ກວ່າອົງ ການເຂົ້າຮ່ວມໂດຍແມ່ນ ທ່ານດາຕຸກອາດສະລານໄຊໂນນຜູ້ບໍລິຫານ ສູງສຸດ ຂອງອົງການປະກັນສັງຄົມ ປະເທດມາເລເຊຍ ເປັນປະທານກອງປະຊຸມ.ກອງປະ ຊຸມໄດ້ດຳ ເນີນໄປ ເປັນເວລາ 2ວັນ :ວັນທີໜຶ່ງແມ່ນການ ສຳມະນາທາງວິຊາການ, ສະເໜີບົດ ຮຽນ ທີ່ ດີຈາກນັກ ບັນ ຍາຍຮັບເຊີນຈາກ ອົງການແຮງງານສາກົນຊຶ່ງ ມີຫົວຂໍ້ດັ່ງນີ້ ”ການຕົກລົງກັນ ກ່ຽວກັບວຽກງານປະກັນ ສັງຄົມໃນ ປະ ເທດອາຊຽນ,ການສົ່ງເງິນແບບ Electronic ເພື່ອຂະຫຍາຍ ການຄຸ້ມຄອງ ວຽກງານປະກັນ ສັງຄົມສຳລັບ ແຮງ ງານເຄື່ອນທີ່ (ໃນກໍລະນີຂອງປະເທດ ຟີລິບປິ່ນ); ແລະ ອົງການສາກົນຈາກ ປະເທດຟີລິບປິນ ດັ່ງຫົວຂໍ້ລຸ່ມນີ້: ການໃຫ້ອຳນາດ ຫຼື ການຊ່ວຍເຫຼືອກຸ່ມຄົນທີ່ທຸກຍາກໃນຟີລິບປິ່ນ; ສິ່ງແວດ ລ້ອມແລະການ ປະກັນສັງ ຄົມຂອງ ປະເທດຟີລິບປິນ; ການປະກັນສັງຄົມໃນປະເທດ ຟີລິບປິນ ແລະ ການຮັບສົ່ງຂໍ້ມູນຜູ້ປະກັນຕົນ ຂອງປະເທດ ຟີລິບປິ່ນ. ວັນທີສອງ ແມ່ນກອງປະຊຸມສະພາບໍລິຫານ ຂອງສະມາ ຄົມປະກັນສັງຄົມອາຊຽນ (ASSA)ຄັ້ງທີ20,ກອງປະຊຸມໄດ້ສົນທະນາກັນໃນຫຼາຍໆບັນຫາທີ່ກ່ຽວພັນກັບການ ພັດທະນາສະມາຄົມປະກັນ ສັງຄົມ ອາ ຊຽນ(ASSA)ເປັນຕົ້ນແມ່ນການຮັບຟັງ,ຖອດຖອນບົດຮຽນລະຫວ່າງປະເທດສະມາຊິກດ້ວຍກັນເຊັ່ນ:ການ ຄວບຄຸມຄຸນນະພາບ ໃນການ ປິ່ນປົວ ແລະ ກຳນົດລາຄາຢາຂອງ ປະເທດອິນໂດເນເຊຍ, ການຂະຫຍາຍການຄຸ້ມ ຄອງວຽກງານປະກັນສຸ ຂະພາບ ນອກ ລະບົບຂອງ ປະເທດຫວຽດນາມ,ການບໍລິການຜ່ານລະບົບITທີ່ມີຊື່ວ່າ (G@WAPS) ໃນການຈ່າຍເງິນອຸດໜູນ ແລະ ການ ບໍລິການອື່ນໆ ຂອງປະເທດ ຟີລິບປິ່ນ, ການບໍລິການ ທີ່ດີ ຂອງລະບົບປະກັນສັງຄົມປະເທດສິງກະໂປ ແລະການປ້ອງກັນແລະສົ່ງເສີມວຽກງານປະກັນສຸຂະພາບ ສຳລັບສະ ມາຊິກປະກັນສັງຄົມຂອງປະເທດໄທ. ນອກຈາກນີ້ກອງປະຊຸມຍັງ ໄດ້ຮັບ ຮອງເອົາບົດບັນທຶກກອງປະຊຸມ ອາຊາ ຄັ້ງທີ 19 ທີ່ໄດ້ຈັດຂຶ້ນທີ່ ປະເທດ ອິນໂດເນເຊຍ ໃນເດືອນເມສາ ທີ່ຜ່ານມາຈາກນັ້ນກອງປະຊຸມໄດ້ລາຍງານ ຄວາມຄືບໜ້າໃນການຕິດຕໍ່ພົວພັນ ປະເທດ ກຳປ ູເຈຍ ແລະ ມຽນມາເພື່ອໃຫ້ເຂົາເຈົ້າເຂົ້າເປັນສະມາ ຊິກຂອງ ASSA. ນອກນັ້ນຍັງໄດ້ປຶກສາຫາລືອີກຫຼາຍໆ ຫົວຂໍ້ ໂດຍສະເພາ ແມ່ນ ການສະເຫຼີມ ສະຫຼອງວັນກໍ່ຕັ້ງ ASSA ຄົບຮອບ 10 ປີ, ລະບົບການຄຸ້ມຄອງແຮງງານ ເຄື່ອນທີ່ໃນຂົງເຂດ ອາຊຽນ. ພ້ອມດຽວກັນນັ້ນ ທ່ານ ດາຕຸກ ອາດສະລານ ໄຊໂນນ ມອບຕຳແໜ່ງ ປະທານ ASSA ໃຫ້ທ່ານ ນ. Lorna O. Fajardo ຜູ້ບໍລິຫານສູງສຸດຂອງ ສະມາຄົມປະກັນສຸຂະພາບ ແຫ່ງຟີລິບປິນເປັນປະທານຊຶ່ງມີເວລາດຳລົງຕໍ່າແໜ່ງ 1 ປີ.ບົດຮຽນທີ່ຖອດ ຖອນ ໄດ້ ຈາກ ກອງປະຊຸມຄັ້ງນີ້ແມ່ນ ມີຄາວມໝາຍອັນເລິກເຊິ່ງເພື່ອນຳມາພັດທະນາລະ ບົບປະກັນສັງຄົມລາວ ໃຫ້ໄປ ຄຽງຄູ່ກັບບັນດາປະເທດອື່ນໆໃນຂົງເຂດ ອາຊຽນກໍຄືໃນ ໂລກເທື່ອລະກ້າວ. ກອງປະຊຸມສະມາ ຄົມປະກັນ ສັງ ຄົມອາຊຽນ (ASSA) ຈັດຂຶ້ນ 2 ຄັ້ງຕໍ່ປີ ໂດຍຜັດປ່ຽນກັນ ເປັນເຈົ້າພາບລະຫວ່າງ ປະ ເທດສະມາຊິກ ແລະ ກອງ ປະຊຸມຄັ້ງຕໍ່ໄປ ແມ່ນອົງການປະກັນສັງຄົມແຫ່ງ ປະເທດ ລາວ( ອປສ ) ຈະເປັນເຈົ້າພາບຈັດ ກອງປະຊຸມ ດັ່ງກ່າວໃນ-ຕົ້ນ-ປີ 2008.