ຂ່າວສານ ອປສ

ອຳນວຍການ ອປສ ເຂົ້າຮ່ວມກອງປະຊຸມ ASSA ຄັ້ງທີ 26 ທີ່ຮາໂນຍ,ສ ສ ຫວຽດນາມ

ໃນລະຫວ່າງວັນທີ 15 - 18 ກັນຍາ 2010ຜ່ານມານີ້ຜູ້ອຳນວຍການອົງການປະກັນສັງຄົມລາວນຳໂດຍທ່ານຄຳພວງ ອິນທະແສງ

ພ້ອມດ້ວຍຄະນະເດີນທາງເຂົ້າຮ່ວມກອງປະຊຸມສະພາບໍລິຫານສະມາຄົມປະກັນສັງຄົມອາຊຽນ ຫຼື ASSA ທີ່ຮາໂນຍ ສສ ຫວຽດນາມ

, ໃນກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໜົດ 63 ຄົນຊຶ່ງມາຈາກບັນດາປະເທດສະມາຊິກ ASSA ຈາກ 8 ປະເທດເຂົ້າຮ່ວມນອກນີ້ຍັງ

ຜູ້ເຂົ້າຮ່ວມໃນນາມຜູ້ສັງເກດການ, ນັກບັນຍາຍຮັບເຊີນ

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນ - ຖອດຖອນບົດຮຽນທີ່ດີເດັ່ນກ່ຽວກັບວຽກງານປະກັນສັງຄົມລະຫວ່າງ

ບັນດາປະເທດສະມາຊິກດ້ວຍກັນ, ວາລະກອງປະຊຸມແມ່ນໄດ້ດຳເນີນໄປໂດຍການເປັນປະທານຂອງທ່ານ ຫງຽນ ຊິງ ຮວງ ຮອງນາຍົກລັດຖະມົນ

ຕີ ສ ສ ຫວຽດນາມ, ສຳລັບຫົວຂໍ້ທີ່ໄດ້ນຳສະເໜີກ່ອນກອງປະຊຸມສະພາບໍລິຫານ(Pre ASSA Board Meeting), ມີຄື: ມາດຕະການ

ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍການເອົາໃຈໃສ່ຄຸ້ມຄອງການຈ່າຍເງິນສົມທົບຢ້ອນຫຼັງນຳສະເໜີໂດຍກອງທືນຊົດເຊີຍ

ແລະ ສະຫວັດດີການສຳລັບຜູ້ອອກແຮງງານແຫ່ງ ສ.ເກົາຫຼີ; ການເກັບເງິນສົມທົບນຳສະເໜີໂດຍຊ່ຽວຊານຈາກອົງການແຮງງານສາກົນ

(ILO); ການເກັບເງິນສົມທົບການຕິດຕາມກວດກາ ແລະ ການນຳໃຊ້ມາດຕະການຕໍ່ຜູ້ໃຊ້ແຮງງານພາຍໃຕ້ລະບົບປະກັນບຳນານຂອງ

ເຢຍລະມັນ ນຳສະເໜີໂດຍຊ່ຽວຊານຈາກກອງທືນບຳນານຂອງເຢຍລະມັນ; ພ້ອມດຽວກັນນີ້ໃນກອງປະຊຸມຍັງໄດ້ນຳສະເໜີບົດຮຽນທີ່ດີ

ເດັ່ນເຊັ່ນ: ມາດຕະການບັງຄັບ ແລະ ຮຽກເກັບເງິນສົມທົບໂດຍກອງທືນສຳຮອງລ້ຽງຊີບຂອງປະເທດສິງກະໂປ; ມາດຕະການເກັບເງິນສົມ

ທົບທີ່ຄ້າງຈ່າຍໂດຍອົງການປະກັນສັງຄົມຫວຽດນາມ; ລະບົບອຸດໜູນໄລຍະຍາວພາຍໃຕ້ການປະກັນສັງຄົມພາກວິສາຫະກິດຈາກອົງການ

ປະກັນສັງຄົມແຫ່ງ ສ ປ ປ ລາວ; ລະບົບປະກັນສຸຂະພາບແບບທຸກທົ່ວໜ້າຂອງລາດສະອານາຈັກໄທໂດຍກອງທືນປະກັນສຸຂະພາບຂອງ

ໄທ; ການຮັບປະກັນຄຸນນະພາບການປິ່ນປົວຂອງຜູ້ໃຫ້ບໍລິການທາງການແພດຂັ້ນທ້ອງຖິ່ນ, ໂດຍອົງການ PT. JAMSOSTEK ຂອງ

ອິນໂດເນເຊຍ, ສຳລັບບັນຫາທີ່ນຳມາສົນທະນາໂດຍສະພາບໍລິຫານ ASSA ແມ່ນການປຶກສາຫາລືເຊື້ອເຊີນເອົາອົງການປະກັນສັງຄົມ

ຂອງກຳປູເຈຍ ແລະ ມຽນມາເພື່ອເຂົ້າເປັນສະມາຊິກ ASSA ແລະ ອົງການປະກັນສັງຄົມກຳປູເຈຍກໍ່ຍິນດີທີ່ຈະເຂົ້າຮ່ວມໃນພາຄີປະກັນ

ສັງຄົມອາຊຽນໃນໄວໆນີ້; ໃນກອງປະຊຸມຍັງໄດ້ສົນທະນາກ່ຽວກັບການແລກປ່ຽນບົດຮຽນລະຫວ່າງບັນດາອົງການສະມາຊິກ ASSA ດ້ວຍ

ກັນໃນລະບົບທະວິພາຄີເປັນຕົ້ນແມ່ນໃຫ້ຖືເອົາແບບຢ່າງການພົວພັນຮ່ວມມືລະຫວ່າງ ອປສ ລາວ ແລະ ອປສ ສ ສ ຫວຽດນາມ.

ເປັນແນວໃດກໍ່ຕາມບັນດາບົດຮຽນຕ່າງໆທີ່ຖືກຍົກຂຶ້ນມານຳສະເໜີໃນລະຫວ່າງກອງປະຊຸມຄັ້ງດັ່ງກ່າວນັ້ນລ້ວນແຕ່ເປັນບົດຮຽນອັນ

ລ້ຳຄ່າຕໍ່ລະບົບປະກັນສັງຄົມແຫ່ງ ສ ປ ປ ລາວ ເຮົາກໍ່ຄືບັນດາສະມາຊິກ ASSA ຈາກທຸກໆປະເທດທີ່ໄດ້ເຂົ້າຮ່ວມ ພ້ອມດຽວກັນນັ້ນ

ອປສ ຂອງລາວເຮົາຄວນໝູນໃຊ້ບັນດາບົດຮຽນອັນດີເລີດເຫຼົ່ານັ້ນມາປະດິດສ້າງ ແລະ ໝູນໃຊ້ເຂົ້າໃນວຽກ ອປສ ຢູ່ລາວໃຫ້ຖືກຕ້ອງ

ແທດເໝາະກັບສະພາບເສດຖະກິດໃນປະຈຸບັນໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້ບັນດາຊ່ຽວຊານກໍ່ຄືບັນດາອົງການສະມາຊິກທີ່ໄດ້ຂຶ້ນນຳ

ສະເໜີບົດຮຽນຂອງຕົນຕ່າງກໍ່ໃຫ້ທັດສະນະວ່າ: ການເກັບເງິນສົມທົບຈາກກຸ່ມເປົ້າໝາຍມີຄວາມຈຳເປັນຕ້ອງໄດ້ນຳໃຊ້ມາດຕະການບັງ

ຄັບທາງດ້ານກົດໝາຍຄຽງຄູ່ກັບການໂຄສະນາປະຊາສຳພັນ ແລະ ມີນະໂຍບາຍຕໍ່ກັບບາງປະເພດທຸລະກິດເພື່ອສ້າງຄວາມສະດວກໃຫ້

ບັນດາວິສາຫະກິດໃຫ້ມີຄວາມສະດວກໃນການຈ່າຍເງິນສົມທົບເຂົ້າກອງທືນປະກັນສັງຄົມ. ເຖິງຢ່າງໃດກໍ່ຕາມການເຂົ້າເປັນສະມາຊິກ

ASSA ຂອງລາວແຕ່ປີ 2003 ເປັນຕົ້ນມາແມ່ນເປັນການເປີດໂອກາດໃຫ້ ອປສ ແຫ່ງ ສ ປ ປ ລາວໄດ້ນຳສະເໜີບົດຮຽນຂອງຕົນຕໍ່ພາກ

ພື້ນກໍ່ຄືເວທີສາກົນ

ັສຳລັບກອງປະຊຸມສະພາບໍລິຫານສະມາຄົມປະກັນສັງຄົມອາຊຽນຄັ້ງທີ 27 ຈະໄດ້ຈັດຂຶ້ນທີ່ປະເທດສິງກະໂປໃນທ້າຍເດືອນມີນາ 2011.

 

ກອງປະຊຸມ ສະມາຄົມປະກັນສັງຄົມອາຊ່ຽນ (ອາຊາ) ຄັ້ງທີ່ 21 ທີ່ເມືອງມໍລະດົກໂລກ
ໃນ​ລະ​ຫວ່າງ​ວັນ​ທີ​24 - 26 ເມສາ​2008 ທີ່ຜ່ານມານີ້ ອົງ​ການ​ປະ​ກັນ​ສັງ​ຄົມ​ແຫ່ງ​ສປ​ປ ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ຕາມ​ຮອບ​ວຽນຕົວອັກ ສອນໃນການຈັດ​ກອງ​ປະ​ຊຸມ ສະ​ມາ​ຄົມ​ປະ​ກັນ​ສັງ​ຄົມ​ອາ​ຊ່ຽນ​(ອາຊາ) ຄັ້ງ​ທີ່​21 ທີ່​ໂຮງ​ແຮມ​ເມືອງຫຼວງ ແຂວງຫຼວງພະບາງ​ແລະ ໃຫ້ກຽດເປັນປະທານ ເປີດກອງປະຊຸມໂດຍ ທ່ານ ເລົາລີ ໄຟເພັງຢົວ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະສະຫວັດດີການສັງຄົມ. ອ່ານຕໍ່ອີກ....
ຄະນະຜູ້ແທນ ອປສ ເຂົ້າຮ່ວມກອງປະຊຸມສະມາຄົມປະກັນສັງ ຄົມຄັ້ງທີ 20 ທີ່ປະເທດ ຟີລີບປີນ
ໃນລະຫວ່າງວັນທີ 16 ຫາ 20 ຕຸລາ 2007 ນີ້ຄະນະຜູ້ແທນ ຂອງອົງການປະກັນສັງຄົມ ຊຶ່ງນຳ ໂດຍ ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ ອົງການປະກັນສັງຄົມໄດ້ເດີນ ທາງໄປເຂົ້າຮ່ວມ ກອງປະຊຸມສະມາຄົມ ປະກັນສັງຄົມ ແຫ່ງ ອາຊຽນຄັ້ງ ທີ20 ທີ່ນະຄອນ ຫຼວງມະນິລາປະ ເທດຟີລິບປິນ. ກອງປະຊຸມຄັ້ງ ນີ້ອປສ ລາວເຮົາໄດ້ເຂົ້າຮ່ວມໃນນາມທີ່ເປັນອົງການສະມາຊິກ ຂອງສະມາຄົມປະກັນສັງ ຄົມອາຊຽນ (ASSA). ກອງປະຊຸມຄັ້ງນີ້ມີ 9 ປະເທດແລະ 30 ກວ່າອົງ ການເຂົ້າຮ່ວມໂດຍແມ່ນທ່ານ ດາຕຸກ ອາດສະລານໄຊ ໂນນຜູ້ບໍລິຫານ ສູງສຸດ ຂອງອົງການປະກັນສັງຄົມ ປະເທດມາເລເຊຍ ເປັນປະທານກອງປະຊຸມ. ອ່ານຕໍ່ອີກ....

ອປສ ໃຫ້ການຄຸ້ມຄອງການຜ່າຕັດສະໝອງ

  ການໃຫ້ການບໍລິການທາງການແພດເປັນພຽງໜື່ງໃນ8ປະເພດອຸດໜູນທີ່ ອປສ ບໍ່ໄດ້ສະໜອງ ໃຫ້ແກ່ສະມາຊິກໄດ້ໂດຍກົງ, ຊຶ່ງ ອປສ ໄດ້ເຊັນສັນຍາຊື້ບໍລິການນຳບັນດາໂຮງໝໍກໍ່ຄືກະຊວງສາ ທາລະນະສຸກເພື່ອສະໜອງການປິ່ນປົວໃຫ້ ແກ່ສະມາຊິກ ອປສ ແລະ ໃນການສັນຍາ ດັ່ງກ່າວ ແມ່ນໃຫ້ບໍລິການປິ່ນປົວໂດຍບໍ່ເສຍຄ່າ, ບໍ່ກຳນົດວົງເງິນ ແລະ ບໍ່ກຳນົດຈຳນວນຄັ້ງປິ່ນປົວ ແຕ່ກໍ່ຍັງມີບາງລາຍການຍົກເວັ້ນທີ່ກວມ ເອົາການຜ່າຕັດສະໝອງ ແລະ ພະຍາດເບົາຫວານ. ມາຮອດປະຈຸບັນພວກເຮົາໄດ້ຫຼຸດລາຍການຍົກເວັ້ນລົງໂດຍການໃຫ້ການຄຸ້ມຄອງພະຍາດ ເບົາ ຫວານ ແລະ ການຜ່າຕັດສະໝອງໃຫ້ແກ່ຜູ້ປະກັນຕົນລວມທັງຄູ່ສົມລົດ ແລະ ລູກທີ່ມີອາຍຸບໍ່​ເກີນ 18ປີສາມາດເຂົ້າຮັບການບໍ ລິການຕາມ ລະບົບປິ່ນປົວສຸຂະພາບຂອງ ອປສ.

ກຳມະທິການວັດທະນະທຳສັງຄົມສະພາແຫ່ງຊາດລົງຊຸກຍູ້ວຽກງານທີ່ອົງການປະກັນສັງຄົມ

  ໃນຕອນບ່າຍວັນທີ 5 ມີນາ2007 ຄະນະກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດນໍາໂດຍທ່ານ ຊົມພູ ທົງສະຫວັນ ຮອງກຳມາທິການວັດທະນະທຳສັງຄົມ ສະພາແຫ່ງຊາດ, ທ່ານບົວເງິນ ຊາພູວົງ ສະມາຊິກສະພາແຫ່ງຊາດ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວແລະວັດທະນະທຳ ພ້ອມດ້ວຍຄະນະອີກຈຳນວນໜຶ່ງ.ຈຸດປະສົງຂອງ ການລົງມາເຮັດວຽກໃນຄັ້ງນີ້ແມ່ນເພື່ອ ຕິດຕາມການຊຸກຍູ້ວຽກງານຕ່າງໆໃນຂົງເຂດວັດທະນະທຳສັງ ຄົມເວົ້າລວມ ເວົ້າສະເພາະ ແມ່ນເພື່ອຕິດຕາມຊຸກ ຍູ້ວຽກ ງານປະ ກັນສັງຄົມພາກວິສາຫະກິດໃນການເຮັດໜ້າທີ່ບໍລິການໃຫ້ແກ່ຊາວຜູ້ອອກແຮງງານ.ການລົງເຮັດວຽກໃນຄັ້ງນີ້ແມ່ນໄດ້ຮັບຟັງຜົນການລາຍງານການ ເຄື່ອນໄຫວຈັດຕັ້ງປະຕິບັດ ດຳລັດນາຍົກລັດຖະມົນຕີເລກທີ: 207/ນຍ ວ່າດ້ວຍລະ ບອບປະກັນ ສັງ ຄົມ ສຳລັບຜູ້ອອກແຮງງານໃນວິ ສາຫະກິດ. ເຊິ່ງນັບແຕ່ມື້ເລີ່ມສ້າງຕັ້ງ ອປສ ໃນວັນທີ 1 ມີນາ 2001 ເປັນຕົ້ນມາຖືວ່າຍັງເປັນ ອົງການທີ່ສ້າງຕັ້ງຂື້ນມາໃໝ່ ແຕ່ຖືວ່າປະສົບຜົນສຳເລັດສູງ ສົມ ຄວນ, ປະຈຸບັນ ອປສ ມີສະມາຊິກເຂົ້າຮ່ວມໃນລະບົບ 30.000 ກ່ວາຄົນ ແລະມີເງິນສົມທົບ ໃນກອງທືນ 50 ກ່ວາຕື້ ກີບ. ພ້ອມນັ້ນ ຄະນະສະພາຜູ້ແທນສະພາແຫ່ງຊາດຍັງໄດ້ຮັບຮູ້ ເຖິງຂໍ້ ສະດວກ ແລະ ຂໍ້ຫຍຸ້ງ ຍາກ ໃນການຈັດຕັ້ງປະຕິບັດ ຊຶ່ງບັນຫາສ່ວນໃຫ່ຍແມ່ນການ ເຂົ້າສູ່ລະ ບົບຍັງບໍ່ທັນທົ່ວເຖິງ ແລະເປັນເອກະພາບ, ຈຳນວນຫົວໜ່ວຍວິສາຫະກິດທີ່ມີຜູ້ອອກແຮງງານແຕ່ 10 ຄົນຂື້ນໄປຫຼາຍຫົວ ໜ່ວຍຍັງຍໍ່ທັນເຂົ້າສູ່ລະບົບ ເຊິ່ງບັນຫາດັ່ງກ່າວນັ້ນເຮັດ ໃຫ້ເກີດຄວາມ ບໍ່ສະໝີພາບໃນສັງຄົມ, ຜູ້ ອອກແຮງງານບໍ່ໄດ້ຮັບການປົກປ້ອງ, ເຮັດໃຫ້ກອງທຶນປະກັນສັງຄົມເຊິ່ງເປັນກອງທືນຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາວຜູ້ອອກແຮງງານມີຄວາມສ່ຽງ.ຈາກນັ້ນຄະ ນະຜູ້ແທນສະພາ ແຫ່ງຊາດກໍ່ໄດ້ເກັບກຳເອົາບັນຫາຕ່າງໆເພື່ອນຳໄປສະເໜີພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນຊຸກຍູ້ບັນດາວ ິສາຫະກິດໃຫ້ເຂົ້າປະກັນສັງ ຄົມຕໍ່ໄປ.ພ້ອມນັ້ນກໍ່ໄດ້ແນະນຳໃຫ້ອົງການ ປະກັນສັງຄົມສືບຕໍ່ໂຄສະນະເຜີຍແຜ່ ກ່ຽວກັບສິດຜົນປະໂຫຍດທີ່ເຂົາເຂົ້າຈະໄດ້ຮັບຈາກ ການເຂົ້າ ເປັນສະມາຊິກປະກັນສັງຄົມ, ພ້ອມທັງເຮັດໜ້າທີ່ບໍລິການຂອງຕົນໃຫ້ດີຂື້ນປະກອບສ່ວນ ເຂົ້າໃນ ການປະຕິບັດພັນທະ ແກ້ໄຂຄວາມທຸກ ຍາກຂອງພົນລະເມືອງໃຫ້ປາກົດຜົນເປັນຈິງ.

ສາຂາແຫ່ງທີ 2 ຂອງ ອປສ

ໃນວັນທີ 19 ທັນວາ 2006 ທີ່ຜ່ານມານີ້ ອົງການປະກັນສັງຄົມ ໄດ້ຈັດພິທີເປີດຫ້ອງການສາຂາ ອປສ ແຫ່ງທີ II ທີ່ແຂວງ ຄຳມ່ວນ ໃຫ້ກຽດເປັນ ປະທານ ພິທີຄັ້ງນີ້ໄດ້ແກ່ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງ ແຂວງຄຳມ່ວນ, ທ່ານ ເລ ກາກັນຍາ ລັດຖະມົນຕີຊ່ວຍວ່າການກະຊວງ ຮສສ, ທັງເປັນປະທານ ສະພາບໍລິຫານ ອປສ ໂດຍມີບັນດາກຳມະການສະພາບໍລິ ຫານ, ສະພາການແພດ, ບັນດາພະນັກງານຈາກພະແນກການຕ່າງໆ ອ້ອມຂ້າງແຂວງ, ໂຮງໝໍ ແຂວງ, ໂຮງໝໍເມືອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
    ແຂວງຄຳມ່ວນມີວິສາຫະກີດກຸ່ມເປົ້າໝາຍຕາມການບັງຄັບໃຊ້ຂອງດຳລັດ 207/ນຍ ປະມານ 64 ວິສາຫະກີດທີ່ມີຜູ້ອອກແຮງງານທັງໝົດ8ພັນກ່ວາຄົນ. ສຳລັບໂຮງໝໍທີ່ຈະ ເປັນບ່ອນ ສະໜອງ ການປີ່ນ ປົວສຸຂະພາບໃຫ້ແກ່ຜູ້ປະ ກັນຕົນ ແລະ ຄອບຄົວ ຂອງ ເຂົາເຈົ້າແມ່ນໂຮງໝໍ ແຂວງຄຳມ່ວນ ເປັນໂຮງໝໍຫຼັກ ແລະ 3 ໂຮງໝໍເມືອງ (ມະຫາໄຊ, ຍົມະລາດ ແລະ ນາກາຍ) ເປັນໂຮງໝໍເຄື່ອຂ່າຍ ຂອງ ໂຮງໝໍແຂວງ.
     ສຳນັກງານຕັ້ງຢູ່ ຖະໜົນ ອານຸ, ບ້ານ ທ່າແຂກເໜືອ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ໂທລະສັບ : 051-250972, ແຟັກ: 051-250973

ພາຍໃນເດືອນສີງຫາ ອປສ ໄດ້ຈ່າຍເງິນອຸດໜູນເກີດລູກ ຈຳນວນ: 117,921,913 ກີບ 

  ຜູ້ປະຕົນເພດຍິງ ເວລາຖືພາເກີດລູກຜູ້ກ່ຽວຈະໄດ້ຮັບ:

  1. ມີສິດໃຊ້ບໍລິການທາງການແພດເຊັ່ນ: ກວດທ້ອງ, ຝາກທ້ອງ ແລະ ເກີດລູກໂດຍບໍ່ໄດ້ເສຍຄ່າ ບໍ່ຈຳກັດວົງເງິນ ແລະ ບໍ່ຈຳກັດຈຳນວນຄັ້ງ, ແຕ່ຕ້ອງ ໄດ້ຈ່າຍເງິນສົມທົບຄົບ 3ເດືອນຂື້ນໄປ.
  2. ຮັບເງິນອຸດໜູນເກີດລູກ 100% ຂອງເງິນເດືອນປະກັນຕົນ ແລະ ຈະໄດ້ຮັບໃນໄລຍະ   3ເດືອນແຕ່ຕ້ອງຈ່າຍ ເງິນສົມທົບ ຄົບ 9ເດືອນຂື້ນໄປ.
  3. ຮັບເງິນອຸດໜູນບຳເນັດເກີດລູກເທົ່າກັບ 60% ຂອງເງິນເດືອນຂັ້ນຕຳ່ທີ່ລັດຖະບານກຳນົດ ຕໍ່ລູກ 1ຄົນ. ແຕ່ຕ້ອງໄດ້ຈ່າຍເງິນສົມທົບ 12ເດືອນຂື້ນໄປ.  ສຳລັບເງິນອຸດໜູນເກີດລູກນີ້ໃນເດືອນ 08/2006 ອປສ ໄດ້ຈ່າຍເງິນດັ່ງກ່າວ: 202 ຄົນ ຈຳນວນເງິນ: 117,921,913 ກີບ.

ການ​ຮ້ອງ​ຂໍ​ເງິນອຸດ​ໜູນ​ເກີດລູກ​ແມ່ນ​ຈະ​ຕ້ອງ​ໄດ້​ຍື່ນ​ເອກະສານ​ດັ່ງ​ກ່າວ​ພາຍ​ໃນ3​ເດືອ​ນນັບ​ແຕ່​ມື້ອອກ​ໂຮງໝໍ​ເປ​ັນຕົ້ນ​ໄປ.ການໄປຮັບເງິນອຸດໜູນ ແມ່ນໄປດ້ວຍຕົນເອງ, ການຈັດຕັ້ງຫລື ບຸກຄົນອື່ນໄປເອົາໃຫ້ກໍ່ໄດ້, ໂດຍບໍ່ເສຍຄ່າທຳນຽມແຕ່ຢ່າງໃດເລີຍ

ອປສ ຈ່າຍ​ເງິນ​ໃຫ້​ຄອບຄົວ ຂອງ ຜູ້​ປະກັນ​ຕົນ​ຈຳນວນ 21 ລ້ານ​ກີບ​ແລະ ຍັງ​ຈະ​ສືບ​ຕໍ່​ຈ່າຍ​ໃຫ້​ອີກ

  ອົງການ​ປະກັນ​ສັງຄົມ​ໃຫ້ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ ​ແກ່​ຜູ້​ປະກັນ​ຕົນ ​ແລະ ຄອບຄົວ ບໍ່​ສະ​ເພາະ​ແຕ່ ອຸດ​ໜູນ​ປິ່ນປົວ​ສຸຂະພາບ​ເທົ່າ​ນັ້ນ ​ແຕ່​ຍັງ​ໃຫ້ການ​ຄຸ້ມ​ຄອງ​ເຖິງ 8 ປະ​ເພດ​ການ​ອຸດ​ໜູນ ຊຶ່ງ​ກວມ​ອາດ​ີດພະນັກງານ​ຢູ່​ບໍລິສັດ​ລ້ານ​ຊ້າງ ອາພອນ​ລາວ ​ເຂົ້າ​ເປັນ​ສະ​ມາຍຊິກ ​ແລະ ຈ່າຍ​ເງິນ​ສົມທົບ ​ເຂົ້າກອງ​ທຶນປະກັນ​ສັງຄົມ​ພຽງ ​ແຕ່ 05 ​ເດືອນ ຈຳ​ນວນ​ເງິນ: 242,867 ກີບ ( ​ໃນ​ນີ້​ຜູ້ກ່ຽວ​ຈ່າຍ​ເອງ 114,567 ກີບ. ອີກ 128,560 ກີບ. ​ແມ່ນບໍລິສັດ​ຈ່າຍ ). ມາ​ຮອດ​ວັນ​ທີ 17/01/2002 ຜູ້ກ່ຽວ​ໂຊກ​ຮ້າຍ ​ເສຍ​ຊີວິດ ​ໃນ​ຄະນະ​ປະຕິບັດ​ວຽກຢູ່​ບໍລິສັດ​ດັ່ງ​ກ່າວ. ດັ່ງນັ້ນ ອປສ ຈຶ່ງ​ໄດ້ ຈ່າຍ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ຜູ້ກ່ຽວ​ດັ່ງ​ນີ້:

  1. ອຸດ​ໜູນ​ເສຍ​ຊີວິດ:  3,059,250 ກີບ.
  2. ອຸດ​ໜູນ​ຄອບຄົວ ຈ່າຍ​ໃນ​ແຕ່ລະ​ເດືອນ ​ເລີ່​ມມາ​ແຕ່ 02/2002 ຈົນ​ຮອດ​ເດືອນ 08/2006 ລວມ: ​18,228,049 ກີບ. ລວມທັງ​ໝົດ: 21,287,299 ກີບ ​ແລະ ກໍ່​ຍັງ​ຈະ​​ໄດ້​ສືບ​ຕໍ່​ຈ່າຍ​ເງິນ​ໃຫ້​ອີກ​ຕາມ​ເງື່ອນ​ໄຂ.

 ຕໍ່​ນະ​ໂຍບາຍ​ຫລືອຸດ​ໜູນດັ່ງກ່າວ ນ ຈັນ​ເພັງ​ເຊິ່ງ​ເປັນ​ເມຍ​ຂອງ​ຜູ້​ທີ່​​ເສຍ​ຊີວິດ ​​ໄດ້​ສະ​ແດງ​ຄວາ​ມຮູ້ສຶກ​ທີ່​ມີ​ຕໍ່​ ອປສ ວ່າ: ການ​ສູນ​ເສຍ​ຜູ້ນຳ​ຄອບຄົວ ກໍ່​ເກືອ​ບ​ເໝືອນ​ກັບ​ວ່າ​ບໍ່​ໄດ້​ສູນ​ເສຍ​ເພາະ​ເພີ່​ນມີ​ປະກັນ​ສັງຄົມ​ນຳ ອປສ ​ແລະ ​ແຕ່ລະ​ເດືອນ ອປສ ກໍ່ຈ່າຍ​ເງິນ​ໃຫ້​ຄອບຄົວ​ຂ້າພະ​ເຈົ້າຕະຫລອດ​ມາ: ຄ່າ​ຮຽນ​ຂອງ​ລູກໆ ​ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ ພາຍ​ໃນ​ຄອຍ​ຄົວ​ແມ່ນ​ໄດ້​ອາ​ໃສ​ເງິນ​ຈຳນວນ​ດັ່ງ​ກ່າວນີ້​ເປັນ​ຫລັກ. ນີ້​ກໍ່​ເປັນ​ພຽງ​ແຕ່​ໜຶ່ງ​ຕົວຢ່າງ​ໃນ​ອີກ​ຫລາຍໆ ຄອບຄົວ​ທີ່​ກຳລັງ​ຢູ່​ໃນ ຄວາມຮັບຜິດຊອບ​ຂອງ ອປສ

  ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທີ່   ອົງການ​ປະກັນ​ສັງຄົມ ຕັ້ງຢູ່​ບ້ານ​ອານຸ, ຖະໜົນສາມ​ແສນ​​ໄທ ໂທ: (021)241280, 241281ແຟັກ : 241279 ຫລື​ຕິດຕາ​ມຮັບ​ຟັງ​ລາຍການ ​ວິ​ທະຍຸFM105.5ທຸກ​ວັນ​ເສົາ​ແລະ ອາທິດ ​ເວລາ 8:00-9:00ໂມງ.FM103.7MHZວັນອັງຄານ&ພະຫັດ ເວລາ18:00-18:30ໂມງ

ອົງການປະກັນສັງຄົມກັບບົດບາດໃໝ່ໃນການເປັນສະມາຊີກ ຂອງ ອາຊຽນ (ASSA)

  ໃນລະຫວ່າງ ວັນທີ 3 ຫາ 6 ກັນຍານີ້ຄະນະຜູ້ແທນຂອງ ອົງການປະກັນ ສັງຄົມເຊີ່ງນຳ ໂດຍທ່ານ ຄຳພວງ ອີນທະແສງ, ຜູ້ອຳນວຍການອົງ ການປະກັນສັງ ຄົມໄດ້ເດີນທາງໄປ ເຂົ້າຣ່ວມກອງ ປະຊຸມສະມາຄົມປະກັນສັງຄົມອາຊຽນ(ASSA) ຄັ້ງວັນທີ 18 ທີ່ເມືອງ ປີນັງປະເທດມາເລເຊຍກອງປະຊຸມຄັ້ງນີ້ອົງການປະກັນສັງຄົມ (ອປສ) ລາວເຮົາໄດ້ເຂົ້າ ຮ່ວມໃນຖານະທີ່ເປັນປະທານສະມາຄົມໂດຍ ທ່ານຜູ້ອຳນວຍ ການ ອປສ ໄດ້ດຳລົງຕ່ຳ ແໜ່ງເປັນປະທານສະມາ ຄົມດັ່ງກ່າວນັບແຕ່ທ້າຍປີ 2005 ເປັນຕົ້ນມາ ອ່ານຕໍ່ອີກ...

ກອງ​ປະ​ຊຸມ​ສະ​ພາບໍລິຫານ ຄັ້ງທີ 7

 ໃນ​ຕອນ​ເຊົ້າ​​ເວລາ 8:30 ​ໂມງ,ວັນ​ທີ 25/8/2006 ທີ່ຫ້ອງປະຊຸມນ້ອຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີກອງປະຊຸມສະພາບໍລິຫານ ອປສ ຄັ້ງທີ VII,ໂດຍມີ ບັນດາ ກຳມະການ ສະ ພາບໍລິຫານ, ຄະນະອຳນວຍການ ອປສ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຂອງ ອປສ ເຂົ້າຮ່ວມຈຳນວນ 15 ທ່ານ. ພາຍໃຕ້ການເປັນປະທານ ທ່ານ ເລ ກາກັນຍາ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະ ທານສະພາບໍລິຫານ ອປສ. ອ່ານຕໍ່ອີກ...

ກອງ​ປະ​ຊຸມ​ສະ​ມາ​ຄົມ​ປະ​ກັນ​ສັງ​ຄົມ​ອາ​ຊຽນ​ ( ASSA ) ​ຄັ້ງ​ທີ່​ 17 ​ທີ່​ເສຣິ​ເບ​ກາ​ວັນ​, ​ບຣູ​ໄນ​ ​ດາ​ຣຸດ​ສະ​ແລມ​.

ໃນ​ລະ​ຫວ່າງ​ວັນ​ທີ​ 6 - 9ມີ​ນາ2006 ​ອົງ​ການ​ປະ​ກັນ​ສັງ​ຄົມ​ຂອງ​ປະ​ເທດ​ບຣູ​ໄນ​ ​ສປ​ປ ​ລາວ​ ​ໄດ້​ເປັນ​ເຈົ້າ​ພາບ​ ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ບໍ​ລິ​ຫານ​ສະ​ມາ​ຄົມ​ປະ​ກັນ​ສັງ​ຄົມ​ອາ​ຊຽນ​ ( ASSA) ​ຄັ້ງ​ທີ່​ 17 ​ຂຶ້ນ​ຢູ່​ທີ່​ສູນ​ການ​ປະ​ຊຸມ​ເດິ​ມໍ​, ​ໃນ​ກຸງ​ບັນ​ດາ​ເສຣິ​ເບ​ກາ​ວັນ​. ​ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຜູ້​ແທນ​ຈາກ​ບັນ​ດາ​ 8 ​ປະ​ເທດ​ສະ​ມາ​ຊິກ​ ASSA ​ແລະ​ ​ນັກ​ບັນ​ຍາຍ​ ​ຮັບ​ເຊີນ​ເຂົ້າ​ຮ່ວມ​ທັງ​ໝົດ​ 40 ​ກວ່າ​ຄົນ​. ອ່ານຕໍ່ອີກ....

ອົງການປະກັນສັງຄົມຈັດພິທີເປີດຫ້ອງການສາຂາແຂວງສະຫວັນນະເຂດຢ່າງເປັນທາງການ

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ​ 24 ​ຕຸ​ລາ​ 2005 ​ນີ້​ ​ອົງ​ການ​ປະ​ກັນ​ສັງ​ຄົມ​ ​ໄດ້​ຈັດ​ພິ​ທີ​ເປີດ​ການ​ນຳ​ໃຊ້​ຫ້ອງ​ການ​ ​ສາ​ຂາ​ແຂວງ​ສະ​ຫວັນ​ນະ​ເຂດ​ຂອງ​ຕົນ​ ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​. ​ໃຫ້​ກຽດ​ເປັນ​ປະ​ທານ​ໃນ​ພິ​ທີ​ຄັ້ງ​ນີ້​ ​ໄດ້​ແກ່​ທ່ານ​ ​ເລ​ ກາ​ກັນ​ຍາ​ ​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ​ ​ແລະ​ ​ສະ​ຫວັດ​ດີ​ການ​ສັງ​ຄົມ​, ​ທັງ​ເປັນ​ ​ປະ​ທານ​ສະ​ພາ​ບໍ​ລິ​ຫາ​ນ ​ອ​ປສ​ ​ແລະ​ ​ທ່ານ​ ​ວິ​ໄລ​ວັນ​ ​ພົມ​ເຂ​,ເຈົ້າ​ແຂວງ​ແຂວງ​ສະ​ຫວັນ​ນະ​ເຂດ​ ​ໂດຍ​ມີ​ບັນ​ດາ​ ​ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ​, ​ສະ​ພາ​ການ​ແພດ​, ​ຄະ​ນະ​ອຳ​ນວຍ​ການ​ ​ແລະ​ ​ພະ​ແນກ​ການ​ຂອງ​ອົງ​ການ​ປະ​ກັນ​ ​ສັງ​ຄົມ​, ​ບັນ​ດາ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ສະ​ຫວັນ​ນະ​ເຂດ​, ​ໂຮງ​ໝໍ​ແຂວງ​ ​ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ ​ຮ່ວມ​ ​ຢ່າງ​ພ້ອມ​ພຽງ​. ອ່ານຕໍ່ອີກ....

ກອງ​ປະ​ຊຸມ​ສະ​ມາ​ຄົມ​ປະ​ກັນ​ສັງ​ຄົມ​ອາ​ຊຽນ​ ( ASSA ) ​ຄັ້ງ​ທີ່​ 16 ​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​, ​ສປ​ປ ​ລາວ​.

ໃນ​ລະ​ຫວ່າງ​ວັນ​ທີ​ 29 ​ກັນ​ຍາ​ - 1 ​ຕຸ​ລາ​ 2005ອົງ​ການ​ປະ​ກັນ​ສັງ​ຄົມ​ແຫ່ງ​ສປ​ປ ​ລາວ​ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ ​ຕາມ​ຮອບ​ວຽນ​ຈັດ​ກອງ​ປະ​ຊຸມ​ສະ​ມາ​ຄົມ​ປະ​ກັນ​ສັງ​ຄົມ​ອາ​ຊຽນ(ASSA)ຄັ້ງ​ທີ່​ 16ຂຶ້ນ​ຢູ່​ທີ່​ໂຮງ​ແຮມ​ລາວ​ ພລາ​ ຊາ​,ນະ​ຄອນ​ຫຼວງ​ວຽງ​ຈັນ​. ​ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຜູ້​ແທນ​ຈາກ​ບັນ​ດາ​ 8ປະ​ເທດ​ສະ​ມາ​ຊິກ​ ASSA,ບັນ​ດາ​ຜູ້​ສັງ​ ເກດ​ການ​ ​ແລະ​ ​ນັກ​ບັນ​ຍາຍ​ຮັບ​ເຊີນ​ ​ເຂົ້າ​ຮ່ວມ​ທັງ​ໝົດ75ທ່ານ​. ອ່ານຕໍ່ອີກ....

ຄະນະຜູ້ແທນຈາກກະຊວງແຮງງານຂອງກຳປູເຈຍ ເດີນທາງມາສຶກສາວຽກງານປະກັນສັງຄົມ ຢູ່ ອປສ.

ໃນ​ລະ​ຫວ່າງ​ວັນ​ທີ​ 1 ​ຫາ​ 30 ​ທັນ​ວາ​ 2005 ​ນີ້​, ​ຄະ​ນະ​ຜູ້​ແທນ​ຈາກ​ກົມ​ປະ​ກັນ​ສັງ​ຄົມ​, ​ກະ​ຊວງ​ແຮງ​ງານ​ ​ແຫ່ງ​ລາ​ຊະ​ອະ​ນາ​ຈັກ​ກຳ​ປູ​ເຈຍ​ ​ຊຶ່ງ​ນຳ​ໂດຍ​ MR. SUM SOPHORN, DEPUTY DIRECTOR OF SOCIAL SECURITY DEPARTMENT ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ອົງ​ການ​ປະ​ກັນ​ສັງ​ຄົມ​ ​ແຫ່ງ​ ​ສປ​ປ ​ລາວ​. ​ຈຸດ​ປະ​ສົງ​ຂອງ​ການ​ມາ​ຢ້ຽມ​ຄັ້ງ​ນີ້​ ​ກໍ​ເພື່ອ​ເປັນ​ການ​ສຶກ​ສາ​ ​ແລະ​ ​ຖອດ​ຖອນ​ບົດ​ຮຽນ​ ​ວຽກ​ງານ​ປະ​ກັນ​ ​ສັງ​ຄົມ​ຂອງ​ ​ສປ​ປ ​ລາວ​ ​ເນື່ອງ​ຈາກ​ວ່າ​ລາ​ຊະ​ອະ​ນາ​ຈັກ​ກຳ​ປູ​ເຈຍ​ ​ມີ​ແຜນ​ການ​ຈະ​ເລີ່ມ​ດຳ​ເນີນ​ການ​ປະ​ກັນ​ ​ສັງ​ຄົມ​ໃນ​ປີ​ 2006 ​ນີ້​. ​ຄະ​ນະ​ຜູ້​ແທນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ​ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ ​ແລະ​ ​ວິ​ຊາ​ ​ການ​ພາຍ​ໃ​ນ ​ອ​ປສ​ ​ຊຶ່ງ​ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ຮຽນ​ ​ແລະ​ ​ເຂົ້າ​ຢ້ຽມ​ຊົມ​ການ​ເຮັດ​ວຽກ​ຂອງ​ແຕ່​ລະ​ ​ພະ​ແນກ​ການ​ ​ໃນ​ທຸກ​ຂັ້ນ​ຕອນ​ ​ຢ່າງ​ຄົບ​ຖ້ວນ​. ອ່ານຕໍ່ອີກ....

ການສຳມະນາກ່ຽວກັບການປະກັນສຸຂະພາບແລະການເງິນ ຂອງ ໂຮງໝ

ໃນ​ລະ​ຫວ່າງ​ວັນ​ທີ່​ 19 ​ຫາ​ 23 ​ທັນ​ວາ​ 2005 ​ອປສ​ ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ “​ການ​ປະ​ກັນ​ສຸ​ ​ຂະ​ພາບ​ ​ແລະ​ ​ການ​ເງິນ​ຂອງ​ໂຮງ​ໝໍ​” ​ຂຶ້ນ​ທີ່​ໂຮງ​ແຮມ​ວັນ​ຊະ​ນະ​ນ້ຳ​ງື່ມ​ຣີ​ສອດ​, ​ໂດຍ​ການ​ເປັນ​ປະ​ທານ​ ​ຂອງ​ທ່ານ​ ​ເລ​ ​ກາ​ກັນ​ຍາ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຮສສ​. ​ມີ​ຜູ້​ຕາງ​ໜ້າ​ ​ຈາກ​ທຸກ​ພາກ​ສ່ວນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ​ກັບ​ວຽກ​ງາ​ນ ​ອ​ປສ​ ​ເຊັ່ນ​: ​ສະ​ພາ​ບໍ​ລິ​ຫາ​ນ ​ອ​ປສ​, ​ສະ​ພາ​ການ​ແພດ​, ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​, ​ກະ​ຊວງ​ຮສສ​, ​ບັນ​ດາ​ໂຮງ​ໝໍ​ຄູ່​ສັນ​ຍາ​ ​ແລະ​ ​ຄະ​ນະ​ອຳ​ນວຍ​ການ​ ​ຕະ​ຫຼອດ​ ​ຮອດ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂອ​ງ ​ອ​ປສ​ ​ເຂົ້າ​ຮ່ວມ​ທັງ​ໝົດ​ 40 ​ທ່ານ​. ອ່ານຕໍ່ອີກ....