ຄະນະປະທານສະພາບໍລິຫານ ອປສ ລົງຢ້ຽມຢາມວິສາຫະກິດເນື່ອງໃນວັນກຳມະກອນສາກົນ.








         ໃນຕອນເຊົ້າ ວັນທີ 30 ເມສາ 2010 ທີ່ຜ່ານມາ ທ່ານບຸນຄົງ ຫຼ້າສຸກັນ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານສະພາບໍລິຫານ ອົງການປະກັນສັງຄົມ ( ອປສ ) ພ້ອມດ້ວຍຄະນະ ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການອົງການປະກັນສັງຄົມ ແລະ ພະນັກງານຈຳນວນໜຶ່ງ ໄດ້ລົງຢ້ຽມຢາມບາງວິສາຫະກິດທີ່ເປັນສະມາຊິກປະກັນສັງຄົມ ໃນໂອກາດວັນກຳມະກອນສາກົນ, ເນື່ອງຈາກວ່າ ເວລາຈຳກັດ ທາງຄະນະຈຶ່ງໄດ້ລົງພຽງ 2 ວິສາຫະກິດຄື: ບໍລິສັດ ສີຣິວັດທະນາ ອິນເຕີເນເຊັນແນວ 2005 ຈຳກັດຜູ້ດຽວ ແລະ ບໍລິສັດ ເບຍລາວ ຈຳກັດ. ຈຸດປະສົງຫຼັກຂອງການລົງຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນກຳມະ ກອນສາກົນ ຄົບຮອບ 124 ປີ, ໃນໂອກາດນີ້ ທ່ານປະທານສະພາບໍລິການ ອປສ ພ້ອມດ້ວຍ ຄະນະໄດ້ຮັບການຕ້ອນ ຮັບອັນອົບອຸ່ນຈາກບັນດາຄະນະນຳຂອງວິສາຫະກິດ, ພ້ອມດຽວກັນນັ້ນ ກໍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ຂອງວິສາຫະກິດ, ໂດຍສະເພາະການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຕະຫຼອດ ໄລຍະທີ່ຜ່ານມາ ແລະ ໄດ້ລົງຢ້ຽມຢາມເບິ່ງການຜະຫລິດຕົວຈິງຂອງວິສາຫະກິດ, ທັງນີ້ກໍເພື່ອໃຫ້ຄວາມອົບອຸ່ນ ແລະ ໃກ້ສິດຕິດແທດ ພ້ອມທັງເປັນການຊຸກຍູ້ໃຫ້ກຳລັງໃຈຈາກຂັ້ນເທິງ ກໍຄືທ່ານປະທານສະພາບໍລິຫານ ທີ່ຍາມໃດກໍເປັນ ຫ່ວງເປັນໄຍ ແລະ ເຫັນຄວາມສຳຄັນຂອງບັນດາອ້າຍນ້ອງກຳມະກອນ ແລະ ຫວັງຢາກໃຫ້ເຂົາເຈົ້າໄດ້ຮັບການປົກ ປ້ອງຈາກຜູ້ໃຊ້ແຮງງານ, ເພື່ອຮັບປະກັນສິດຜົນປະໂຫຍດ ດ້ານສະຫວັດດີການໃຫ້ແກ່ ຊາວຜູ້ອອກແຮງງານ ໃນວິສາ ຫະກິດ, ແນໃສ່ປົວແປງຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານໃຫ້ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາເສດຖະກິດສັງຄົມແຫ່ງຊາດໃຫ້ດີຂຶ້ນເປັນກ້າວໆ.