ອປສ ຈັດກອງປະຊຸມສຳມະນາກຽມຂະຫຍາຍສາຂາທີ່ແຂວງຊຽງຂວາງ.

ໃນຕອນເຊົ້າຂອງວັນທີ 23 ມີຖຸນາ 2011 ຜ່ານມານີ້ອົງການປະກັນສັງຄົມໄດ້ຈັດກອງປະຊຸມຮ່ວມກັບໂຮງໜໍແຂວງຊຽງຂວາງໂດຍການເຂົ້າຮ່ວມ

ຂອງທ່ານ ປະເດີມພອນ ສົນທະນີ ຮອງຜູ້ອຳນວຍການອົງການປະກັນສັງຄົມແລະພະນັກງານຈາກພະແນກທີ່ກ່ຽວຂ້ອງຈຳນວນໜຶ່ງແລະທ່ານ ດຣ

ດຣ ບຸນໄຊ ນວນທະສິມ ຜູ້ອຳນວຍການໂຮງໝໍແຂວງຊຽງຂວາງ,ທ່ານ ວັນສີ ອິນປະເສີດ ຫົວໜ້າຫ້ອງການບໍລິຫານ,ທ່ານນາງ ຄຳສີ ຫົວໜ້າ

ການເງິນໂຮງໝໍແຂວງພ້ອມຄະນະ,ຊຶ່ງຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືແລະກະກຽມການຈັດຕັ້ງປະຕິບັດວຽກງານການໃຫ້ບໍລິກາ

ທາງການແພດກໍ່ຄືການປິ່ນປົວສຸຂະພາບແບບມອບເໜົາສູ່ແຂວງຊຽງຂວາງໃຫ້ແກ່ສະມາຊິກອປສແຂວງຊຽງຂວາງໃຫ້ແກ່ສະມາຊິກອປສ.ສຳລັບ

ລັບວິຊາການໂຮງໝໍແຂວງແມ່ນມີຄວາມສາມາດໃນການຜ່າຕັດນ້ອຍແລະຜ່າຕັດກາງໄດ້.ປັດຈຸບັນທາງໂຮງໝໍແຂວງມີກອງທືນປະກັນສຸຂະພາບ

4ລະບົບຄື:1.ລະບົບປະກັນສຸຂະພາບ ອປລ,2.ກອງທືນຊ່ວຍເຫຼືອຜູ້ທຸກຍາກ,3.ກອງທືນຊ່ວຍເຫຼືອຄົນເຈັບທີ່ຖືກລະເບີດ,4.ກອງທືນຊ່ວຍຜູ້ທຸກຍາ

ຂອງຕ່າງປະເທດ.ແລະໃນໂອກາດນີ້ທ່ານປະເດີມພອນ ສົນທະນີ ຮອງຜູ້ອຳນວຍການອປສ ກໍ່ໄດ້ສະເໜີຈຸດປະສົງໃນການກະກຽມຂະຫຍາຍສາຂ

າ ອປສ ສູ່ຕ່າງແຂວງແລະສະເໜີໂດຍຫຍໍ້ກ່ຽວກັບສິດທິປະໂຫຍດຂອງການເຮັດປະກັນສັງຄົມໂດຍສະເພາະແມ່ນລະບົບປະກັນສຸຂະພາບແບບ

ມອບເໝົາໃຫ້ກັບສະມາຊິກ ອປສ,ຜ່ານການປຶກສາຫາລືເຫັນວ່າໂຮງໝໍແຂວງແມ່ນມີຄວາມພ້ອມແລະຍິນດີຈະປະຕິບັດລະບົບປິ່ນປົວແບບມອບ

ເໝົາຮ່ວມກັບ ອປສ ຕາມທິດຊີ້ນຳຂອງຂັ້ນເທິງ.ຈາກນັ້ນ,ໃນວັນທີ24 ມິຖຸນາ 2011 ອປສ ກໍ່ໄດ້ຈັດກອງປະຊຸມສຳມະນາວ່າດ້ວຍລະບອບປະກັນ

ສັງຄົມພາກວິສາຫະກິດຕາມດຳລັດເລກທີ 207/ນຍ ຂຶ້ນທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງໂດຍການເປັນປະທານຮ່ວມທ່ານ ດຳດວນ

ພິມມະນີທອງ ຮັກສາການຫົວໜ້າຫ້ອງວ່າການປົກຄອງແຂວງຊຽງຂວາງ ແລະ ທ່ານ ວ່າງເລ່ຍ ຮອງຫົວໜ້າ ພະແນກ ແຮງງານ ແລະ ສະຫວັດດີ

ການແຂວງ,ຊຶ່ງມີຜູ້ເຂົ້າຮ່ວມ 70 ກວ່າທ່ານ ຈາກບັນດາພະແນກການອອ້ມຂ້າງແຂວງ,ລັດວິສາຫະກິດ ແລະ ຫົວໜ້າໜ່ວຍວິສາຫະກິດເອກະຊົນ

ຕ່າງໆພາຍໃນແຂວງ,ຈຸດປະສົງຂອງການສຳມະນາໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ວຽກງານປະກັນສັງຄົມຕາມດຳລັດ 207/ນຍໃຫ້ກັບບັນດາພະແນກ

ການອ້ອມຂ້າງແຂວງ ແລະ ພາກສ່ວນວິສາຫະກິດເປົ້າໝາຍພາຍໃນແຂວງຊຽງຂວາງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ວຽກງານປະກັນສັງຄົມເພື່ອ

ກຽມພ້ອມໃນການຂະຫຍາຍຫ້ອງການສາຂາອົງການປະກັນສັງຄົມສູ່ແຂວງຊຽງຂວາງ.