ຄຳຖາມ - ຄຳຕອບ
ກະລຸນາກົດເມົາສ໌(Mouse)ຂອງທ່ານໃສ່ຄຳຖາມແຕ່ລະຂໍ້ ເພື່ອເບິ່ງຄຳຕອບຂອງພວກມັນ
ສະມາຊິກ ແລະ ການຂຶ້ນທະບຽນ
1. ເປັນຫຍັງວິສາຫະກິດ ຈຶ່ງຈຳຕ້ອງເຂົ້າຮ່ວມລະບົບປະກັນສັງຄົມ?
ດຳລັດນາຍົກລັດຖະມົນຕີສະບັບເລກທີ 207/ນຍ ວ່າດ້ວຍລະບອບປະກັນສັງຄົມສຳລັບຜູ້ອອກແຮງງານໃນວິສາຫະກິດ ໄດ້ກຳນົດໃຫ້ທຸກໆວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດຕ່າງໆ ທີ່ມີຜູ້ອອກແຮງງານແຕ່ 10 ຄົນຂຶ້ນໄປ ຈະຕ້ອງໄດ້ຂຶ້ນທະບຽນປະກັນສັງຄົມຂອງວິສາຫະກິດ(ນາຍຈ້າງ) ແລະ ຂອງຜູ້ອອກແຮງງານ(ລູກຈ້າງ) ໝົດທຸກຄົນ ກັບ ອປສ ເພື່ອເຂົ້າຮ່ວມລະບົບປະກັນສັງຄົມ. ຈາກນັ້ນບັນດາຜູ້ອອກແຮງງານດັ່ງກ່າວ ກໍ ຈະເກີດສິດທິຮັບການອຸດໜູນຕ່າງໆຈາກ ອປສ ໂດຍໃນແຕ່ລະເດືອນສະມາຊິກຂອງ ອປສ ຕ້ອງໄດ້ຈ່າຍເງິນສົມທົບເຂົ້າກອງທຶນ ປະກັນສັງຄົມ.
2. ຜູ້ໃຊ້ແຮງງານຈະຂຶ້ນທະບຽນກັບ ອປສ ໄດ້ຄືແນວໃດ?
ຜູ້ໃຊ້ແຮງງານ(ນາຍຈ້າງ) ຈະຕ້ອງໄດ້ປະກອບຂໍ້ມູນຂອງຕົນລົງໃນແບບຟອມຂຶ້ນທະບຽນ ຜູ້ໃຊ້ແຮງງານ ແລະ ນຳສົ່ງເອກະສານກ່ຽວຂ້ອງໃຫ້ ອປສ
3. ຜູ້ໃຊ້ແຮງງານສາມາດເອົາແບບຟອມຂຶ້ນທະບຽນໄດ້ຢູ່ໃສ?
ຜູ້ໃຊ້ແຮງງານສາມາດເອົາແບບຟອມຂຶ້ນທະບຽນປະກັນສັງຄົມໄດ້ຢູ່ທີ່ຫ້ອງການອົງການປະກັນສັງຄົມ ທີ່ຢູ່ໃກ້ບ້ານຂອງທ່ານ ຫຼື ສາມາດສຳເນົາເອົາຈາກເວັບໄຊ ນີ້ໂດຍກົງ
4. ຜູ້ໃຊ້ແຮງງານສາມາດຂຶ້ນທະບຽນໄດ້ໃດ?
ຜູ້ໃຊ້ແຮງງານສາມາດມາຂຶ້ນທະບຽນປະກັນສັງຄົມ ໄດ້ທຸກເວລາ ຢ່າງໃດກໍດີ ຜູ້ໃຊ້ແຮງງານຈຳເປັນຕ້ອງມີໃບອະນຸຍາດດຳເນີນທຸລະກິດສາກ່ອນ ເພື່ອເປັນເອກະສານອ້າງອີງໃນເວລາມາຂຶ້ນທະບຽນ.
5. ຖ້າຜູ້ໃຊ້ແຮງງານບໍ່ຂຶ້ນທະບຽນ ຈະເປັນແນວໃດ?
ການຂຶ້ນທະບຽນປະກັນສັງຄົມສຳລັບຜູ້ໃຊ້ແຮງງານ ທີ່ມີຜູ້ອອກແຮງງານແຕ່ 10 ຄົນຂຶ້ນໄປນັ້ນ ຖືວ່າເປັນສິ່ງທີ່ຈຳເປັນຕ້ອງເຮັດ. ຖ້າຫາກບໍ່ຍອມປະຕິບັດແລ້ວ ພະນັກງານກວດກາ ແລະ ເຈົ້າໜ້າກ່ຽວຂ້ອງ ສາມາດລົງໄປຫາ ຫຼື ອອກໃບເຕືອນ ໃຫ້ແກ່ຜູ້ໃຊ້ແຮງງານຜູ້ນັ້ນ. ນອກຈາກນີ້ແລ້ວ ຜູ້ໃຊ້ແຮງງານກ່ຽວຂ້ອງອາດຈະຖືກປັບໃໝໄດ້ເຊັ່ນກັນ. ສຳລັບຜູ້ໃຊ້ແຮງງານ ທີ່ມີຜູ້ອອກແຮງງານຕຳ່ກວ່າ 10 ຄົນ ກໍສາມາດສະໝັກໃຈເຂົ້າສູ່ລະບົບປະກັນສັງຄົມ ໄດ້. ເຖິງວ່າ ອປສ ບໍ່ມີມາດຕະການໃດນຳໃຊ້ຕໍ່ຜູ້ໃຊ້ແຮງງານປະເພດນີ້ ຖ້າຫາກວ່າຜູ້ກ່ຽວ ບໍ່ເຂົ້າສູ່ລະບົບ ປະກັນສັງຄົມແລ້ວ ກໍຈະສົ່ງຜົນໃຫ້ຜູ້ອອກແຮງງານ ແລະ ຄອບຄົວບໍ່ໄດ້ຮັບການປົກປ້ອງຈາກລະບົບປະກັນ ສັງຄົມ.
6. ຜູ້ອອກແຮງງານທຸກຄົນ ຈຳຕ້ອງໄດ້ເຂົ້າສູ່ລະບົບປະກັນສັງຄົມບໍ?
ແມ່ນແລ້ວ. ວິສາຫະກິດທີ່ໄດ້ເຂົ້າເປັນສະມາຊິກ ອປສ ຕ້ອງໄດ້ຂຶ້ນທະບຽນປະກັນສັງຄົມສຳລັບຜູ້ອອກແຮງງານຂອງຕົນໝົດທຸກຄົນ ພ້ອມທັງແຈ້ງໃຫ້ ອປສ ຊາບກ່ຽວກັບການປ່ຽນແປງຈຳນວນຜູ້ອອກແຮງງານ ຢູ່ໃນວິສາຫະກິດຂອງຕົນ.
7. ວິສາຫະກິດ(ຜູ້ໃຊ້ແຮງງານ) ປະເພດໃດແດ່ທີ່ຕ້ອງເຂົ້າຮ່ວມລະບົບປະກັນສັງຄົມ?
ທຸກຫົວໜ່ວຍວິສາຫະກິດທີ່ມີພະນັກງານແຕ່ 10 ຄົນຂຶ້ນໄປ ຕ້ອງໄດ້ຂຶ້ນທະບຽນປະກັນສັງຄົມນຳ ອປສ ຕາມບົດບັນຍັດຂອງດຳລັດລະບອບປະກັນສັງຄົມ.
8. ວິສາຫະກິດຈະຕ້ອງໄດ້ປະກອບບັນດາຂໍມູນຫຍັງແດ່ ໃນເວລາຂຶ້ນທະບຽນປະກັນສັງຄົມ?
9. ວິສາຫະກິດຈຳເປັນຕ້ອງແຈ້ງຂຶ້ນທະບຽນສຳລັບຜູ້ອອກແຮງງານ ທີ່ເຮັດວຽກບໍ່ເຕັມເວລາບໍ?
ແມ່ນແລ້ວ. ວິສາຫະກິດທີ່ໄດ້ເຂົ້າເປັນສະມາຊິກ ອປສ ຕ້ອງໄດ້ຂຶ້ນທະບຽນປະກັນສັງຄົມສຳລັບຜູ້ອອກແຮງງານຂອງຕົນໝົດທຸກຄົນ ເຖິງວ່າຜູ້ອອກແຮງງານກ່ຽວຂ້ອງຈະເປັນ ພະນັກງານທີ່ເຮັດວຽກບໍ່ເຕັມເວລາກໍຕາມ.
10. ຜູ້ອອກແຮງງານຈະຮູ້ໄດ້ແນວໃດວ່າ ຕົນເອງໄດ້ຂຶ້ນທະບຽນປະກັນສັງຄົມແລ້ວ?
ພາຍຫຼັງທີ່ໄດ້ຂຶ້ນທະບຽນເປັນທີ່ຮຽບຮ້ອຍແລ້ວ ອປສ ຈະອອກບັດປະກັນສັງຄົມໃຫ້ແກ່ຜູ້ອອກແຮງງານທີ່ໄດ້ຂຶ້ນທະບຽນເປັນສະມາຊິກ ອປສ ຊຶ່ງບັດປະກັນສັງຄົມນີ້ ຖືວ່າເປັນບັດທີ່ສະມາຊິກ ອປສ ແຕ່ລະຄົນ ຕ້ອງເກັບຮັກສາໄວ້ຕະຫຼອດຊີວິດ. ໃນເວລາທີ່ສະມາຊິກດັ່ງກ່າວ ໄດ້ອອກຈາກວຽກ ຫຼື ຖືກຢຸດຈ້າງງານ ເຖິງວ່າຜູ້ກ່ຽວໄດ້ໝົດສິດທິຮັບການອຸດໜູນ ໃນໄລຍະທີ່ໄດ້ຢຸດວຽກນັ້ນ ເມື່ອຜູ້ກ່ຽວກັບເຂົ້າມາເຮັດວຽກ ຫຼື ໄປເຮັດວຽກກັບວິສາຫະກິດອື່ນ ກໍສາມາດສືບຕໍ່ເປັນສະມາຊິກ ແລະ ກໍຈະໄດ້ຮັບການປົກປ້ອງຈາກລະບົບປະກັນສັງຄົມຄືນໃໝ່ ພ້ອມກັນນັ້ນໄລຍະປະກັນຕົນຂອງຜູ້ກ່ຽວກໍຈະຖືກນັບສືບຕໍ່ຈາກທີ່ຜູ້ກ່ຽວເຄີຍຈ່າຍເງິນສົມທົບໃນໄລຍະຜ່ານມາ, ຄະແນນນານຂອງຜູ້ກ່ຽວກໍຈະຖືກສະສົມຂຶ້ນ ເພື່ອໃຫ້ໄດ້ຮັບເງິນບຳນານສູງຂຶ້ນໃນເວລາທີ່ຜູ້ກ່ຽວເຖິງອາຍຸບຳນານ. ໃນກໍລະນີນີ້ ພຽງແຕ່ຜູ້ອອກແຮງງານກ່ຽວຂ້ອງແຈ້ງໃຫ້ຜູ້ແຮງງານຊາບວ່າ ຕົນເອງເຄີຍເຂົ້າເປັນສະມາຊິກ ອປສ ມາກ່ອນແລ້ວ. ຖ້າຜູ້ອອກແຮງງານກ່ຽວຂ້ອງບໍ່ສາມາດຈື່ໄດ້ວ່າຕົນເອງໄດ້ຈ່າຍສົມທົບໃຫ້ ອປສ ຫຼືບໍ່ ພະນັກງານ ອປສ ກໍພ້ອມທີ່ຈະທຳການກວດສອບໃຫ້ແກ່ຜູ້ກ່ຽວ.
11. ໃນກໍລະນີທີ່ຜົວ ແລະ ເມຍ ຫາກເຮັດວຽກຢູ່ໃນວິສາຫະກິດດຽວກັນແລ້ວ ສາມາດເຂົ້າເປັນສະມາຊິກ ອປສ ພຽງຄົນດຽວໄດ້ບໍ່?
ໃນກໍລະນີນີ້ ພວກກ່ຽວຈຳຕ້ອງໄດ້ເຂົ້າເປັນສະມາຊິກ ອປສ ທັງສອງຄົນ ໂດຍຕ້ອງໄດ້ປະກອບແບບຟອມຂຶ້ນທະບຽນຂອງໃຜລາວ ທັງນີ້ກໍເພື່ອໃຫ້ເຂົາເຈົ້າມີສິດທິໄດ້ຮັບການອຸດໜູນຈາກ ອປສ. ສຳລັບສະມາຊິກຄອບຄົວ(ຜົວ ຫຼື ເມຍ ຫຼື ລູກຂອງຜູ້ປະກັນຕົນ) ທີ່ບໍ່ໄດ້ເປັນສະມາຊິກ ອປສ ນັ້ນ ຈະມີສິດໄດ້ຮັບແຕ່ການອຸດໜູນປິ່ນປົວສຸຂະພາບ.
12. ໃນກໍລະນີທີ່ອອກຈາກວຽກ ຜູ້ອອກແຮງງານຍັງສາມາດສືບຕໍ່ເປັນຜູ້ປະກັນຕົນໄດ້ບໍ?
ໃນກໍລະນີສັນຍາແຮງງານໄດ້ສິ້ນສຸດລົງ ສະພາບຄວາມເປັນຜູ້ປະກັນຕົນກໍຈະຖືກໂຈະໄວ້ໃນໄລຍະທີ່ຜູ້ປະກັນຕົນບໍ່ໄດ້ເຮັດວຽກ. ເຖິງຢ່າງໃດກໍຕາມ ຖ້າກວ່າຜູ້ປະກັນຕົນຄົນນັ້ນຫາກໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມມາແລ້ວຢ່າງໜ້ອຍ 3 ເດືອນ, ຜູ້ກ່ຽວ ແລະ ສະມາຊິກຄອບຄົວ ກໍຍັງມີສິດໄປປິ່ນປົວສຸຂະພາບຕາມປົກກະຕິພາຍໃນກຳນົດ 3 ເດືອນນັບແຕ່ມື້ທີ່ຜູ້ກ່ຽວໄດ້ອອກຈາກວຽກເປັນຕົ້ນໄປ. ສຳລັບທີ່ມີໄລຍະປະກັນຄົບຖ້ວນຕາມລະບຽບການອຸດໜູນບຳນານນັ້ນ ຖ້າວ່າຜູ້ກ່ຽວໄດ້ອອກຈາກວຽກໄປ ຜູ້ກ່ຽວກໍຍັງສາມາດເກີດສິດທິຮັບເອົາການອຸດໜູນບຳນານໄດ້ ເມື່ອຜູ້ກ່ຽວເຖິງອາຍຸບຳນານ. ໃນເວລາທີ່ຜູ້ປະກັນຕົນກັບເຂົ້າມາເຮັດວຽກ ຫຼື ໄປເຮັດວຽກກັບວິສາຫະກິດອື່ນ ກໍສາມາດສືບຕໍ່ໄລຍະປະກັນຕົນຂອງຜູ້ກ່ຽວ ຈາກທີ່ຜູ້ກ່ຽວເຄີຍຈ່າຍເງິນສົມທົບໃນໄລຍະຜ່ານມາ, ຄະແນນນານຂອງຜູ້ກ່ຽວກໍຈະຖືກສະສົມຂຶ້ນ ເພື່ອໃຫ້ໄດ້ຮັບເງິນບຳນານສູງຂຶ້ນໃນເວລາທີ່ຜູ້ກ່ຽວເຖິງອາຍຸບຳນານ. ໃນກໍລະນີນີ້ ພຽງແຕ່ຜູ້ອອກແຮງງານກ່ຽວຂ້ອງແຈ້ງໃຫ້ຜູ້ແຮງງານຊາບວ່າ ຕົນເອງເຄີຍເຂົ້າເປັນສະມາຊິກ ອປສ ມາກ່ອນແລ້ວ ນັບແຕ່ມື້ທີ່ກັບເຂົ້າເຮັດວຽກເປັນຕົ້ນໄປ.
13. ເມື່ອຜູ້ປະກັນຕົນອອກຈາກວຽກ ຜູ້ກ່ຽວສາມາດໂອນບັດປະກັນສັງຄົມ ຫຼື ໄລຍະປະກັນຕົນຂອງຕົນເອງໃຫ້ແກ່ບຸກຄົນອື່ນໄດ້ບໍ່?
ບັດປະກັນສັງຄົມ ສາມາດນຳໃຊ້ສະເພາະພຽງແຕ່ຜູ້ທີ່ເປັນສະມາຊິກປະກັນສັງຄົມເທົ່ານັ້ນ ຊຶ່ງຢູ່ໃນບັດປະກັນສັງຄົມນັ້ນ ຜູ້ປະກັນຕົນແຕ່ລະຄົນຈະມີລະຫັດເປັນຂອງຕົນເອງ. ລະບຽບການປະກັນສັງຄົມ ບໍ່ອະນຸຍາດໃຫ້ໂອນບັດປະກັນສັງຄົມ ຫຼື ໄລຍະປະກັນຕົນໃຫ້ແກ່ບຸກຄົນອື່ນ.
ການຈ່າຍເງິນສົມທົບ
14. ຜູ້ປະກັນຕົນໄດ້ຈ່າຍເງິນສົມທົບມາໄດ້ 5 ປີ ແລ້ວຜູ້ກ່ຽວອອກຈາກວຽກ, ອປສ ຈະສົ່ງເງິນສົມທົບໃຫ້ຜູ້ກ່ຽວບໍ?
ອປສ ຈະບໍ່ສົ່ງເງິນສົມທົບຄືນໃຫ້ຜູ້ປະກັນຕົນ. ສຳລັບກໍລະນີນີ້ ເຖິງວ່າຜູ້ກ່ຽວຈະໄດ້ກັບມາເຮັດວຽກ ຫຼື ບໍ່ ກໍຕາມ ເມື່ອຜູ້ກ່ຽວເຖິງກະສຍໜອາຍຸບຳນານ(60 ປີ) ກໍຈະມີສິດຮັບອຸດໜູນບຳນານຈາກ ອປສ.
15. ເງິນສົມທົບຄິດໄຄ່ຕາມເງິນເດືອນພື້ນຖານ ຫຼື ເງິນເດືອນຕົວຈິງທັງໝົດ?
ເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຄິດໄລ່ຕາມເງິນເດືອນຕົວຈິງທີ່ຜູ້ອອກແຮງງານໄດ້ຮັບໃນແຕ່ລະເດືອນ ແຕ່ ອປສ ໄດ້ກຳນົດເພດານເງິນເດືອນທີ່ຈະນຳມາຄິດໄລ່ເງິນສົມທົບໄວ້ 1,500,000 ກີບ(ໝາຍຄວາມວ່າຜູ້ປະກັນຕົນ ທີ່ມີເງິນເດືອນສູງກວ່ານີ້ ກໍເອົາພຽງແຕ່1,500,000 ກີບ ມາຄິດໄລ່ເງິນສົມທົບ).
16. ພວກເຮົາຈະແນ່ໃຈໄດ້ແນວໃດວ່າກອງທຶນປະກັນສັງຄົມຈະໝັ້ນຄົງ ແລະ ບໍ່ລົ້ມລະລາຍ?
ກອງທຶນປະກັນສັງຄົມຖືກຄ້ຳປະກັນໂດຍລັດຖະບານ ແລະ ສະພາບໍລິຫານ ອປສ ກໍໄດ້ເອົາໃຈໃສ່ໃນການຊີ້ນຳ ແລະ ຕິດຕາມການບໍລິຫານກອງທຶນຢ່າງໃກ້ຊິດ
ສິດທິໃນການຮັບອຸດໜູນ
17. ສະມາຊິກຂອງ ອປສ ຈະມີສິດໄດ້ຮັບການອຸດໜູນຫຍັງແດ່?
ສະມາຊິກ ອປສ ມີສິດໄດ້ຮັບ 8 ປະເພດອຸດໜູນດັ່ງນີ້:
1. ອຸດໜູນປິ່ນປົວສຸຂະພາບ (ໃຫ້ການປິ່ນປົວສຸຂະພາບໂດຍບໍ່ເສຍຄ່າ)
2. ອຸດໜູນເຈັບປ່ວຍ (ເປັນເງິນທົດແທນການຂາດລາຍໄດ້ໃນໄລຍະເຈັບເປັນ)
3. ອຸດໜູນເກີດລູກ (ເປັນເງິນເດືອນໃນໄລຍະພັກວຽກຍ້ອນການເກີດລູກ)
4. ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ (ໃນກໍລະນີເຈັບເປັນຍ້ອນການປະຕິບັດວຽກງານ ຫຼື ພະຍາດອາຊີບ)
5. ອຸດໜູນເສຍອົງຄະ (ເງິນອຸດໜູນລາຍເດືອນສຳລັບຜູ້ປະກັນຕົນທີ່ເສຍອົງຄະ)
6. ອຸດໜູນບຳນານ (ເງິນອຸດໜູນລາຍເດືອນ ເມື່ອທ່ານເຖິງອາຍຸບຳນານ
7.ອຸດໜູນເສຍຊີວິດ (ເງິນຊ່ວຍບັນເທົາຄ່າໃຊ້ຈ່າຍໃນພິທີສົ່ງສະການ)
8. ອຸດໜູນຄອບຄົວຜູ້ເສຍຊີວິດ (ເງິນອຸດໜູນລາຍເດືອນສຳລັບຄູ່ສົມລົດ ຫຼື ລູກຂອງຜູ້ປະກັນຕົນທີ່ເສຍຊີວິດ)
18. ໃນກໍລະນີທີ່ຜູ້ອອກແຮງງານໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມມາໄດ້ໄລຍະໜຶ່ງ ແລ້ວອອກວຽກ ເຂົາເຈົ້າຍັງມີສິດໄດ້ຮັບເງິນອຸດໜູນບໍ?
ຖ້າກວ່າຜູ້ປະກັນຕົນຄົນນັ້ນຫາກໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມມາແລ້ວຢ່າງໜ້ອຍ 3 ເດືອນ, ຜູ້ກ່ຽວ ແລະ ສະມາຊິກຄອບຄົວ ກໍຍັງມີສິດໄປປິ່ນປົວສຸຂະພາບຕາມປົກກະຕິພາຍໃນກຳນົດ 3 ເດືອນນັບແຕ່ມື້ທີ່ຜູ້ກ່ຽວໄດ້ອອກຈາກວຽກເປັນຕົ້ນໄປ. ແຕ່ຈະບໍ່ມີສິດໄດ້ຮັບອຸດໜູນໄລຍະສັ້ນ(ອຸດໜູນເຈັບປ່ວຍ, ເກີດລູກ, ເສຍຊີວິດ) ແຕ່ຢ່າງໃດ. ສຳລັບທີ່ມີໄລຍະປະກັນຄົບຖ້ວນຕາມລະບຽບການອຸດໜູນບຳນານນັ້ນ ຖ້າວ່າຜູ້ກ່ຽວໄດ້ອອກຈາກວຽກໄປ ຜູ້ກ່ຽວກໍຍັງສາມາດເກີດສິດທິຮັບເອົາການອຸດໜູນບຳນານໄດ້ ເມື່ອຜູ້ກ່ຽວເຖິງອາຍຸບຳນານ.
19. ພໍ່ແມ່, ອ້າຍເອື້ອຍນ້ອງຂອງຜູ້ປະກັນຕົນ ສາມາດນຳ້ໃຊ້ບັດປະກັນສັງຄົມນຳຜູ້ປະກັນຕົນໄດ້ບໍ?
ສະມາຊິກຄອບຄົວຂອງຜູ້ປະກັນຕົນ ທີ່ສາມາດນຳໃຊ້ບັດປະກັນສັງຄົມນຳຜູ້ກ່ຽວໄດ້ນັ້ນ ມີພຽງຄູ່ສົມລົດ ແລະ ລູກຂອງຜູ້ກ່ຽວທີ່ມີອາຍຸຕຳ່ກວ່າ 18 ປີເທົ່ານັ້ນ.
20. ສະມາຊິກຄອບຄົວຂອງຜູ້ປະກັນຕົນ ສາມາດນຳໃຊ້ບັດປະກັນສັງຄົມຂອງຜູ້ປະກັນຕົນ ເພື່ອປິ່ນປົວສຸຂະພາບໄດ້ບໍ ພາຍຫຼັງທີ່ມີສະມາຊິກຄອບຄົວຜູ້ອື່ນໄດ້ນຳໃຊ້ມາແລ້ວ? ແລະໃນປີໜຶ່ງມີການກຳນົດ ຈຳນວນຄັ້ງປິ່ນປົວບໍ?
ການປິ່ນປົວສຸຂະພາບພາຍໃຕ້ລະບົບປະກັນສັງຄົມບໍ່ໄດ້ກຳນົດຈຳນວນຄັ້ງປິ່ນປົວ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ສາມາດເຂົ້າຮັບການບໍລິການປິ່ນປົວສຸຂະພາບ ໄດ້ທຸກຄັ້ງຕາມຄວາມຈຳເປັນ.
21. ໃນກໍລະນີທີ່ຜູ້ປະກັນຕົນຖືກລົງໂທດຕັດອິດສະຫຼະພາບ(ຈຳຄຸກ) ຫຼື ຖືກໄລ່ອອກຈາກວຽກ ຜູ້ກ່ຽວຍັງມີສິດນຳໃຊ້ບັດປະກັນສັງຄົມ ຫຼືບໍ່?
ອປສ ສະໜອງລະບົບປົກປ້ອງທາງສັງຄົມໃຫ້ແກ່ສະມາຊິກຂອງຕົນ ໂດຍບໍ່ມີການຈຳແນກສະຖານະພາບຂອງຜູ້ທີ່ເປັນສະມາຊິກ ເຖິງວ່າຜູ້ກ່ຽວຈະຍັງເຮັດວຽກຢູ່ ຫຼື ໄດ້ອອກຈາກວຽກໄປ ກໍຍັງມີສິດໄດ້ຮັບການອຸດໜູນ ຕາມລະບຽບການ ແລະ ເງື່ອນໄຂຂອງແຕ່ລະປະເພດອຸດໜູນ. ເຫດຜົນຂອງການຖືກຢຸດຈ້າງງານ ຈະບໍ່ສົ່ງຜົນກະທົບຍັງຕໍ່ສິດທິໃນການປິ່ນປົວສຸຂະພາບໃນຂອບເຂດໄລຍະ 3 ເດືອນນັບແຕ່ມື້ຜູ້ກ່ຽວໄດ້ອອກຈາກວຽກເປັນຕົ້ນໄປ. ສຳລັບຜູ້ຖືກຕັດອິດສະຫຼະພາບ ກໍຍັງສາມາດສືບຕໍ່ເປັນຜູ້ປະກັນຕົນກັບ ອປສ ໄດ້ ພາຍຫຼັງການພົ້ນໂທດ.
22. ເມື່ອຜູ້ປະກັນຕົນເຂົ້າປິ່ນປົວສຸຂະພາບຢູ່ໂຮງໝໍ ອປສ ຈະຮັບຜິດຊອບຕໍ່ຄ່າປິ່ນປົວທັງໝົດບໍ?
ອປສ ໄດ້ເຮັດສັນຍາກັບໂຮງໝໍ ເພື່ອໃຫ້ບໍລິການປິ່ນປົວຜູ້ປະກັນຕົນທຸກຄົນ ຊຶ່ງອຸດໜູນປິ່ນປົວສຸຂະພາບ ຂອງ ອປສ ນັ້ນ ກໍຄືການປິ່ນປົວໂດຍບໍ່ໄດ້ເສຍຄ່າ. ແຕ່ເຖິງຢ່າງໃດກໍຕາມ ບາງກໍລະນີ ອປສ ກໍບໍ່ໄດ້ໃຫ້ການຄຸ້ມຄອງ ແລະ ຜູ້ປະກັນຕົນກໍຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍເອົາເອງ.
23. ໃນກໍລະນີທີ່ຜູ້ປະກັນຕົນບໍ່ສະບາຍ ແຕ່ລາວໄດ້ຈ່າຍເງິນສົມທົບພຽງແຕ່ 2 ເດືອນ ອປສ ຈະຮັບຜິດຊອບຄ່າປິ່ນປົວສຸຂະພາບໃຫ້ຜູ້ກ່ຽວບໍ?
ອປສ ບໍ່ມີສິດອຳນາດໃດໆ ທີ່ຈະຮັບຜິດຊອບຄ່າປິ່ນປົວສຸຂະພາບໃຫ້ແກ່ຜູ້ປະກັນຕົນ ຈົນກວ່າຜູ້ກ່ຽວໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມຈົນຄົບ 3 ເດືອນ. ເວັ້ນເສຍແຕ່ກໍລະນີການເຈັບເປັນທີ່ເກີດຈາກອຸປະຕິເຫດແຮງງານ ຖ້າຫາກຜູ້ປະກັນຕົນໄດ້ຈ່າຍເງິນສົມທົບພຽງແຕ່ເດືອນດຽວ ກໍຈະໄດ້ຮັບການຄຸ້ມຄອງໂລດ
24. ເມື່ອໄປໃຊ້ບໍລິການປິ່ນປົວຢູ່ໂຮງໝໍ ຜູ້ປະກັນຕົນຕ້ອງໄດ້ສະແດງເອກະສານຫຍັງແດ່?
ຄົນເຈັບຂອງ ອປສ (ຜູ້ປະກັນຕົນ, ຄູ່ສົມລົດ ແລະ ລູກ) ຕ້ອງໄດ້ສະເໜີເອກະສານດັ່ງຕໍ່ໄປນີ້ ຕໍ່ພະນັກງານຮັບຕ້ອນຂອງໂຮງໝໍ ກ່ອນເຂົ້າຮັບການບໍລິການປິ່ນປົວ:
25. ຜູ້ປະກັນຕົນສາມາດໄປໃຊ້ບໍລິການປິ່ນປົວໄດ້ທຸກໂຮງໝໍ ຕາມທີ່ຕົນເອງຕ້ອງການບໍ?
ຜູ້ປະກັນຕົນສາມາດໄປນຳໃຊ້ບໍລິການປິ່ນປົວ ຢູ່ໂຮງໝໍທີ່ຜູ້ກ່ຽວໄດ້ເລືອກໄວ້ໃນເວລາຂຶ້ນທະບຽນເປັນຜູ້ປະກັນຕົນ (ຖ້າຫາກວ່າຜູ້ກ່ຽວບໍ່ໄດ້ປ່ຽນໄປເລືອກໂຮງໝໍອື່ນ ຢ່າງເປັນທາງການໃນໄລຍະຕໍ່ມາ). ໃນກໍລະນີສຸກເສີນ ກໍສາມາດເຂົ້າປິ່ນປົວ ຢູ່ໂຮງໝໍທີ່ໃກ້ທີ່ສຸດໄດ້ ແຕ່ຕ້ອງແຈ້ງໃຫ້ໂຮງໝໍທີ່ຜູ້ກ່ຽວໄດ້ເລືອກນັ້ນຊາບພາຍໃນ 72 ຊົ່ວໂມງ ຖ້າບໍ່ດັ່ງນັ້ນ ຜູ້ກ່ຽວກໍຕ້ອງຮັບຜິດຊອບຄ່າປິ່ນປົວເອົາເອງທັງໝົດ.
26. ອຸດໜູນປິ່ນປົວສຸຂະພາບຂອງ ອປສ ນີ້ກວມເອົາການບໍລິການຫຍັງແດ່? ມັນໄດ້ກວມເອົາການກວດເຊັກສຸຂະພາບບໍ?
ອຸດໜູນປິ່ນປົວສຸຂະພາບຂອງ ອປສ ກວມເອົາປະເພດການບໍລິການປິ່ນປົວດັ່ງນີ້:
ອີງຕາມລາຍການທີ່ກ່າວມານີ້ ຖືວ່າ ອປສ ໄດ້ໃຫ້ການຄຸ້ມຄອງເອົາການກວດຫາພະຍາດ ແຕ່ຫາກບໍ່ໄດ້ກວມເອົາການກວດເຊັກສຸຂະພາບ ແຕ່ຢ່າງໃດ.
27. ການປິ່ນປົວສຸຂະພາບແຕ່ລະຄັ້ງ ອປສ ໄດ້ກຳນົດວົງເງິນປິ່ນປົວສູງສຸດບໍ?
ອປສ ບໍ່ໄດ້ກຳນົດວົງເງິນປິ່ນປົວສຳລັບສະມາຊິກ ອປສ ໃນເວລາທີ່ເຂົາເຈົ້າໄປໃຊ້ບໍລິການປິ່ນປົວແຕ່ລະຄັ້ງ ຊຶ່ງ ອປສ ຈະຮັບຜິດຊອບຄ່າໃຊ້ຈ່າຍໃຫ້ຄົນເຈັບ ຕາມປະເພດການບໍລິການປິ່ນປົວ ທີ່ຕົນເອງໃຫ້ການຄຸ້ມຄອງ ຈົນກວ່າເຂົາເຈົ້າຈະສາມາດອອກໂຮງໝໍໄດ້.
28. ຜູ້ປະກັນຕົນສາມາດປ່ຽນໂຮງໝໍໄດ້ບໍ?
ຜູ້ປະກັນຕົນສາມາດປ່ຽນໂຮງໝໍທີ່ຕົນເອງ ໄດ້ເລືອກເພື່ອເປັນບ່ອນໃຫ້ບໍລິການປິ່ນປົວຕົນເອງ ແລະ ຄອບຄົວໄດ້ປີລະຄັ້ງ ໂດຍຜູ້ປະກັນຕົນຕ້ອງໄດ້ປະກອບແບບຟອມ ອປສ 1-05 ແລ້ວສົ່ງໃຫ້ ອປສ (ປົກກະຕິແມ່ນພາຍໃນວັນທີ 30 ພະຈິກຂອງທຸກໆປີ) ແລະ ຜູ້ປະກັນຕົນກໍຈະສາມາດເກີດສິດປິ່ນປົວໄດ້ຢູ່ໂຮງໝໍແຫ່ງໃໝ່ ນັບແຕ່ວັນທີ 1 ມັງກອນ ຂອງປີຖັດມາ. ສຳລັບສະມາຊິກຄອບຄົວຂອງຜູ້ປະກັນຕົນ ກໍຈະເກີດສິດປິ່ນປົວຢູ່ຕາມໂຮງໝໍທີ່ຜູ້ປະກັນຕົນໄດ້ເລືອກ.
29. ຖ້າຜູ້ປະກັນຕົນຕ້ອງການໄປປິ່ນປົວຢູ່ຕ່າງປະເທດ ອປສ ຈະຮັບຜິດຊອບຄ່າປິ່ນປົວໃຫ້ຜູ້ກ່ຽວບໍ?
ອປສ ຈະບໍ່ຮັບຜິດຊອບຄ່າປິ່ນປົວສຸຂະພາບຢູ່ຕ່າງປະເທດໃຫ້ແກ່ຜູ້ປະກັນຕົນ ເວັ້ນເສຍແຕ່ກໍລະນີສຸກເສີນທີ່ຜູ້ປະກັນຕົນພວມປະຕິບັດໜ້າທີ່ຢູ່ຕ່າງປະເທດ. ຖ້າຫາກການປິ່ນປົວຢູ່ຕ່າງປະເທດເປັນສິ່ງທີ່ຈຳເປັນທາງການແພດ ແລະ ບໍ່ສາມາດເຮັດໄດ້ຢູ່ພາຍໃນປະເທດນັ້ນ ຕ້ອງໄດ້ຮັບການເຫັນດີຈາກ ອປສ ເສຍກ່ອນ.
30. ສະມາຊິກຄອບຄົວຂອງຜູ້ປະກັນຕົນ ສາມາດໄປໃຊ້ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍ ນຳຜູ້ປະກັນຕົນໄດ້ບໍ?
ໄດ້ແນ່ນອນ ໂດຍສະມາຊິກຄອບຄົວດັ່ງກ່າວຕ້ອງເປັນຄູ່ສົມລົດ ຫຼື ລູກຂອງຜູ້ປະກັນຕົນ ທີ່ມີອາຍຸຕຳ່ກວ່າ 18 ປີ ຈຶ່ງຈະມີສິດໄປປິ່ນປົວສຸຂະພາບ ໂດຍບໍ່ເສຍຄ່າຢູ່ໂຮງໝໍທີ່ຜູ້ປະກັນຕົນໄດ້ເລືອກໄວ້ ແລະ ໃນເວລາທີ່ໄປປິ່ນປົວນັ້ນ ເຂົາເຈົ້າຕ້ອງໄດ້ແຈ້ງບັດປະກັນສັງຄົມ ແລະ ປຶ້ມສຳມະໂນຄົວ ຕໍ່ພະນັກງານຮັບຕ້ອນຂອງໂຮງໝໍ.
31. ອຸດໜູນປິ່ນປົວສຸຂະພາບຂອງ ອປສ ບໍ່ຄຸ້ມຄອງເອົາການບໍລິການ ຫຼື ການປິ່ນປົວພະຍາດຫຍັງແດ່?
ອີງຕາມລະບຽບການຂອງ ອປສ ແລະ ຄວາມອາດສາມາດຂອງກອງທຶນປະກັນສັງຄົມແລ້ວ ອປສ ບໍ່ໃຫ້ການຄຸ້ມຄອງບາງການບໍລິການ ແລະ ການປິ່ນປົວ 16 ປະເພດດັ່ງນີ້:
32. ຜູ້ປະກັນຕົນເພດຍິງທີ່ເກີດລູກ ມີສິດໄດ້ຮັບເງິນອຸດໜູນບໍ?
ພາຍຫຼັງເກີດລູກ, ຜູ້ປະກັນຕົນເພດຍິງ ມີສິດໄດ້ຮັບເງິນອຸດໜູນເກີດລູກເທົ່າກັບ 100% ຂອງເງິນເດືອນສະເລ່ຍຂອງຜູ້ກ່ຽວໃນໄລຍະ 6 ເດືອນສຸດທ້າຍກ່ອນການເກີດລູກ ຊຶ່ງຜູ້ກ່ຽວຈະໄດ້ຮັບອຸດໜູນນີ້ຈາກ ອປສ ເປັນເວລາ 3 ເດືອນ. ແຕ່ວ່າຜູ້ກ່ຽວຕ້ອງໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມແລ້ວ ບໍ່ຕຳ່ກວ່າ 9 ເດືອນໃນຂອບເຂດ 12 ເດືອນສຸດທ້າຍກ່ອນການເກີດລູກ.
33. ຖ້າຜູ້ປະກັນຕົນເພດຍິງ ໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ພຽງແຕ່ 3 - 4 ເດືອນ ແລ້ວເກີດລູກ ຈະມີສິດໄດ້ຮັບເງິນອຸດໜູນເກີດລູກບໍ?
ຖ້າຜູ້ປະກັນຕົນເພດຍິງ ໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ພຽງແຕ່ 3 - 4 ເດືອນ ແລ້ວເກີດລູກ ນັ້ນ ຜູ້ກ່ຽວຈະບໍ່ມີສິດໄດ້ຮັບເງິນອຸດໜູນເກີດລູກຈາກ ອປສ ແຕ່ຜູ້ກ່ຽວມີສິດໄປຝາກທ້ອງໃນໄລຍະຖືພາ ແລະ ເກີດລູກໂດຍບໍ່ໄດ້ເສຍຄ່າ ຢູ່ໂຮງໝໍທີ່ຜູ້ກ່ຽວໄດ້ເລືອກໄວ້.
34. ໃນກໍລະນີເມຍຂອງຜູ້ປະກັນຕົນເກີດລູກ ຈະມີສິດໄດ້ຮັບເງິນອຸດໜູນເກີດລູກບໍ?
ໃນກໍລະນີດັ່ງກ່າວນີ້ ຈະບໍ່ມີສິດໄດ້ຮັບເງິນອຸດໜູນເກີດລູກຈາກ ອປສ ແຕ່ຈະໄດ້ຮັບເງິນບຳເນັດເກີດລູກແທນ ຖ້າຫາກວ່າຜູ້ປະກັນຕົນໄດ້ຈ່າຍເງິນສົມທົບແລ້ວຢ່າງໜ້ອຍ 12 ເດືອນໃນຂອບເຂດ 18 ເດືອນສຸດທ້າຍກ່ອນທີ່ເມຍຂອງຜູ້ກ່ຽວຈະເກີດລູກ. ເງິນບຳເນັດເກີດລູກເທ່ົາກັບ 60%ຕໍ່ລູກໜຶ່ງຄົນ ຂອງເງິນເດືອນຕຳ່ສຸດທີ່ລັດຖະບານປະກາດໃຊ້. ນອກຈາກນີ້ແລ້ວ ຜູ້ປະກັນຕົນກ່ຽວຂ້ອງ ຍັງມີສິດພາເມຍຂອງຕົນເອງໄປຝາກທ້ອງໃນໄລຍະຖືພາ ແລະ ເກີດລູກໂດຍບໍ່ໄດ້ເສຍຄ່າ ຢູ່ໂຮງໝໍທີ່ຜູ້ກ່ຽວໄດ້ເລືອກໄວ້.
35. ໃນກໍລະນີທີ່ຜູ້ປະກັນຕົນ ບໍ່ເຄີຍໄປໃຊ້ບໍລິການປິ່ນປົວຈັກເທື່ອ ຜູ້ກ່ຽວຈະໄດ້ຮັບເງິນອຸດໜູນບຳນານສູງກວ່າຜູ້ອື່ນບໍ ໃນເວລາຜູ້ກ່ຽວອອກຮັບບຳນານ?
ອປສ ໄດ້ແຍກກອງທຶນປະກັນສຸຂະພາບ ແລະ ກອງທຶນອຸດໜູນໄລຍະຍາວ ອອກເປັນແຕ່ລະກອງທຶນຕ່າງຫາກ ແລະ ບໍ່ອາດຈະໂອນເງິນຂອງຜູ້ປະກັນຕົນຈາກອງທຶນນີ້ໄປສູ່ກອງທຶນອື່ນ ໝາຍຄວາມວ່າ ເຖິງບໍ່ເຄີຍໄປໃຊ້ບໍລິການປິ່ນປົວສຸຂະພາບຈັກເທື່ອ ກໍບໍ່ສາມາດສາມາດເຮັດໃຫ້ເງິນອຸດໜູນບຳນານຂອງຜູ້ປະກັນຕົນສູງຂຶ້ນຕື່ມໄດ້. ການທີ່ຜູ້ປະກັນຕົນມີສຸຂະພາບແຂງແຮງງານດີ ແລະ ບໍ່ເຄີຍເຈັບໄຂ້ໄດ້ປ່ວຍນັ້ນ ກໍຖືວ່າເປັນຄວາມໂຊກດີຂອງຜູ້ກ່ຽວ ແລະ ເງິນສົມທົບຮ່ວງປະກັນສຸຂະພາບຂອງຜູ້ກ່ຽວ ກໍຈະຖືກນຳໄປເປັນຄ່າປິ່ນປົວສຸຂະພາບແກ່ຜູ້ປະກັນຕົນອື່ນ ທີ່ມັກເຈັບເປັນເລື້ອຍໆ.
36. ຖ້າຜູ້ປະກັນຕົນຍັງບໍ່ທັນເຖິງອາຍຸບຳນານ ຜູ້ກ່ຽວສາມາດຮັບເອົາເງິນອຸດໜູນບຳເນັດໄດ້ບໍ? ຜູ້ປະກັນຕົນຈະໄດ້ຮັບເງິນອຸດໜູນບຳເນັດແນວໃດ?
ດຳລັດປະກັນສັງຄົມເລກທີ 207/ນຍ ໄດ້ກຳນົດອາຍຸຂອງຜູ້ປະກັນຕົນໃນເວລາອອກຮັບບຳນານແມ່ນ 60 ປີແລະ ຕ້ອງໄດ້ຈ່າຍເງິນສົມທົບແລ້ວຢ່າງໜ້ອຍ 5 ປີ. ຢ່າງໃດກໍຕາມສຳລັບກໍລະນີຈຳເປັນ ຜູ້ປະກັນຕົນກໍສາມາດອອກຮັບບຳນານເມື່ອອາຍຸຂອງຜູ້ກ່ຽວໄດ້ 55 ປີ ແຕ່ເງິນບຳນານຂອງຜູ້ກ່ຽວຈະຖືກຫັກອອກ 0,5% ຕໍ່ເດືອນຈົນກວ່າອາຍຸຂອງຜູ້ກ່ຽວຮອດ 60 ປີ. ໃນກໍລະນີທີ່ຜູ້ປະກັນຕົນມີອາຍຸຄົບ 60 ປີ ແຕ່ໄດ້ຈ່າຍເງິນສມົທົບບໍ່ເຖິງ 5 ປີ ຜູ້ກ່ຽວກໍຈະໄດ້ຮັບແຕ່ອຸດໜູນ ບຳເນັດເທົ່ານັ້ນ.
37. ຜູ້ປະກັນຕົນເສຍຊີວິດ ໄດ້ຮັບອຸດໜູນເສຍຊີວິດຈາກ ອປສ ຄືແນວໃດ?
ໃນກໍລະນີຜູ້ປະກັນຕົນເສຍຊີວິດ ອປສ ຈະຈ່າຍເງິນອຸດໜູນເສຍຊີວິດໃຫ້ແກ່ຄອບຄົວຂອງຜູ້ກ່ຽວເທົ່າກັບ 6 ເດືອນຂອງເງິນເດືອນຜູ້ກ່ຽວສະເລ່ຍໃນໄລຍະ 6 ເດືອນສຸດທ້າຍກ່ອນການເສຍຊີວິດ. ຖ້າຜູ້ເສຍຊີວິດແມ່ນຄູ່ສົມລົດຂອງຜູ້ປະກັນຕົນ ກໍຈະໄດ້ຮັບເທົ່າກັບ 3 ເດືອນ, ແລະ ຖ້າຜູ້ເສຍຊີວິດແມ່ນລູກຂອງຜູ້ປະກັນຕົນກໍຈະໄດ້ຮັບເທົ່າກັບ 2 ເດືອນ. ກ່ອນຈະເກີດສິດຮັບອຸດໜູນນີ້ ຜູ້ປະກັນຕົນຕ້ອງໄດ້ຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມແລ້ວ ຢ່າງໜ້ອຍ 12 ເດືອນໃນຂອບເຂດ 18 ເດືອນສຸດທ້າຍກ່ອນການເສຍຊີວິດ.
38. ຖ້າຜູ້ປະກັນຕົນເສຍຊີວິດ ຄອບຄົວຂອງຜູ້ກ່ຽວຈະໄດ້ຮັບອຸດໜູນຄືແນວໃດ?
ຖ້າຜູ້ປະກັນຕົນເສຍຊີວິດ ຄອບຄົວຂອງຜູ້ກ່ຽວ ກໍອາດມີສິດໄດ້ຮັບທັງອຸດໜູນເສຍຊີວິດ ແລະ ເງິນອຸດໜູນຄອບຄົວຂອງຜູ້ເສຍຊີວິດຈາກ ອປສ. ຖ້າວ່າຜູ້ປະກັນຕົນທີ່ເສຍຊີວິດ ມີໄລຍະປະກັນຕົນກັບ ອປສ ຄົບຖ້ວນ ຕາມແຕ່ລະປະເພດອຸດໜູນດັ່ງກ່າວ.
39. ໃນໄລຍະທີ່ເຈັບປ່ວຍນັ້ນ ອປສ ທົດແທນລາຍຮັບໃຫ້ແກ່ຜູ້ປະກັນຕົນຄືແນວໃດ?
ການກຳນົດຈຳນວນມື້ເຈັບປ່ວຍນັ້ນ ຈຳເປັນຕ້ອງມີການຢັ້ງຢືນຈາກແພດສະເໝີ. ສຳລັບ 7 ວັນທຳອິດຂອງການເຈັບປ່ວຍແຕ່ລະຄັ້ງນັ້ນ ແມ່ນຄວາມຮັບຜິດຊອບຂອງຜູ້ໃຊ້ແຮງງານ(ນາຍຈ້າງ) ນັບຈາກມື້ທີ 8 ຂຶ້ນໄປ ອປສ ຈຶ່ງຈະຮັບຜິດຊອບຈ່າຍເງິນອຸດໜູນເຈັບປ່ວຍໃຫ້. ເງິນອຸດໜູນເຈັບປ່ວຍເທົ່າກັບ 60% ຂອງເງິນເດືອນສະເລ່ຍຂອງຜູ້ປະກັນຕົນກ່ຽວຂ້ອງໃນໄລຍະ 6 ເດືອນສຸດທ້າຍກ່ອນການເຈັບປ່ວຍ. ເງິນອຸດໜູນນີ້ຈະຖືກຈ່າຍເປັນລາຍເດືອນ ແລະ ມີໄລຍະການຈ່າຍສູງສຸດ 1 ປີ.
40. ຖ້າຜູ້ປະກັນຕົນປະສົບກັບອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ຈະໄດ້ຮັບອຸດໜູນຈາກ ອປສ ຄືແນວໃດ?
ຖ້າຜູ້ປະກັນຕົນໄດ້ພັກວຽກ ຍ້ອນປະສົບກັບອຸປະຕິເຫດໃນຂະນະທີ່ກຳລັງອອກແຮງງານ ຫຼື ເຈັບປ່ວຍຍ້ອນພະຍາດອາຊີບ ຜູ້ກ່ຽວຈະໄດ້ຮັບຄວາມຮັບຜິດຊອບຈາກຜູ້ໃຊ້ແຮງງານຂອງຜູ້ກ່ຽວ ເພື່ອຈ່າຍເງິນອອກແຮງງານໃຫ້ຜູ້ກ່ຽວ ຕາມປົກກະຕິສຳລັບ 7 ວັນທຳອິດ ໂດຍຫຼັງຈາກນັ້ນ ອປສ ຈະຮັບຜິດຊອບໃຫ້ຜູ້ກ່ຽວເທົ່າກັບເດືອນລະ 100% ຂອງເງິນເດືອນສະເລ່ຍຂອງຜູ້ກ່ຽວໃນໄລຍະ 6 ເດືອນສຸດທ້າຍກ່ອນການເຈັບປ່ວຍ ໂດຍມີກຳນົດສູງສຸດ 6 ເດືອນ. ພາຍຫຼັງຈາກນີ້ແລ້ວ ຖ້າຫາກຜູ້ກ່ຽວຍັງເຈັບປ່ວຍແລະຍັງບໍ່ສາມາດກັບມາເຮັດວຽກໄດ້ເງິນອຸດໜູນດັ່ງກ່າວ ກໍຈະຖືກຫຼຸດລົງມາເປັນ 60% ໂດຍມີຂອບເຂດການຈ່າຍສູງສຸດ 18 ເດືອນ. ຖ້າກາຍກຳນົດດັ່ງກ່າວນີ້ແລ້ວ ຜູ້ປະກັນຕົນຍັງບໍ່ສາມາດກັບມາເຮັດວຽກໄດ້ນັ້ນ ຜູ້ກ່ຽວກໍຈະຖືກຕີລາເປັນບຸກຄົນທີ່ເສຍກຳລັງແຮງງານຢ່າງຖາວອນ(ເສຍອົງຄະ) ແລະ ຜູ້ກ່ຽວກໍຈະໄດ້ຮັບເງິນອຸດໜູນເສຍກຳລັງແຮງງານຖາວອນ ຈາກ ອປສ ຈົນກວ່າຜູ້ກ່ຽວຈະເຖິງອາຍຸບຳນານ ແລະ ໃນເວລານັ້ນ ເງິນອຸດໜູນນີ້ ກໍຈະປ່ຽນມາເປັນເງິນອຸດໜູນບຳນານ.