ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ( ອຸດໜູນການເຈັບເປັນ ທີ່ເກີດຈາກ ອອກແຮງງານ).
ພະນັກງານ, ກຳມະກອນທີ່ເຮັດວຽກໃຫ້ນາຍຈ້າງ ແມ່ນເປັນສິ່ງທີ່ສຳຄັນ ແລະ ຈຳເປັນ ເຊິ່ງປາສະຈາກບໍ່ໄດ້ຕໍ່ກັບການເກີດອຸປະຕິເຫດທີ່ຈະເກີດຂື້ນ ເພາະຊະນັ້ນ ອປສ ຈຶ່ງໃຫ້ ບູລິມະສິດພິເສດ ແກ່ຜູ້ປະກັນຕົນທີ່ປະສົບອຸປະຕິເຫດໃນໜ້າທີ່ວຽກງານ, ອປສ ໃຫ້ການຄຸ້ມຄອງທັນທີ ທີ່ເຂົ້າມາເປັນສະມາຊິກ (ນັບຕັ້ງແຕ່ເງິນສົມທົບເດືອນທຳອິດແຈ້ງເຂົ້າມາຫ້ອງການ). ອປສ ໄດ້ກຳນົດອຸປະຕິເຫດແຮງງານ ແລະ ພະຍາດອາຊີບດັ່ງນີ້:
ອຸປະຕິເຫດແຮງງານ
ອຸປະຕິເຫດທີ່ຖືວ່າເປັນອຸປະຕິເຫດວຽກງານໄດ້ ກໍ່ຕໍ່ເມື່ອ ມັນເກີດຂື້ນໃນເວລາທີ່ຜູ້ອອກແຮງງານເປັນລູກຈ້າງ ແລະ ເຮັດວຽກພາຍໃຕ້ການບັນຊາຂອງຜູ້ໃຊ້ແຮງງານຢ່າງຖືກຕ້ອງຕາມກົດໝາຍ.
ພະຍາດອາຊີບ
ແມ່ນພະຍາດທຸກຊະນິດທີ່ເກີດຂຶ້ນຈາກວິຊາຊີບ ຊຶ່ງພາໃຫ້ມີຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈຂອງຜູ້ອອກແຮງງານ:
ບັນດາປະເພດການອຸດໜູນຂອງອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບຮັບອຸດດັ່ງຕໍ່ໄປນີ້:
ການປິ່ນປົວສຸຂະພາບ
ການປິ່ນປົວສຸຂະພາບ ນີ້ແມ່ນການປິ່ນປົວອາການບາດເຈັບເນື່ອງຈາກອຸປະຕິເຫດວຽກງານ ແລະ ຈະໄດ້ຮັບການປິ່ນປົວຈົນຫາຍດີໂດຍບໍ່ຈຳກັດວົງເງິນໃນການປິ່ນປົວ.
ການທົດແທນການຂາດລາຍໄດ້ຍ້ອນການເສຍກຳລັງແຮງງານຊົ່ວຄາວ
ໃນໄລຍະການພັກວຽກຍ້ອນການເຈັບເປັນທີ່ເກີດຈາກ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ນັ້ນ, ມີສິດໄດ້ຮັບເງິນອຸດໜູນປ່ວຍການຈາກ
ອປສ ຈົນກວ່າລາວຈະສາມາດກັບຄືນເຮັດວຽກໄດ້ຢ່າງເປັນ ປົກກະຕິ. ອປສ ຈະຈ່າຍເງິນອຸດໜູນປ່ວຍການນີ້ໃຫ້ຜູ້ກ່ຽວເທົ່າກັບ 100% ຂອງເງິນເດືອນປະກັນຕົນ ຂອງລາວ ເປັນໄລຍະສູງສຸດ 6 ເດືອນ ແຕ່ວ່າ ອປສ ຈະຄິດໄລ່ໃຫ້ຕັ້ງແຕ່ມື້ທີ 8 ຂອງການພັກວຽກໄປ(ສຳລັບ 7 ວັນທຳອິດຂອງການພັກວຽກຂອງລາວນັ້ນທາງບໍລິສັດຂອງຜູ້ກ່ຽວຈະຮັບຜິດຊອບຈ່າຍເງິນເດືອນຕາມປົກກະຕິໃຫ້). ເມື່ອເຖິງກຳນົດ 6 ເດືອນຕາມທີ່ກ່າວມານີ້ແລ້ວ ຖ້າສຸຂະພາບຍັງບໍ່ທັນດີ, ເງິນອຸດໜູນດັ່ງກ່າວຈະຫຼຸດລົງ ມາເປັນ 60% ໃນໄລຍະ18 ເດືອນ; ຫຼັງຈາກ18 ເດືອນ ຖ້າສຸຂະພາບຍັງບໍ່ທັນດີ ອປສ ຈະຄິດໄລ່ເງິນອຸດໜູນເສຍກຳລັງແຮງງານຖາວອນໃຫ້ຜູ້ກ່ຽວ.
ຕົວຢ່າງ: ຜູ້ປະກັນຕົນທີ່ໄດ້ພັກວຽກ ເນື່ອງຈາກອຸປະຕິເຫດໃນໜ້າທີ່ວຽກງານ ເປັນເວລາ 37 ວັນ ອປສ ຈະຄິດໄລ່ຄ່າປ່ວຍການໃຫ້ນັບແຕ່ມື້ທີ 8 ຂອງການພັກວຽກກໍ່ຈະເທົ່າກັບ 30 ວັນ ຖ້າເງິນເດືອນປະກັນຂອງ ຜູ້ກ່ຽວແມ່ນ 1,000,000 ກີບ, ພັກ 30 ວັນ ກໍ່ຈະໄດ້ຮັບເທົ່າກັບ 1,000,000 ກີບ. ເປັນເວລາ 6 ເດືອນ, ຖ້າຜູ້ກ່ຽວຍັງບໍ່ສາມາດມາເຮັດວຽກໄດ້ ອປສ ຈະສືບຕໍ່ຄິດໄລ່ໃຫ້ເທົ່າກັບ 1,000,000 x 60% = 600,000 ກີບ. ເປັນເວລາ 18 ເດືອນ ຖ້າຜູ້ກ່ຽວຍັງບໍ່ສາມາດກັບມາເຮັດວຽກໄດ້ ອປສ ກໍ່ຈະພິຈາລະນາໃຫ້ເປັນ ການເສຍກຳລັງແຮງງານຖາວອນ.
ການເສຍກຳລັງແຮງງານຖາວອນ
ໃນກໍລະນີຜູ້ປະກັນຕົນ ທີ່ປະສົບອຸປະຕິເຫດ ຫຼື ພະຍາດອາຊີບ ຊຶ່ງເຮັດໃຫ້ຜູ້ກ່ຽວ ບໍ່ສາມາດກັບມາອອກ ແຮງງານໄດ້ຢ່າງຖາວອນນັ້ນ, ຜູ້
ກ່ຽວກໍຈະມີສິດໄດ້ຮັບອຸດໜູນເສຍກຳລັງແຮງງານຖາວອນ (ເສຍອົງຄະ)ຈາກ ອປສ ຈົນກ່ວາຜູ້ກ່ຽວຈະເຖິງອາຍຸອອກບຳນານ.
ການຄິດໄລ່ເງິນອຸດໜູນປະເພດນີ້ແມ່ນອີງຕາມເປີເຊັນການເສຍອົງຄະຂອງຜູູູ້ກ່ຽວຄູນກັບ 67.5% ຂອງເງິນເດືອນປະກັນຕົນຜູ້ກ່ຽວສະເລ່ຍ
ໃນໄລ
ຍະ 12 ເດືອນສຸດທ້າຍກ່ອນການເກີດອຸປະຕິເຫດ.
ຕົວຢ່າງ: ເປີເຊັນການເສຍອົງຄະຂອງຜູ້ກ່ຽວແມ່ນ 70% ແລະ ເງິນເດືອນປະກັນຕົນຂອງຜູ້ກ່ຽວສະເລ່ຍໃນ ໄລຍະ 12 ເດືອນສຸດທ້າຍແມ່ນ 1,000,000 ກີບ, ເງິນອຸດໜູນເສຍອົງຄະທີ່ລາວຈະໄດ້ຮັບໃນແຕ່ລະ ເດືອນແມ່ນ 70% x 67,5% x 1,000,000 = 472,500 ກີບ
ການອຸດໜູນຜູ້ທີ່ດູແລ
ໃນກໍລະນີຜູ້ປະກັນຕົນທີ່ເສຍກຳແຮງງານ(ເສຍອົງຄະ) ຫາກບໍ່ສາມາດຊ່ວຍເຫຼືອຕົນເອງໃນການເຄື່ອນໄຫວໄປມາ ໄດ້ ອປສ ກໍຈະເບີກຈ່າຍເງິນອຸດໜູນຜູ້ດູແລ ໃຫ້ແກ່ຜູ້ທີ່ມາເຮັດໜ້າທີ່ເບິ່ງແຍງດູແລຜູ້ກ່ຽວ. ເງິນອຸດໜູນ ຜູ້ດູແລ ຈະຖືກຄິດໄລ່ບົນພື້ນຖານຈຳນວນຊົ່ວໂມງທີ່ຜູ້ດູແລນັ້ນ ໄດ້ເບິ່ງແຍງບົວລະບັດຜູ້ປະກັນຕົນ ແລະ ຄິດໄລ່ໃຫ້ຕາມຄ່າແຮງງານພື້ນຖານ ທີ່ລັດຖະບານປະກາດໃຊ້ຕາມແຕ່ລະໄລຍະ.
ຕົວຢ່າງ: ເງິນເດືອນພື້ນຖານທີ່ລັດຖະບານກຳນົດໃຊ້ໃນປະຈຸບັນ ແມ່ນ 626.000 ກີບ, ຖ້າຫາກວ່າຜູ້ດູແລ ນັ້ນຫາກເຮັດວຽກເຕັມ 180 ຊົ່ວໂມງ ໃນແຕ່ລະເດືອນກໍ່ຈະໄດ້ຮັບ ເງິນອຸດໜູນຜູ້ດູແລຈາກ ອປສ ເທົ່າກັບ 626.000 ກີບ/ເດືອນ. ຖ້າຫາກຜູ້ດູແລນັ້ນເຮັດວຽກບໍ່ເຕັມເວລາ ກໍ່ຈະຄິດໄລ່ໃຫ້ຕາມຊົ່ວໂມງເຮັດວຽກ ຕົວຈິງ.
ອຸດໜູນເສຍຊີວິດ ແລະ ອຸດໜູນຄອບຄົວ
ຜູ້ປະກັນຕົນ ທີ່ເສຍຊີວິດຍ້ອນອຸປະຕິເຫດແຮງງານ ຫຼື ພາຍຫຼັງການເປັນພະຍາດອາຊີບ ອປສ ຈະຈ່າຍເງິນອຸດໜູນເສຍຊີວິດໃຫ້ເທົ່າກັບ 6 ເດືອນ ຂອງເງິນເດືອນທີ່ໄດ້ປະກັນຕົນຂອງຜູ້ເສຍຊີວິດນັ້ນ. ຈາກ ນັ້ນຄູ່ສົມລົດ ແລະ ລູກຂອງຜູ້ກ່ຽວ ກໍຈະມີສິດໄດ້ຮັບອຸດໜູນຄອບຄົວຜູ້ເສຍຊີວິດຈາກ
ອປສ. (ອປສ ຈະຄິດໄລ່ເງິນອຸດໜູນນີ້ໃຫ້ທັນທີ ໂດຍບໍ່ມີເງື່ອນໄຂການຈ່າຍເງິນສົມທົບ).
ບັນດາເງື່ອນໄຂສຳລັບການອຸດໜູນຄອບຄົວຜູ້ເສຍຊີວິດ
ເພື່ອໃຫ້ໄດ້ຮັບອຸດໜູນຄອບຄົວຜູ້ເສຍຊີວິດນີ້ ຄູ່ສົມລົດຂອງຜູ້ທີ່ເສຍຊີວິດ ຕ້ອງມີ 1 ໃນບັນດາເງື່ອນໄຂ ຕ່າງໆຕໍ່ໄປນີ້:
ອປສ ຈະເບີກຈ່າຍເງິນອຸດໜູນຄູ່ສົມລົດຂອງຜູ້ເສຍຊີວິດ( ເງິນໝ້າຍ) ໃຫ້ເປັນແຕ່ລະເດືອນ ແລະ ຈະສິ້ນສຸດລົງຫາກຜູ້ກ່ຽວເສຍຊີວິດ, ແຕ່ງງານໃໝ່ ແລະ ບໍ່ຢູ່ໃນເງື່ອນໄຂຂ້າງເທິງນີ້ອີກຕໍ່ໄປ; ໃນກໍລະນີທີ່ຄູ່ສົມລົດດັ່ງກ່າວນັ້ນ ຫາກໄດ້ສ້າງຄອບຄົວກັບຄົນໃໝ່ ແລະ ການຢູ່ຮ່ວມກັນນັ້ນຫາກໄດ້ຈົບລົງໃນຂອບເຂດເວລາ 1 ປີ, ຜູ້ກ່ຽວກໍຈະຍັງມີສິດໄດ້ຮັບເງິນໝ້າຍ ຈາກຄູ່ ສົມລົດຄົນກ່ອນຂອງລາວຢູ່. ກໍລະນີການແຕ່ງດອງໃໝ່ຫາກສິ້ນສຸດລົງ ດ້ວຍການເສຍຊີວິດຂອງຄູ່ສົມ ລົດໃໝ່ເກີນ 1 ປີ ແລະ ຖ້າຜົວ ຫຼື ເມຍໃໝ່ຫາກເປັນຜູ້ປະກັນຕົນ, ຜູ້ກ່ຽວມີສິດເລືອກຮັບເງິນອຸດໜູນ ລະຫວ່າງ ຄູ່ສົມລົດຄົນເກົ່າ ແລະ ຄົນໃໝ່.
ເງິນອຸດໜູນລູກຂອງຜູ້ເສຍຊີວິດ
ລູກຂອງຜູ້ເສຍຊີວິດ ບໍ່ວ່າຈະເປັນລູກຄີງ, ລູກນ້າ ຫຼື ລູກລ້ຽງ ທີ່ມີອາຍຸຕຳ່ກວ່າ 18 ປີ ກໍລ້ວນແຕ່ມີສິດ ໄດ້ຮັບເງິນອຸດໜູນລູກຂອງຜູ້ເສຍຊີວິດຈົນກວ່າລູກຂອງຜູ້ກ່ຽວນັ້ນຈະມີອາຍຸຄົບ 18ປີ. ໃນກໍລະນີລູກຂອງຜູ້ປະກັນຕົນ ຫາກເປັນເດັກພິການບໍ່ສາມາດອອກແຮງງານໄດ້ນັ້ນ ອຸດໜູນດັ່ງກ່າວ ກໍ ຈະຈ່າຍໃຫ້ຕະຫຼອດຊີວິດ.
ການຄິດໄລ່ເງິນອຸດໜູນ
ເງິນອຸດໜູນຄອບຄົວຂອງຜູ້ເສຍຊີວິດ ຖືກຄິດໄລ່ໃຫ້ເປັນລາຍເດືອນ ຕາມລາຍລະອຽດດັ່ງຕໍ່ໄປນີ້:
ຄູ່ສົມລົດ ຂອງຜູ້ເສຍຊີວິດ ຈະໄດ້ຮັບເທົ່າກັບ 50% ຂອງເງິນເດືອນປະກັນຕົນຂອງ ຜູ້ເສຍຊີວິດສະເລ່ຍໃນໄລຍະ 12 ເດືອນສຸດທ້າຍກ່ອນການເສຍຊີວິດ. (ກໍລະນີທີ່ຈ່າຍເງິນບໍ່ຄົບ 12ເດືອນກໍ່ໃຫ້ສະເລ່ຍຈຳນວນເງິນເດືອນຕົວຈິງ)
ລູກຂອງຜູ້ເສຍຊີວິດຈະໄດ້ຮັບເທົ່າກັບ 15% ຂອງເງິນເດືອນປະກັນຕົນຂອງຜູ້ເສຍຊີວິດສະເລ່ຍ ໃນໄລຍະ 12 ເດືອນສຸດທ້າຍກ່ອນການເສຍຊີວິດ. ຖ້າຫາກຄູ່ສົມລົດ, ຂອງຜູ້ເສຍຊີວິດບໍ່ໄດ້ຮັບ ອຸດໜູນນີ້, ລູກແຕ່ລະຄົນຈະໄດ້ຮັບຜູ້ລະ 20% ແລະ ຖ້າລູກຫຼາຍຄົນ ຈະໄດ້ຮັບສູງສຸດບໍ່ໃຫ້ເກີນ 60% ຂອງເງິນເດືອນທີ່ໄດ້ປະກັນຕົນສະເລ່ຍ 12 ເດືອນສຸດທ້າຍກ່ອນຜູ້ກ່ຽວເສຍຊີວິດ. ( ກໍລະນີຈ່າຍເງິນສົມທົບເຂົ້າມາບໍ່ຮອດ 12ເດືອນແມ່ນໃຫ້ສະເລ່ຍຈຳນວນເງິນເດືອນຕົວຈິງ)
ອຸດໜູນພໍ່ ຫຼື ແມ່ຂອງຜູ້ເສຍຊີວິດ
ພໍ່ ຫຼື ແມ່ນຂອງຜູ້ເສຍຊີວິດ ຈະມີສິດໄດ້ຮັບອຸດໜູນຄອບຄົວຂອງຜູ້ເສຍຊິວິດໄດ້ກໍ່ຕໍ່ເມື່ອ ຜູ້ເສຍ ຊີວິດບໍ່ຜົວ ຫຼື ເມຍ ແລະ ຜູ້ເສຍຊີວິດເປັນຜູ້ລຽງພໍ່, ແມ່. ອປສ ຈະຈ່າຍເປັນລາຍເດືອນໃຫ້ເທົ່າກັບ 50% ຂອງເງິນເດືອນທີ່ໄດ້ປະກັນຕົນ ເອົາມາສະເລ່ຍ 12 ເດືອນສຸດທ້າຍກ່ອນຜູ້ກ່ຽວເສຍຊີວິດ ແລະ ຈະສືບຕໍ່ ຈ່າຍໃຫ້ຈົນກວ່າພໍ່ ຫຼື ແມ່ ຜູ້ກ່ຽວຫາກເສຍຊີວິດ.